ເກົາຫລີເໜືອສົ່ງໃບເກັບເງິນຈຳນວນ 2 ລ້ານໂດລາໃຫ້ສະຫະລັດສຳລັບຄ່າປິ່ນປົວນັກສຶກສາໃນມະຫາວິທະຍາໄລຂອງສະຫະລັດ ທີ່ຖືກພຽງຢາງຈັບໄປຂັງໃນປີ 2016 ແລະກັບຄືນມາຍັງສະຫະລັດໃນສະພາບທີ່ອ່ອນເພຍແບບບໍ່ຮູ້ສຶກຕົວເລີຍ ໃນເວລາ 1 ປີ ຕໍ່ມາ, ອີງຕາມລາຍງານຂອງໜັງສືພິມ Washington Post.
ແຫລ່ງຂ່າວບອກໜັງສືພິມ Washington Post ວ່າ ທູດພິເສດຕົ້ນຕໍທີ່ຖືກສົ່ງໄປເອົາທ້າວອັອດໂຕ ວາມບີເອີ (Otto Warmbier) ມານັ້ນ ໄດ້ເຊັນສັນຍາວ່າຈະຈ່າຍເງິນຄ່າປິ່ນປົວດັ່ງກ່າວ ຕາມຄຳສັ່ງຂອງປະທານາທິບໍດີ ດໍໂນລ ທຣຳ. ໃບບິນດັ່ງກ່າວໄດ້ຖືກສົ່ງໄປຫາກະຊວງການເງິນຂອງສະຫະລັດ ແຕ່ວ່າ ບໍ່ເປັນທີ່ຈະແຈ້ງວ່າ ລັດຖະບານໄດ້ຈ່າຍເງິນທີ່ຂຽນຢູ່ໃນໃບເກັບເງິນນັ້ນຫລືບໍ່.
"ພວກເຮົາບໍ່ໃຫ້ຄຳຄິດເຫັນແຕ່ຢ່າງໃດກ່ຽວກັບການເຈລະຈາຕໍ່ລອງເລື້ອງຕົວປະກັນ ສະນັ້ນຫລະມັນຈຶ່ງເຮັດໃຫ້ພວກເພິ່ນປະສົບຜົນສຳເລັດຢູ່ໃນລັດຖະບານຊຸດນີ້," ນັ້ນຄືຄຳເວົ້າຂອງທ່ານນາງ Sarah Sanders, ໂຄສົກປະຈຳທຳນຽບຂາວ ທີ່ກ່າວຢູ່ໃນຂໍ້ຄວາມຂຽນລົງໃນສື່ສັງຄົມອອນລາຍ.
ປະທານາທິບໍດີ ດໍໂນລ ທຣຳຂອງ ສຫລ ແລະຜູ້ນຳເກົາຫລີເໜືອ, ທ່ານ ກິມ ຈົງອຶນ ພົບປະກັນໃນກອງປະຊຸມສຸດຍອດ ຄັ້ງທີ່ສອງຢູ່ຮາໂນ້ຍ, ວັນທີ 28 ກຸມພາ, 2019
ໃນວັນທີ 30 ກັນຍາ ຊຶ່ງເປັນເວລາບໍ່ດົນພໍເທົ່າໃດມານີ້ ທ່ານທຣຳກ່າວຢືນຢັນວ່າ ລັດຖະບານບໍ່ໄດ້ຈ່າຍ "ເງິນຈັກໜ້ອຍເລີຍ" ເພື່ອເອົາ "ຄົນທີ່ຖືກຈັບເປັນຕົວປະກັນ" ທີ່ເປັນຊາວອາເມຣິກັນທັງຫລາຍ ອອກມາຈາກເກົາຫລີເໜືອ, ອີງຕາມການລາຍງານຂອງໜັງສືພິມດັ່ງກ່າວ.
ທ້າວ ວາມບີເອີ (Warmbier) ໄດ້ຖືກຈັບໄປຂັງໃນເດືອນມັງກອນ ປີ 2016 ຍ້ອນຖືກກ່າວຫາວ່າ ໄດ້ລັກເອົາປ້າຍອັນນຶ່ງຢູ່ໃນໂຮງແຮມແຫ່ງນຶ່ງໃນເກົາຫລີເໜືອ. ລາວມີອາຍຸໄດ້ 21 ປີຕອນທີ່ລາວຖືກຈັບນັ້ນ. ພາຍຫລັງທີ່ໄດ້ໄປປາກົດໂຕຢູ່ໃນສານ ແລະໄດ້ທຳການຂໍຂະມາໂທດແບບໂສກເສົ້າເສຍໃຈທີ່ໄດ້ຖືກບັນທຶກໃນວີດິໂອ ແລະຖືກຄົນເອົາສົ່ງໃຫ້ກັນເບິ່ງຢ່າງກວ້າງຂວາງໃນສື່ສັງຄົມອອນລາຍແລ້ວ, ລາວກໍຖືກສານຕັດສິນໃນເດືອນມີນາ 2016 ແລະຖືກຕັດສິນໃຫ້ຖືກລົງໂທດດ້ວຍການອອກແຮງງານເປັນເວລາ 15 ປີ ຢູ່ໃນຄຸກຂອງເກົາຫລືເໜືອແຫ່ງນຶ່ງ.