ສະຫະລັດ ອາດຈະ ບໍ່ອອກສຽງ ການປິດລ້ອມ ດ້ານການຄ້າ ຕໍ່ ຄິວບາ ຂອງ ສປຊ

ປະທານປະເທດ ຄິວບາ ທ່ານ ຣາອູລ ຄາສໂຕຣ ສະແດງທ່າທີ ຕໍ່ສະມາຊິກສະພາໃນລະຫວ່າງ ການປິດກອງປະຊຸມນິຕິບັນຍັດ ທີ່ສະພາແຫ່ງຊາດໃນນະຄອນຫຼວງ ຮາວານາ.

ສະຫະລັດ ລາຍງານ​ວ່າ ຕົນ​ກຳລັງ​ພິຈາລະນາຢູ່​ວ່າຈະບໍ່​ອອກ ສຽງ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ຮຽກຮ້ອງ​ໃຫ້​ຍຸດຕິ ​ການ​ຫ້າມຄ້າຂາຍ ທີ່​ຕົນໄດ້ວາງ​ໄວ້​ຕໍ່​ຄິວ​ບາ​ມາ​ດົນ​ນານ​ແລ້ວນັ້ນ.

​ເກືອບ 25 ປີຜ່ານມາ​ແລ້ວ​ທີ່ ຄິວ​ບາ​ໄດ້​ນຳ​ເອົາ​ຍັດຕິ​ທີ່​ຄ້າຍຄື​ກັນນັ້ນ ຂຶ້ນມາສະ​ເໜີ ​ແຕ່ລະ​ປີ ຢູ່​ທີ່ກອງ​ປະຊຸມ​ສະມັດຊາ​ວ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໂດຍ​ສະ​ແດງ​ຄວາມ​ກັງວົນ​ ກ່ຽວ​ກັບ​ກົດໝາຍ​ຕ່າງໆ ທີ່​ມີ​ຜົນ​ຕໍ່​ອະທິປະ​ໄຕ ​ແລະ ການ​ຄ້າ​ເສລີ ຂອງ​ປະ​ເທດ​ອື່ນໆ​ນັ້ນ. ​ສຳ​ຫລັບສອງ​ປີ​ທີ່​ຜ່ານມານີ້ ສະຫະລັດ ​ແລະ ອິສຣາ​ແອ​ລ ​ພຽງສອງ​ປະ​ເທດ​ເທົ່າ​ນັ້ນ ທີ່​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່ຕ້ານ ມາດ​ຕະການດັ່ງກ່າວ.

​ແຕ່​ສາຍ​ພົວພັນ ລະຫວ່າງ ສະຫະລັດ ​ກັບ ຄິວ​ບາ ​ໄດ້​ຫັນປ່ຽນ​ໄປ​ຢ່າງ​ໃຫຍ່ ນັບ​ຕັ້ງ​ແຕ່​ການ​ລົງ​ສຽງ​ຄັ້ງຫຼ້າສຸດ ​ເມື່ອ​ເດືອນ​ຕຸລາ ປີ​ກາຍ​ນີ້. ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ ສອງ​ລັດຖະບານ ​ໄດ້​ຍຸດຕິ​ການ​ເປັນສັດຕູ​ກັນ ທີ່​ດົນນານ​ມາເຖິງ 54 ປີ ​ແລະ ​ໄດ້​ຕົກລົງ ຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ​ຄືນ. ຕໍ່​ມາສະຖາ​ທູດ​ໃນ​ຮາ​ວາ​ນາ ​ແລະ ວໍ​ຊິງ​ຕັນ ຕ່າງ​ກໍ​ໄດ້​ເປີດ​ຄືນອີກຄັ້ງ ໜຶ່ງ ​ແລະ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້ອອກ​ມາຮຽກຮ້ອງ​ ໃຫ້​ລັດຖະສະພາ ຍົກ​ເລີ​ກ ການ​ປິດ​ລ້ອມ​ດ້ານ​ການ​ຄ້າ​ຕໍ່​ຄິວ​ບາ​.

ມາ​ເຖິງ​ຕອນ​ນີ້ ​ສະພາ ສຫລ ທີ່​ຢູ່​ໃນ​ການ​ຄວບ​ຄຸມ​ ຂອງພັກຣີພັບ​ບລີ​ກັນ ບໍ່​ໄດ້​ເອົາ​ບາດ ກ້າວ​ໃດໆ ທີ່​ສຳຄັນ​ເພື່ອນຳ​ໄປ​ສູ່​ການ​ຍົກ​ເລີກ​ນັ້ນ ຊຶ່ງ​ໄດ້​ເຮັດ​ໃຫ້​ປະທານາທິບໍດີ ອອກ​ມາ​ກ່າວ​ເມື່ອ​ອາທິດ​ແລ້ວ ​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ເບິ່ງ “​ເທື່ອ​ລະບາດ​ກ້າວ” ສຳ​ຫລັບ​ໂອກາດ​ຕ່າງໆ ​ທີ່​ຈະ​ຜ່ອນ​ຜັນ ຜົນ​ກະທົບ​ຂອງ​ການ​ປິດ​ລ້ອມດັ່ງ​ກ່າວ ​ໃນ​ຂະນະ​ທີ່ ມັນ​ຍັງ​ຄົງ​ຖືກ​ນຳ​ໃຊ້​ຢູ່.

ອົງການ​ຂ່າວສານ AP ອ້າງ​ອີງ​ເຖິງ ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ 4 ທ່ານ​ທີ່ຂໍ​ບໍ່ອອກ​ຊື່ ຜູ້​ທີ່​ພຽງ​ມີ​ຄຳ​ເຫັນ​ພາຍ​ໃຕ້​ເງື່ອນ​ໄຂ ຂອງ​ການ​ປິດ​ບັງ​ຊື່ ທີ່​ໄດ້​ລາຍ​ງານ​ເມື່ອ​ວັນ​ຈັນ​ມື້​ນີ້ ວ່າ ສະຫະລັດ ຈະ​ພິຈາລະນາ ວ່າ​ຈະ​ບໍ່​ອອກ​ສຽງ​ຕ້ານຍັດຕິ​ສະບັ​ບໃໝ່​ ກ່ຽວ​ກັບ​ການ​ຫ້າມ​ຄ້າຂາຍ ຂອງສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ຖ້າ​ຫາກ ມີ​ຂໍ້ຄວາມ​ມີການ​ປ່ຽນ​ແປງ​ທີ່​ສຳຄັນ ຈາກ​ສະບັບ​ກ່ອນ​ໜ້າ​ນີ້.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້ກ່າວວ່າ ຈະ​ບໍ່​ມີ​ການ​ຕັດສິນ​ໃຈ ຈົນ​ກວ່າ ຈະ​ໄດ້​ເຫັນ​ສະບັບຫລ້າ​ສຸດ​ເສຍ​ກ່ອນ ​ແຕ່​ການບໍ່ອອກສຽງ​ນັ້ນ ​ຈະເປັນ​ສັນ​ຍານ​ອັນ​ແຮງ​ກ້າ ​ເຖິງ​ສະພາ​ກ່ຽວກັບ​ຄວາມ​ໝັ້ນໝາຍ​ຂອງ​ປະທານາທິບໍດີ ​ເພື່ອ​ຍຸດຕິ​ການ​ປິດ​ລ້ອມ​ດັ່ງກ່າວ​ນັ້ນ.