ໜັງສືພິມວໍຊິງຕັນໂພສທ໌ ໄດ້ລາຍງານໃນຕອນແລງວັນພະຫັດວານນີ້ວ່າ ລັດຖະບານ
ເທີກີ ແຈ້ງໃຫ້ເຈົ້າໜ້າທີ່ສະຫະລັດ ຊາບວ່າ ອັງກາຣາ ມີສຽງບັນທຶກ ແລະວິດີໂອ ພິສູດ
ໃຫ້ເຫັນວ່າ ນັກຂ່າວຊາອຸດີ ທ່ານ ຈາມາລ ຄາຊອກກີ ໄດ້ຖືກສັງຫານ ຢູ່ໃນກົງສຸນຊາອຸ
ດີ ໃນນະຄອນອິສຕັນບູລ.
ສຽງບັນທຶກແລະວີດີໂອ ສະແດງໃຫ້ເຫັນວ່າ ທ່ານຄາຊອກກີ ໄດ້ຖືກຄຸມຂັງໃນວັນທີ 2
ຕຸລາ ຫຼັງຈາກທ່ານໄດ້ເຂົ້າໄປໃນກົງສຸນ ຖືກກັກຂັງ ທາລຸນ ແລະຫຼັງຈາກນັ້ນກໍໄດ້ຖືກ
ສັງຫານແລະຕັດເປັນຕ່ອນໆ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດແລະເທີກີໄດ້
ກ່າວຕໍ່ໜັງສືພິມສະບັບນີ້.
ໜັງສືພິມວໍຊິງຕັນໂພສທ໌ກ່າວວ່າ ບັນດາເຈົ້າໜ້າທີ່ ທີ່ບໍ່ໄດ້ລະບຸຊື່ກ່າວວ່າ ສຽງບັນທຶກ
ແລະວີດີໂອ ໂດຍສະເພາະໄດ້ໃຫ້ຫລັກຖານທີ່ໜ້າຢ້ານກົວ ກ່ຽວກັບຊາຕາກຳຂອງ
ທ່ານຄາຊອກກີ.
ລາຍງານກ່າວວ່າຍັງບໍ່ເປັນທີ່ແຈ້ງຂາວເທື່ອວ່າ ພວກເຈົ້າໜ້າທີ່ສະຫະລັດໄດ້ຍິນ ຫຼື
ໄດ້ເຫັນການບັນທຶກສຽງແລະວີດີໂອແທ້ຈິງຫຼືບໍ່ ແຕ່ພວກເຈົ້າໜ້າທີ່ເທີກີໄດ້ເວົ້າ ເລື່ອງ
ນີ້ ສູ່ຝ່າຍອາເມຣິກັນຟັງ.
ໃນຕອນເຊົ້າວານນີ້ ປະທານາທິບໍດີດໍໂນລ ທຣຳ ກ່າວວ່າ ສະຫະລັດມີບັນດານັກສືບ
ສວນຢູ່ໃນເທີກີ ໂດຍພະຍາຍາມພິຈາລະນາວ່າ ແມ່ນຫຍັງໄດ້ເກີດຂຶ້ນແກ່ທ່ານຄາ
ຊອກກີ.
“ທ່ານໄດ້ເຂົ້າໄປ ແລະບໍ່ອອກມາ” ນັ້ນຄືຄຳເວົ້າຂອງປະທານາທິບໍດີກ່າວຕໍ່ລາຍການ
ສົນທະນາ ຂອງໂທລະພາບຟັອກສ໌ (Fox &% Friends news talk show.)
“ເບິ່ງຄືວ່າທ່ານບໍ່ຢູ່ບ່ອນນັ້ນອີກແລ້ວ.”
ຮູບພາບວີດີໂອ CCTV ຈາກໜັງສືພິມເທີກີ Hurriyet ເຜີຍແຜ່ໃນວັນທີ 9 ຕຸລາ 2018 ສະແດງໃຫ້ເຫັນ ນັກຂ່າວຊາອຸດີ ທ່ານຈາມາລ ຄາຊອກກີ ກຳລັງຍ່າງເຂົ້າປະຕູ ກົງສຸນຊາອຸດີອາຣາເບຍ ໃນນະຄອນອິສຕັນບູລ.
ພວກເຈົ້າໜ້າທີ່ເທີກີກ່າວວ່າ ເຂົາເຈົ້າເຊື່ອວ່າທ່ານຄາຊອກກີ ຜູ້ຕິຕຽນເຈົ້າຟ້າຊາຍ
ໂມຮຳເມັດ ບິນ ຊາລມານ ຜູ້ທີ່ໄດ້ຂຽນຂໍ້ຄວາມແນວຄິດ ໃຫ້ແກ່ໜັງສືພິມ ວໍຊິງຕັນ
ໂພສທ໌ໄດ້ຖືກສັງຫານໃນອາທິດແລ້ວນີ້ໂດຍທີມນັກສືບຊາອຸດີ 15 ຄົນ ຜູ້ທີ່ໄດ້ບິນ
ໄປຍັງນະຄອນອິສຕັນບູລ ຊຶ່ງເປັນເລື້ອງທີ່ຊາອຸດີ ອາຣາເບຍເວົ້າວ່າ ບໍ່ມີມູນຄວາມ
ຈິງ.
Your browser doesn’t support HTML5
Trump Reluctant to Suspend Arms Sales to Saudi Arabia Over Disappeared Journalist
ໜັງສືພິມວໍຊິງຕັນໂພສທ໌ກ່າວວ່າ ໜ່ວຍສືບລັບຂອງສະຫະລັດສະແດງໃຫ້ເຫັນວ່າ
ເຈົ້າຊາຍຊາລມານ ໄດ້ສັ່ງໃຫ້ປະຕິບັດງານເພື່ອລໍ້ເອົາທ່ານຄາຊອກກີ ກັບຄືນໄປຊາ
ອຸດີອາຣາເບຍ ຈາກເຮືອນຂອງທ່ານຢູ່ໃນສະຫະລັດ ແລະຫຼັງຈາກນັ້ນໃຫ້ກັກຂັງທ່ານ.
ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານາງແຮເຕີ ນາວເອີດ ກ່າວຕໍ່ບັນດານັກຂ່າວ.
ປະທານນາທິບໍດີທຣຳ ກ່າວວ່າ “ພວກເຮົາກຳລັງເອົາຈິງເອົາຈັງ ແລະພວກເຮົາມີນັກ
ສືບສວນຢູ່ທີ່ນັ້ນ ແລະພວກເຮົາກຳລັງເຮັດວຽກກັບເທີກີ ແລະຄວາມຈິງແລ້ວ ພວກ
ເຮົາເຮັດວຽກກັບຊາອຸດີ ອາຣາເບຍ. ພວກເຮົາຕ້ອງການຢາກຮູ້ວ່າແມ່ນຫຍັງເກີດຂຶ້ນ.”
ທຳນຽບຂາວບໍ່ຍອມໃຫ້ຄວາມເຫັນ ກ່ຽວກັບບົດບາດຂອງສະຫະລັດ ໃນການສຶບສວນເລື້ອງທ່ານຄາຊອກກີ.