ໜ່ວຍ​ສືບ​ລັບ​ຂອງ​ສະຫະລັດ ກ່າວວ່າ ​ເກົາຫຼີ​ເໜືອ ​ກຳລັງ​ກໍ່ສ້າງ​ລູກ​ສອນ​ໄຟ​ຊຸດ​ໃໝ່​

ພາບຈາກວີດີໂອ ຂອງອົງການຂ່າວລັດເກົາຫຼີ​ເໜືອ ສະແດງໃຫ້ ເຫັນວ່າ ກອງທັບ​ເກົາຫຼີ​ເໜືອ ກຳລັງ ສວນສະໜາມສະແດງ ແສນຍານຸພາບຂອງຕົນໃນ Pyongyang, ເກົາຫຼີ​ເໜືອ, 8 ກຸມພາ 2018.

ໜັງສືພິມ Washington Post ລາຍ​ງານ​ວ່າ​ ໜ່ວຍ​ສືບ​ລັບ​ຂອງ​ສະຫະລັດ ​ເຫັນ​ວ່າ
​ເກົາຫຼີ​ເໜືອ ​ກຳລັງ​ກໍ່ສ້າງ​ລູກ​ສອນ​ໄຟ​ຊຸດ​ໃໝ່​ຂຶ້ນມາ.

ໜັງສືພິມ​ດັ່ງກ່າວ ລະບຸ​ວ່າ ​ພວກເຈົ້າ​ໜ້າ​ທີ່​ໜ່ວຍ​ສືບ​ລັບ ​ໄດ້​ກ່າວ​ອອກມາໂດຍບໍ່ໃຫ້
ບອກຊື່, ໂດຍເວົ້າ​ວ່າ ​ເກົາຫຼີ​ເໜືອ ​ເບິ່ງ​ຄື​ວ່າ​ ພວມສ້າງ​ລູກ​ສອນ​ໄຟຢູ່ ​ຢ່າງ​ນ້ອຍ ນຶ່ງ ​
ຫຼື​ສອງ ລູກ ​ໃນ​ສະຖານ​ທີ່​ວິ​ໄຈ​ອັນ​ໃຫຍ່ ​ໃນ​ເຂດ​ເມືອງ​ຊາ​ນຳ​ດົງ.

ໜັງສືພິມ Washington Post ກ່າວ​ວ່າ​ ຫຼັກ​ຖານ​ອັນ​ໃໝ່​ ​ແມ່ນ​ຮວມທັງ ພາບ​ຈາກ
ດາວທຽມ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລູກ​ສອນ​ໄຟ​ທີ່​ວ່າ​ນີ້ ​ແມ່ນໃຊ້ທາດ​ແຫຼວເປັນ
ພະລັງງານ ທີ່​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ​ແລະ​ວ່າ ​ກຳລັງກໍ່ສ້າງຢູ່ ​
ໃນ​ໂຮງງານ​ທີ່ມີ​ຄວາມ​ອາດ​ສາມາດສ້າງ​ລູກ​ສອນ​ໄຟ​ອັນ​ທຳ​ອິດ​ໄດ້ ​ທີ່​ສາມາດ​ຍິງ
ມາເຖິງ​ສະຫະລັດ​.

ໜັງສືພິມ Washington Post ຍັງ​ກ່າວອີກ​ວ່າ​ ຫຼັກ​ຖານ​ອັນ​ໃໝ່ ບໍ່​ໄດ້​ສະ​ແດງ
ໃຫ້​ເຫັນ​ວ່າ ​ເກົາຫຼີ​ເໜືອ ​ໄດ້​ຂະຫຍາຍ​ຄວາມ​ສາມາດ​, ​ແຕ່​ວ່າ ແມ່ນ​ໄດ້​ສືບ​ຕໍ່ ​ພັດທະ
ນາ​ເຮັດ​ອາວຸດ​ທີ່​ລ້ຳ​ໜ້າ​ກວ່າເກົ່າ ​ໃນ​ສັບປະດາ​ທີ່​ມີ​ກອງ​ປະຊຸມ​ສຸດ​ຍອດ​ຢູ່​ສິງກະ​ໂປ
ລະຫວ່າງ​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ກັບ​ຜູ້ນຳ​ເກົາຫຼີເໜືອ ທ່ານ​ກິມ
ຈົງ​ອຶນ ນັ້ນ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍົກເອກກະສານທີ່ສະແດງໃຫ້ເຫັນເຖິງ ວ່າທ່ານແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອຶນ ໄດ້ລົງນາມ ໃນສະຖານທີ່ຕາກອາກາດ ຄາແພລລາ ໃນເກາະຊານໂຕຊາ, 12 ມິຖຸນາ 2018, in Singapore.

