ອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາດໄດ້ດັກຟັງໂທ
ລະສັບຂອງ ທ່ານນາງ Angela Merkel ນາຍົກລັດຖະມົນຕີ
ເຢຍຣະມັນ ມາໄດ້ດົນກ່ວາ 10 ປີແລ້ວ ອິງຕາມລາຍງານຂ່າວ
ສະບັບນຶ່ງ ເມື່ອວັນເສົາວານນີ້ ຂອງໜັງສືພິມລາຍສັບປະດາ
Der Spiegel ຂອງເຢຍຣະມັນ.
ໜັງສືພິມ Der Spiegel ຍັງໄດ້ອ້າງເຖິງແຫຼ່ງຂ່າວນຶ່ງຢູ່ໃນ
ຫ້ອງການຂອງທ່ານນາງ Merkel ທີ່ເວົ້າວ່າ ປະທານາທິບໍດີ
ບາຣັກ ໂອບາມາ ໄດ້ ກ່າວຂໍໂທດຕໍ່ຜູ້ນໍາເຢຍຣະມັນ ເວລາ
ທ່ານນາງໂທລະສັບຫາທ່ານ ເມື່ອວັນພຸດຜ່ານມາ ເພື່ອຂໍ
ຄວາມກະຈ່າງແຈ້ງກ່ຽວກັບເລື້ອງນີ້.
ທັງໂຄສົກຂອງທ່ານນາງ Merkel ແລະທໍານຽບຂາວ ປະຕິເສດທີ່ຈະໃຫ້ ຄວາມເຫັນ.
ເຢຍຣະມັນ ມີແຜນຈະສົ່ງຄະນະຫົວໜ້າສືບລັບຂອງຕົນ ມາຍັງວໍຊິງຕັນ ໃນບໍ່ເທົ່າໃດມື້ຕໍ່ໜ້ານີ້ ເພື່ອຊອກຫາຄໍາຕອບຕໍ່ການກ່າວຫາເລື້ອງການສອດແນວດັ່ງກ່າວ.
ເອກກະສານຕ່າງໆທີ່ເປີດເຜີຍໂດຍທ້າວ Edward Snowden ອະດີດພະນັກງານສັນຍາ
ຈ້າງອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ ທີ່ສະແດງວ່າ ສະຫະລັດທໍາການສອດແນມຢ່າງກວ້າງຂວາງ ທັງທາງອິນເທີເນັດ ແລະບັນທຶກໂທລະສັບ ຂອງປະຊາຊົນທໍາມະ
ດາສາມັນແລະບັນດາຜູ້ນໍາໂລກນັ້ນ ໄດ້ກໍ່ໃຫ້ເກີດຄວາມໂກດແຄ້ນຢ່າງໃຫຍ່ໃນທົ່ວໂລກ.
ວີດີໂອ: ການສອດແນມຜູ້ນໍາຢູໂຣບ ອາດສົ່ງຜົນກະທົບຕໍ່ການເຈລະຈາການຄ້າ:
ຂະນະນີ້ ເຢຍຣະມັນ ຍັງກໍາລັງປະຕິບັດງານກັບ Brazil ກ່ຽວກັບຮ່າງມະຕິຂອງສະມັດ ຊາໃຫຍ່ອົງການສະຫະປະຊາຊາດ ເພື່ອຮັບປະກັນຄວາມເປັນສ່ວນຕົວຂອງປະຊາຊົນ ໃນການສື່ສານທາງອີເລັກໂທຣນິກ. ບັນດານັກການທູດຢູເອັນເວົ້າວ່າ ພວກຕົນຈະຮຽກ
ຮ້ອງໃຫ້ຂະຫຍາຍສັນຍາສາກົນ ກ່ຽວກັບສິດທິພົນລະເຮືອນແລະການເມືອງ ອອກໄປ
ລວມເອົາກິດຈະກໍາທາງອິນເທີເນັດນໍາ ແຕ່ຈະບໍ່ເອີ່ຍເຖິງສະຫະລັດ.
ເມື່ອວັນເສົາວານນີ້ ມີຜູ້ຄົນຫຼາຍເຖິງ 1,000 ຄົນ ໄປໂຮມຊຸມນຸມປະທ້ວງ ຢູ່ນອກຕຶກ ລັດຖະສະພາສະຫະລັດ ຕໍ່ຕ້ານການສອດແນມຂອງອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ ຫຼື NSA ແລະຮຽກຮ້ອງໃຫ້ຍຸຕິການສອດແນມສ່ວນບຸກຄົນ ຢ່າງຂະໜານໃຫຍ່ນັ້ນ.

Your browser doesn’t support HTML5
NSA Spying Charges Shake US Alliances

NSA Spying Could Complicate US-Europe Trade Talks
ຂະນະນີ້ ເຢຍຣະມັນ ຍັງກໍາລັງປະຕິບັດງານກັບ Brazil ກ່ຽວກັບຮ່າງມະຕິຂອງສະມັດ ຊາໃຫຍ່ອົງການສະຫະປະຊາຊາດ ເພື່ອຮັບປະກັນຄວາມເປັນສ່ວນຕົວຂອງປະຊາຊົນ ໃນການສື່ສານທາງອີເລັກໂທຣນິກ. ບັນດານັກການທູດຢູເອັນເວົ້າວ່າ ພວກຕົນຈະຮຽກ
ຮ້ອງໃຫ້ຂະຫຍາຍສັນຍາສາກົນ ກ່ຽວກັບສິດທິພົນລະເຮືອນແລະການເມືອງ ອອກໄປ
ລວມເອົາກິດຈະກໍາທາງອິນເທີເນັດນໍາ ແຕ່ຈະບໍ່ເອີ່ຍເຖິງສະຫະລັດ.
ເມື່ອວັນເສົາວານນີ້ ມີຜູ້ຄົນຫຼາຍເຖິງ 1,000 ຄົນ ໄປໂຮມຊຸມນຸມປະທ້ວງ ຢູ່ນອກຕຶກ ລັດຖະສະພາສະຫະລັດ ຕໍ່ຕ້ານການສອດແນມຂອງອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ ຫຼື NSA ແລະຮຽກຮ້ອງໃຫ້ຍຸຕິການສອດແນມສ່ວນບຸກຄົນ ຢ່າງຂະໜານໃຫຍ່ນັ້ນ.
Your browser doesn’t support HTML5
US NASA Protest