ສະຫະລັດ ແມ່ນພ້ອມທີ່ຈະຕອບໂຕ້ ການສອດແນມທາງອິນເຕີເນັດ
ຫຼື cyber ນັ້ນ ດ້ວຍການວາງມາດຕະການລົງຫຼາຍຢ່າງ ຕໍ່ບັນດາ
ບຸກຄົນ ແລະ ບໍລິສັດຕ່າງໆ ຜູ້ທີ່ໄດ້ຮັບຜົນປະໂຫຍດ ຈາກການລັກ
ເອົາຂໍ້ມູນລັບທາງການຄ້າ ອີງຕາມການລາຍງານຂອງໜັງສືພິມ
The Washington Post ເມື່ອຕອນແລງວັນອາທິດວານນີ້.
ໂດຍການອ້າງອີງເຖິງບັນດາເຈົ້າໜ້າທີ່ ຜູ້ທີ່ບໍ່ປະສົງອອກຊື່ ໃນ
ລັດຖະບານ ຂອງປະທານາທິບໍດີ ບາຣັກ ໂອບາມາ ຊຶ່ງໜັງສືພິມນັ້ນ
ກ່າວວ່າ ສະຫະລັດ ຍັງບໍ່ໄດ້ຕັດສິນໃຈ ເທື່ອວ່າ ຈະອອກມາດຕະ
ການລົງໂທດຫຼືບໍ່ ແຕ່ຄາດກັນວ່າ ການຕັດສິນໃຈແມ່ນຈະມີຂຶ້ນໃນ
ໄວໆນີ້.
ທ່ານໂອບາມາ ໄດ້ລົງນາມໃນ ຄຳສັ່ງຂອງປະທານາທິບໍດີ ເມື່ອວັນທີ 1 ເມສາ ຜ່ານມາ ທີ່ອະນຸຍາດໃຫ້ ກະຊວງການເງິນ ໃນການປຶກສາຫາລືຮ່ວມກັບ ລັດຖະມົນຕີຍຸດຕິທຳ ແລະ ລັດຖະມົນຕີຕ່າງປະເທດ ເພື່ອອາຍັດຊັບສິນຕ່າງໆ ແລະ ກີດກັນ ການດຳເນີນທຸລະກິດ ກັບບຸກຄົນໃດກໍຕາມ ທີ່ຮັບຜິດຊອບຕໍ່ການລັກເຈາະເອົາຂໍ້ມູນ ຂອງໜ່ວຍງານສະຫະລັດ ຫຼື ໄດ້ຮັບຂໍ້ມູນ ທີ່ເກີດຜົນໄດ້ທາງການເງິນ.
ບັນຫາດັ່ງກ່າວນັ້ນ ເປັນຈຸດເພັ່ງເລັງ ຂອງລັດຖະບານທ່ານໂອບາມາ ໃນປີນີ້ ລວມທັງການສ້າງຕັ້ງໜ່ວຍງານຂອງລັດໃໝ່ ໃນເດືອນກຸມພາ ທີ່ຜ່ານມາ ເພື່ອວິເຄາະການຂົ່ມຂູ່ຕໍ່ຄວາມໝັ້ນຄົງແຫ່ງຊາດ ດ້ານໄຊເບີ້ ແລະ ອອກຄຳສັ່ງປະທານາທິບໍດີ ອີກອັນນຶ່ງ ທີ່ຊຸກຍູ້ບັນດາບໍລິສັດຕ່າງໆ ໃຫ້ແລກປ່ຽນຂໍ້ມູນກ່ຽວກັບການຂົ່ມຂູ່ ລັກລອບເຈາະຂໍ້ມູນ ກັບລັດຖະບານ ແລະ ນຳກັນໃຫ້ຫຼາຍຂຶ້ນ.
ຈີນໄດ້ເປັນ ຈຸດເພັ່ງເລັງ ມາໄດ້ດົນນານແລ້ວ ຂອງການຖືກກ່າວຫາ ວ່າ ທຳການລັກລອບເຈາະຂໍ້ມູນຂອງບໍລິສັດອາເມຣິກັນຫຼາຍແຫ່ງ ແລະ ເປົ້າໝາຍແນໃສ່ໜ່ວຍງານລັດຖະບານນຳດ້ວຍ. ໃນເດືອນພຶດສະພາຜ່ານມາ ສະຫະລັດ ໄດ້ຟ້ອງຮ້ອງ ເຈົ້າໜ້າທີ່ທະຫານຈີນ 5 ຄົນ ໃນຖານປະຕິບັດການ ສອດແນມ ຕໍ່ບໍລິສັດອາເມຣິກັນຈຳນວນນຶ່ງ. ສ່ວນຈີນໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆເຫຼົ່ານັ້ນ.