​ເຈົ້າ​ໜ້າ​ທີ່​ສືບ​ລັບ ​ໄດ້​ບອກ​ໜັງສືພິມ Washington Post ວ່າ ​ໃນ​ຂະນະ​ທີ່​ມີ​
ການ​ປະຕິບັດ​ງານ​ສືບ​ຕໍ່​ຢູ່​ນີ້ ​ໃນ​ເມືອງ​ຊາ​ນຳ​ດົງ, ການ​ປະຕິບັດ​ງານ​ແມ່ນ​ໄດ້​ຖືກ​
ໂຈະໄວ້ ​ໃນ​ເຂດ​ສົ່ງ​ດາວ​ທຽມ​ໂຊ​ແຮ ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ
​ເກົາຫຼີ​ເໜືອ ບ່ອນ​ທີ່​ພວກ​ປະ​ນັກ​ງານ​ສາມາດສັງ​ເກດການ​ໄດ້ ​ເຖິງ​ການ​ທົດ​ສອບ​
ຈຸດ​ຢືນ​ຂອງເຄື່ອງກົນ​ໄກ.

ໜັງສືພິມ Washington Post ຍັງ​ໄດ້​ກ່າວອີກ​ວ່າ ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ພວກ​ນັກ
ວິເຄາະ ​ແລະຊ່ຽວຊານ​ທີ່ເປັນອິດສະຫລະ ​ໄດ້ເຫັນການ​ທັບ​ມ້າງຖານ​ສົ່ງ​ດາວ​ທຽມ​
ໂຊ​ແຮແມ່ນ​ເປັນ​ສັນຍາ​ລັກ ​ແລະ​ກ່າວ​ວ່າ ການ​ທົດ​ລອງໃນພື້ນທີ່​ດັ່ງກ່າວ​ນີ້ ຈະ​ງ່າຍ
​ຕໍ່​ການ​ສ້າງ​ຄືນ​ໃໝ່ ພາຍ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ນີ້.

​ໃນ​ຊ່ວງ​ເດືອນ​ແລ້ວ​ ທີ່ກອງ​ປະຊຸມ​ສຸດ​ຍອດ​ທີ່​ສິງກະ​ໂປ ທ່ານ​ກິມ ​ໄດ້​ຕົກລົງ
“ວ່າຈະ​ເຮັດ​ໃຫ້​ເກົາຫຼີ​ເໜືອ ​ປອດ​ອາວຸກນິວ​ເຄລຍ ​ໃນ​ແຫຼມ​ເກົາຫຼີ ຢ່າງ​ສິ້ນ​ເຊີງ,”
ແຕ່​ວ່າ​ເອກ​ກະສາ​ນ ທີ່​ໄດ້​ລົງ​ນາມ​ໄປ​ ​ໂດຍ​ທ່ານ​ກິມ​ກັບ​ທ່ານ​ທຣຳ ບໍ່​ໄດ້​ໃຫ້​ລາຍ​
ລະອຽດ​ທີ່​ວ່າ ​ແມ່ນດ້ວຍ​ວິທີ​ໃດ​ແລະເມື່ອ​ໃດ ທີ່​ເກົາຫຼີ​ເໜືອ​ຈະ​ເຮັດ​ໃຫ້ປອດ​ອາວຸດ
ນິວ​ເຄລຍ.ພຽງ​ແຕ່ ຫຼັງ​ຈາກກອງ​ປະຊຸມ​ສຸດ​ຍອດ ທ່ານ​ທຣຳ ​ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​
ວ່າ ​ເກົາຫຼີເໜືອ ​ແມ່ນ​ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່​ອີກ​ແລ້ວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ (Mike Pompeo), ກ່າວໃນກອງປະຊຸມປິດລັບ ກ່ຽວກັບເສລິພາບໃນການນັບຖືສາສະໜາ ໃນກະຊວງການຕ່າງປະເທດ, 26 ກໍລະກົດ 2018.