ອົງການ ນີລະໂທດກໍາ ສາກົນ ຕໍານິ ທະຫານ ອິນໂດເນເຊຍ ວ່າທໍາການ ເຂັ່ນຂ້າແບບ ຜິດກົດໝາຍ

ທະຫານອິນໂດເນເຊຍ ພາກັນແບກຫີບສົບຂອງເພື່ອນຮ່ວມ ງານ ທີ່ຖືກຂ້າຕາຍໃນຂະນະທີ່ປະທະກັບ ພວກກະບົດ ໃນ ແຂວງ ປາປົວ ທີ່ຢາກແຍກປະເທດ ທີ່ເດີ່ນບິນ Surabaya ໃນເກາະຈາວາຕາເວັນອອກ ຂອງອິນໂດເນເຊຍ ໃນວັນທີ 11 ເມສາ 2006.

ອົງການ​ນີລະ​ໂທດ​ກໍາ​ສາກົນ ກ່າວ​ວ່າ ກໍາລັງ​ຮັກສາ​ມຄວາມ​ສະຫງົບ​ຂອງ​ອິນ​ໂດ​ເນ​ເຊຍ
ຕ້ອງ​ຮັບຜິດຊອບ​ຕໍ່ການ​ເຂັ່ນຂ້າ 95 ຄົນ​ຢ່າງ​ຜິດ​ກົດໝາຍ ຢູ່​ໃນ​ຜືນ​ແຜ່ນດິນ​ຂອງ​ປາ​ປົວ​
ນັບ​ແຕ່​ປີ 2010 ​ເປັນຕົ້ນມານັ້ນ.

ອີງ​ຕາມ​ບົດ​ລາຍ​ງານ​ທີ່​ພິມ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ມື້ນີ້ ​ໂດຍ​ກຸ່ມ​ສະໜັບສະໜຸນ​ເລື້ອງສິດ
ທິ​ມະນຸດ, ຫລາຍ​ຄົນ​ໃນ​ຈໍານວນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ​ແມ່ນ​ພວກ​ນັກ ​ເຄື່ອນ​ໄຫວ​ດ້ານ​ການ
​ເມືອງ​ທີ່ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ທຸງ “ດາວ​ໃນ​ຕອນ​ເຊົ້າ ” ຫລື "Morning Star",
ຊຶ່ງ​ເປັນ​ສັນຍາ​ລັກ​ຂອງ​ຂະ​ບວນການ​ເພື່ອ​ເອກ​ະລາດ ນັ້ນຂຶ້ນ; ສ່ວນ​ຄົນ​ອື່ນໆ ​ແມ່ນ​ຖືກ
​ຂ້າ​ຕາຍ​ໃນ​ຂະນະ​ທີ່​ເຂົ້າຮ່ວ​ມ​ໃນ​ການ​ເດີນ​ຂະ​ບວນແບບ​ສັນຕິ​ຕ່າງໆ ໂດຍ​ບໍ່ກ່ຽວຂ້ອງ​
ກັບ​ການ​ເມືອງ. ຫລາຍ​ຄົນ​ແມ່ນ​ຖືກ​ຂ້າ​ຕາຍຍ້ອນ​ການ​ໃຊ້​ກໍາລັງ​ແບບ​ບໍ່ຈໍາ​ເປັນ ​ຫລື​ໃຊ້
​ກໍາລັງ​ຫລາຍ​ຈົນ​ເກີນ​ໄປ.

ອົງການ​ນີລະ​ໂທດ​ກໍາ​ເວົ້າວ່າ ບໍ່ມີການ​ຂ້າຄົນ​ຢ່າງ​ຜິດ​ກົດໝາຍ​ໃດໆ ​ໄດ້​ຖືກ​ສອບ​ສວນ
​ໂດຍພວກສອບ​ສວນ​ທີ່​ເປັນອິດສະລະເລີຍ. ບົດ​ລາຍ​ງານ​ດັ່ງກ່າວ​ໄດ້ ຕ້ອງ​ຕິ​ປະທານາ
ທິບໍດີໂຈ​ໂກ ວີ​ໂດ​ໂດ (Joko Widodo) ທີ່​ບໍ່​ໄດ້​ເຮັດ​ຕາ​ມສັນຍາ​ທີ່​ທ່ານເວົ້າວ່າ ຈະ​ປັບ
ປຸງ​ສະພາບ​ການດ້ານ​ສິດທິ​ມະນຸດຢູ່​ໃນ​ປາ​ປົວ ​ເມື່ອ​ທ່ານ​ໄດ້​ຂຶ້ນກໍາຕໍາ​ແໜ່ງ​ໃນ​ປີ 2014
ນັ້ນ.

ບົດ​ລາຍ​ງານ​ດັ່ງກ່າວນີ້ ແມ່ນ​ຈຸດ​ສໍາຄັນ​ຂອງ​ການ​ສໍາພາດ​ຄອບຄົວ​ຂອງ​ພວກ​ໄດ້​ຮັບ​ເຄາະ
ຮ້າຍ, ພວກ​ທີ່​ໄດ້ເຫັນເຫດການ, ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ທີ່​ດໍາ​ເນີນ​ໄປ
​ເປັນ​ເວລາ 2 ປີ.

ທ່ານ Usman Hamid, ຫົວໜ້າບໍລິຫານ​ຂອງ​ອົງການ​ນີລະ​ໂທດ​ກໍາ​ອິນ​ໂດ​ເນ​ເຊຍກ່າວ​
ວ່າ "ວັດທະນະ​ທໍາ​ຂອງ​ການບໍ່ສາມາດແຕະຕ້ອງ​ໄດ້​ຢູ່​ພາຍ​ໃນ​ກໍາລັງ ປ້ອງ​ກັນ​ຄວາມ​ສະ
ຫງົບຕ້ອງ​ໄດ້​ຖືກ​ປ່ຽນ​ແປງ, ​ແລະ​ຜູ້​ໃດ​ທີ່​ມີຄວາມ​ຮັບຜິດຊອບ​ຕໍ່ການຂ້າ​ຄົນ​ຕາຍ​ທີ່​ຜ່ານ​ມາ
ຕ້ອງໄດ້​ຖືກ​ລົງ​ໂທດຕາມ​ນັ້ນ."

ຈາກາ​ຕາ ​ໄດ້​ປົກ​ຄອງເກາະປາ​ປົວ ທີ່​ຕັ້ງຢູ່ທາງພາກ​ຕາ​ເວັນ​ຕົກ​ຂອງເກາະນີວກີ​ນີ ນັບ​ແຕ່
​ລັດຖະບານປະ​ເທດ​ດັ່ງກ່າວ​ໄດ້ຍຶດ​ເອົາ​ເກາະ​ປາ​ປົວ ​ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ​ໃນ​ທ້າຍ
​ຊຸມປີ 1960 ​ເປັ້ນຕົ້ນມາພາຍຫລັງທີ່ມັນ​ໄດ້​ຕົກ​ຢູ່​ໃນ​ການ​ປົກຄອງ​ຂອງ​ເນເທີແລນ​ເປັນ​ເວ
ລາ​ນານ​ຫລາຍ​ທົດ​ສະ​ວັດ.