ເກົາຫຼີເໜືອ ແລະ ໃຕ້ ຍິງປືນໃຫຍ່ ໃສ່ກັນ ຢູ່ຕາມເຂດ ຊາຍແດນ

ທະຫານ ເກົາຫຼີໃຕ້ ຄົນໜຶ່ງຍ່າງຜ່ານປ້າຍໂຄສະນາ ໃນລະຫວ່າງການຊ້ອມລົບຕໍ່ຕ້ານການກໍ່ການຮ້າຍ ເຊິ່ງເປັນສ່ວນໜຶ່ງຂອງການຝຶກຊ້ອມ Ulchi Freedom, ທີ່ສະຖານີ ລົດໄຟໃຕ້ດິນ Sadang ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້, 19 ສິງຫາ, 2015.

​ເຈົ້າ​ໜ້າ​ທີ່ໃນນະຄອນຫຼວງ ​ໂຊ​ລ ກ່າວວ່າ ເກົາຫຼີ​ເໜືອ ​ແລະ ​ເກົາຫຼີ​ໃຕ້ ​ໄດ້​ຍິງ​ປືນ​ໃຫຍ່​ຕອບ​ໂຕ້​ກັນ​ຕາມເຂດ​ຊາຍ​ແດນ​ທາ​ງ ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ, ​ໃນ​ຄວາມ​ຮຸນ​ແຮງ ຂ້າມ​ເຂດ​ຊາຍແດນ ​ທີ່​ກຳລັງ​ລຸກ​ເປັນ​ໄຟ​ຄັ້ງ​ຫຼ້າ​ສຸດ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ ​ເກົາຫຼີ​ໃຕ້​ ກ່າວ​ວ່າ ​ເຫດການດັ່ງ ກ່າວ​ໄດ້​ເລີ່​ມຂຶ້ນ​ ໃນ​ວັນ​ພະຫັດ​ມື້​ນີ້ ​ເມື່ອ ​ເກົາຫຼີ​ເໜືອ ​ໄດ້​ຍິງ​ປືນ​ໃຫຍ່​ໂຈມຕີ ທີ່ຕັ້ງຫຼາຍແຫ່ງທາງທະຫານ ​ຂອງ ເກົາຫຼີ​ໃຕ້.

​ກະຊວງປ້ອງກັນປະເທດກ່າວ​ວ່າ ເກົາຫຼີ​ໃຕ້ ​ໄດ້​ຕອບ​ໂຕ້​ໂດຍ​ການ​ຍິງ​ປືນ​ໃຫຍ່​ຂະໜາດ 155 ມິນ​ລີ​ແມັດ​ຫຼາຍ​ສິບ​ລູກ​ໃສ່ ​ເກົາຫຼີ​ເໜືອ ແຕ່​ບໍ່​ໄດ້​ກ່າວ​ເຖິງ​ການ​ບາດ​ເຈັບ ຫຼື ຄວາມ​ເສຍ​ຫາ​ຍ​ໃດໆຂອງແຕ່​ລະຝ່າຍ.

ອົງການ​ຂ່າວ Yonhap ​ໄດ້​ກ່າວ​ວ່າ ​ບັນດາ​ເຈົ້າ​ໜ້າ​ທີ່ ​ເກົາຫຼີ​ໃຕ້ ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ປະຊາ​ຊົນ​ ທີ່​ອາ​ໄສ​ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ ອົບ​ພະຍົບ ອອກ​ຈາກ​ພື້ນ​ທີ່.

ສາຍ​ພົວພັນ​ລະຫວ່າງ ​ເໜືອ ​ແລະ ​ໃຕ້ ​ໄດ້​ມີ​ຄວາມ​ຕຶງ​ຄຽດ​ໂດຍ​ສະ​ເພາະ​ຫຼັງ​ຈາກ ໂຊ​ລ ​ໄດ້​ກ່າວ​ຫາ ພຽງຢາງ ​ໃນ​ການວາງ​ລະ​ເບີດ​ຝັງ​ດິນ​ທີ່​ໄດ້​ແຕກ​ຂຶ້ນ​ໃນ​ເດືອນ​ນີ້, ເຊິ່ງເຮັດ​ໃຫ້​ທະຫານ​ ​ເກົາຫຼີໃຕ້​ ສອງ​ຄົນ​ບາດ​ເຈັບ.

​ເກົາຫຼີ​ໃຕ້ ​ໄດ້​ຕອບ​ໂຕ້ຕໍ່​ການ​ໂຈມ​ຕີນີ້ ​ໂດຍ​ເລີ່​ມຄືນ​ການ​ອອກ​ອາກາດເຜີຍແຜ່ຂ່າວ ຜ່ານ​ທາງໂທລະ​ໂ​ຄ່ງ ທີ່​ໄດ້ຢຸດເຊົາມາ​ດົນ​ກວ່າ​ໜຶ່ງ​ທົດ​ສະ​ວັດແລ້ວນັ້ນ.

​ເກົາຫຼີ​ເໜືອ ​ໄດ້​ປະຕິ​ເສດຕໍ່ການ​ໂຈມ​ຕີ​ດັ່ງກ່າວ, ​ແລະ ໃນສັບປະດາ​ທີ່​ຜ່ານ​ມາ​ກໍ​ໄດ້​ຂົ່ມຂູ່ ຈະ “ປະຕິ​ບັດການ​ທາງ​ທະຫານແບບເດັດຂາດ​ເພື່ອ​ຄວາມ​ຍຸດຕິ​ທຳ ທີ່ຈະທຳລາຍທຸກ​ຢ່າງ​ສຳລັບ​ການ​ເຮັດ​ສົງຄາມທາງ​ຈິດຕະວິ​ທະຍາ ຕໍ່ຕ້ານ ​ເກົາຫຼີ​ເໜືອ” ​ຖ້າ​ ​ເກົາຫຼີ​ໃຕ້ ບໍ່​ຢຸດ​ການ​ອອກ​ອາກາດ​ໂດຍ​ທັນ​ທີ.

ລາຍ​ງານຂ່າວ​ຫຼາຍ​ກະແສຊີ້ໃຫ້​ເຫັນ​ວ່າ ການ​ຍິງ​ປືນ​ໃຫຍ່ໂຈມຕີ​ຂອງ​ ​ເກົາຫຼີ​ເໜືອ ແມ່ນ​ຕົກໃສ່ ຫຼື​ຕົກໃກ້​ກັບໂທລະ​ໂຄ່ງ​ໂຄສະນາ​ຊວນ​ເຊື່ອ.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ ​ເກົາຫຼີ ​ໄດ້​ລຸກ​ຂຶ້ນ​ເປັນ​ໄຟ​ຢ່າງ​ເປັນ​ປະຈຳ, ​ເຊິ່ງທັງ​ສອງ​ຝ່າຍ​ໃນ​ທາງ​ເທັກນິກ​ແລ້ວ ແມ່ນ​ຍັງ​ຢູ່​ໃນພາວະສົງຄາມ​ລະຫວ່າງກັນຢູ່​ ຫຼັງ​ຈາກ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ເຂົາ​ໄດ້​ສິ້ນ​ສຸດ​ລົງດ້ວຍສັນ​ຍາ​ສະຫງົບເສິກຊົ່ວຄາວ​ໃນຊຸມ​ປີ 1950 ​ແທນ​ທີ່​ຈະ​ເປັນ​ສົນທິສັນຍາ​ສັນຕິພາບ.