ລາຍງານ ລະບຸວ່າ ຣັດເຊຍ ເຈາະເຂົ້າບັນຊີ ການລົງຄະແນນສຽງ ເລືອກຕັ້ງ ປ. ສະຫະລັດ ປີ 2016 ປະສົບຜົນສຳເລັດ

ພວກທີ່ເຫັນເຫດການ ພາກັນໃຫ້ການໃນຄະດີ ທີ່ກ່າວຫາວ່າ ຣັດເຊຍ ໄດ້ແຊກແຊງ ເຂົ້າໃນການເລືອກຕັ້ງປະທານາ ທິບໍດີສະຫະລັດ ປີ 2016 ວໍຊີງຕັນ, 30 ມີນາ 2017.

ເຈົ້າໜ້າທີ່ຮັກສາຄວາມປອດໄພດ້ານໄຊເບີ ສະຫະລັດ ໄດ້ບອກອົງການຂ່າວ NBC ວ່າ ພວກເຈາະຂໍ້ມູນ ຫຼື ແຮັກເກີ ຣັດເຊຍ ໄດ້ເຈາະເຂົ້າບັນຊີການລົງຄະແນນສຽງເລືອກຕັ້ງ
ຂອງຫຼາຍໆລັດ ໃນສະຫະລັດ ຢ່າງສຳເລັດຜົນ ກ່ອນໜ້າ ການເລືອກຕັ້ງປະທານາ
ທິບໍດີສະຫະລັດ ປີ 2016.

ທ່ານນາງ ເຈັນແນັຕ ແມນຟຣາ (Jeannette Manfra) ຫົວໜ້າໜ່ວຍຮັກສາຄວາມປອດ
ໄພດ້ານໄຊເບີ ຂອງກະຊວງຮັກສາຄວາມປອດໄພພາຍໃນ ຫຼື DHS ກ່າວວ່າ ຣັດເຊຍ ໄດ້ແນເປົ້າໝາຍໃສ່ 21 ລັດ ແລະ “ຊຶ່ງຈຳນວນທີ່ສຳເລັດຜົນແທ້ໆແມ່ນເປັນ
ຈຳນວນທີ່ນ້ອຍເປັນພິເສດ.”

ອົງການຂ່າວ NBC ກ່າວວ່າ ຕົນໄດ້ຕິດຕໍ່ໄປຫາ 21 ລັດ ທີ່ເປັນເປົ້າໝາຍ. 5 ລັດ
ແມ່ນຮວມມີ ລັດ ເທັກຊັສ ແລະຄາລີຟໍເນຍ ເວົ້າວ່າ ຕົນບໍ່ເຄີຍໄດ້ຖືກໂຕມຕີ.

ທ່ານເຈ ຈອນສັນ ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ໃນຂະນະທີ່ມີ
ການການເລືອກຕັ້ງປະທານາທິບໍດີສະຫະລັດ ປີ 2016 ໄດ້ບອກອົງການຂ່າວ NBC
ວ່າ “ພວກເຮົາ ແມ່ນໄດ້ສະຫຼຸບວ່າ ສະຖິຕິຂອງການສເເກນແລະຫຼັກຖານຂອງການ
ລົງຄະແນນສຽງ ແມ່ນມາຈາກລັດຖະບານຂອງຣັດເຊຍ.”
ທ່ານໄດ້ເອີ່ນການເຈາະ
ຂໍ້ມູນນີ້ວ່າ “ເປັນການເຕືອນສະຕິທີ່ເຮັດໃຫ້ສະດຸ້ງຕື່ນ” ແລະໄດ້ກ່າວວ່າ ທ່ານໄດ້
ເກີດມີຄວາມເປັນຫ່ວງເປັນໃຍ ທີ່ວ່າ ຫຼາຍໆລັດ ເຮັດພຽງເລັກນ້ອຍ ຫຼືບໍ່ ກໍບໍ່ເຮັດຫຍັງ
ເລີຍ ທີ່ຈະ “ຈັດການຮັດກຸມຢ່າງ ແໜ້ນໜາເຂົ້າໃນການຮັກສາຄວາມປອດໄພ
ດ້ານໄຊເບີນີ້.”

ຫຼາຍໆລັດ ກ່າວວ່າ ພວກເຂົາເຈົ້າບໍ່ໄດ້ໃຫ້ຮັບລາຍລະອຽດຫຍັງຫຼາຍຈາກລັດຖະບານ
ກ່ຽວກັບໄພຂົ່ມຂູ່ທາງດ້ານໄຊເບີນີ້. ຫຼາຍໆພວກ ກ່າວວ່າ ພວກເຂົາເຈົ້າ ແມ່ນລໍຖ້າລັດ
ຖະບານ ທີ່ຈະໃຫ້ການຊ່ອຍເຫຼືອດ້ານການຮັກສາຄວາມປອດໄພກ່ຽວກັບໄຊເບີນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