ການວາງມາດຕະການລົງໂທດ ຈະເປັນການຕອບໂຕ້ແບບແຕກຕ່າງ ໂດຍສະຫະລັດ ອັນເປັນວິທີອັນນຶ່ງ ທີ່ໜັງສືພິມດັ່ງກ່າວນັ້ນ ໄດ້ອ້າງອີງເຖິງຄຳເວົ້າຂອງເຈົ້າໜ້າທີ່ລັດຖະບານ ທ່ານນຶ່ງ ທີ່ກ່າວວ່າ ເປັນສ່ວນນຶ່ງຂອງ “ຍຸດທະສາດຮອບດ້ານ ເພື່ອປະເຊີນໜ້າກັບພວກກະທຳຄວາມຜິດ.” ເຈົ້າໜ້າທີ່ຄົນນັ້ນ ກ່າວອີກວ່າ ບາດກ້າວເຫຼົ່ານັ້ນ ຍັງລວມທັງ ຄວາມພະຍາຍາມດ້ານການທູດ ນະໂຍບາຍດ້ານການຄ້າ ແລະ ການບັງຄັບໃຊ້ກົດໝາຍ ແລະ ວ່າ ຖ້າເຮັດພ້ອມໆກັນແລ້ວ ມັນອາດສະແດງໃຫ້ຈີນເຫັນວ່າ ພຶດຕິກຳບາງຢ່າງນັ້ນ ຈະຕ້ອງສົ່ງຜົນກະທົບ ຕໍ່ສາຍສຳພັນ ລະຫວ່າງສະຫະລັດ ແລະ ຈີນ.
ເຈົ້າໜ້າທີ່ອີກທ່ານນຶ່ງ ໄດ້ຖືກອ້າງເຖິງຄຳເວົ້າ ໃນບົດລາຍງານ ທີ່ກ່າວວ່າ ໂດຍວາງມາດຕະການລົງໂທດຕ່າງໆນັ້ນ ອາດສົ່ງສັນຍານໃນສອງດ້ານ ຕໍ່ຈີນ ວ່າ ສະຫະລັດ ແມ່ນ “ຈະເລີ້ມຕໍ່ສູ້ຄືນ ດ້ວຍການສອດແນມທາງດ້ານເສດຖະກິດ” ແລະ ຕໍ່ບໍລິສັດສະຫະລັດຕ່າງໆ ວ່າ ພວກເຂົາ ຈະໄດ້ຮັບການສະໜັບສະໜູນຈາກລັດຖະບານ.
ມາດຕະການລົງໂທດທີ່ອາດເປັນໄປໄດ້ນັ້ນ ມີຂຶ້ນໃນຂະນະທີ່ ທ່ານໂອບາມາ ກຽມທີ່ຈະເປັນເຈົ້າພາບ ຕ້ອນຮັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ສຳຫລັບການເດີນທາງມາຢ້ຽມຢາມ ແລະ ງານລ້ຽງອາຫານຄ່ຳຂັ້ນລັດຖະບານ ໃນເດືອນກັນຍານີ້.
The United States is preparing to respond to China's cyber espionage by levying sanctions against individuals and companies who have benefited from the theft of trade secrets, The Washington Post reported late Sunday.
Citing unnamed officials in President Barack Obama's administration, the Post said the U.S. has not yet decided whether to issue the sanctions, but that a decision is expected soon.
Mr. Obama signed an executive order on April 1 authorizing the Treasury Department, in consultation with the Attorney General and Secretary of State, to freeze assets of and block transactions with anyone responsible for hacking of U.S. entities or receiving that information for financial gain.
The issue has been a focus of his administration this year, including the creation in February of a new federal agency to analyze threats to the nation's cybersecurity, and another executive order encouraging companies to share more information about hacking threats with the government and each other.
China has long been the focus of accusations of hacking against American companies and government targets.In May, the U.S. charged five Chinese military officers with conducting economic espionage against American companies.China rejected the allegations.
Issuing sanctions would be a different kind of response by the U.S., one that an administration official quoted by the Post said was part of a "comprehensive strategy to confront such actors."The official said those steps also include diplomatic efforts, trade policy and law enforcement, and that taken together they would show China that certain behavior will have costs to U.S.-Chinese relations.
Another official quoted in the report said imposing sanctions would both signal to China that the U.S. is "going to start fighting back on economic espionage" and to U.S. companies that they have the support of the government.
The possible sanctions come as Mr. Obama prepares to host Chinese President Xi Jinping for a visit and state dinner in September.