ລາຍ​ງານ​ໃໝ່​ ​​ຈັດ​ເອົາ ໂຊ​ມາ​ເລຍ ​ເກົາຫຼີ​ເໜືອ ເປັນປະເທດ ສໍ້ລາດບັງຫຼວງ ຫຼາຍທີ່ສຸດໃນໂລກ

ຊ້າຍ ແມ່ນແຜນທີ່ ນະຄອນ Mogadishu ປະເທດ ໂຂມາເລຍ ແລະຂວາ ແຜນທີ່ ນະຄອນ Pyongyang ປະທດ ເກົາຫລີເໜືອ.

ລາຍ​ງານ​ໃໝ່​ສະບັບ​ໜຶ່ງ ​ໄດ້​ຈັດ​ເອົາ ​ໂຊ​ມາ​ເລຍ ​ເກົາຫລີ​ເໜືອ
​ແລະ​ອັຟກາ​ນິສຖານ ວ່າເປັນປະ​ເທດ ທີ່​ມີ​ການ​ສໍ້​ລາດ​ບັງ​ຫຼວງ
ຮ້າຍ​ແຮງ​ທີ່​ສຸດ​ຢູ​ໃນ​ໂລກ.

ອົງການຄວາມ​ໂປ່​ງ​ໃສ​ສາກົນ​ຫຼື Transparency International
​ໄດ້​ພິມເຜີຍ​ແຜ່ ດັດ​ຊະນີວ່າ​ດ້ວຍ​ການ​ສໍ້​ລາດ​ບັງ​ຫລວງ​ປະຈຳ​ປີ ​
ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ອີງ​ໃສ່​ໃນອັນ​ທີ່​ອົງການຮ້ອງ​ວ່າ ​ຄວາມ​ຄິດ​
ຄວາມ​ເຫັນຂອງ​ຜູ້​ຊ່ຽວຊານ​ຢູ່​ໃນ​ທົ່ວ​ໂລກ ​ເພື່ອ​ວັດ​ແ​ທກ​ລະ​ດັບ
ຄວາມ​ຮູ້ສຶກ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງຂອງພາກ​ເອກ​ກະ​ຊົນ.

ການ​ໄດ້​ຮັບຄະ​ແນນ​ຕໍ່າ ໝາຍ​ເຖິງ ມີການ​ສໍ້​ລາດ​ບັງ​ຫລວງຫລາຍ
”​ຂື້ນ ແລະ​ລາຍ​ງານໄດ້ຈັດ​ໃຫ້​ໂຊ​ມາ​ເລຍ ​ແລະ​ເກົາຫລີ​ເໜືອ ​ໄດ້ 8 ຄະ​ແນນ ​ໃນ​ຂະນະ​ທີ່​ອັຟກາ​ນິສຖານ 11 ຄະ​ແນນ.

ບໍ່​ມີ​ປະ​ເທດໃດ​ໄດ້ຮັບ​ 100 ຄະ​ແນນ​ເຕັມ ​ແຕ່​ມີ​ຈຳນວນ​ໜຶ່ງ​ເກືອບ​ໄດ້ ​ຮັບ​ຄະ​ແນນ​ໃກ້​
ຄຽງເຊັນ​ວ່າ Denmark ​ໄດ້ 91 ຄະ​ແນນ ​Finland ​ແລະ Sweden ຕ່າງ​ກໍ​ໄດ້​ປະ​ເທດ​
ລະ​ 90 ຄະ​ແນນ.

ທ່ານ Jose Ugaz ປະທານ​ອົງກາ​ນຄວາມ​ໂປ່​ງ​ໃສ​ນາໆ​ຊາດ ກ່າວ​ວ່າ ລາຍ​ງານນີ້​ສະ
​ແດງ​ໃຫ້​ເຫັນ ​ການ​ສໍ້​ລາດ​ບັງ​ຫລວງທີ່ຍັງ​ “​ເປັນ​ທີ່ສ້າງ​ຄວາມ​ເສຍ​ຫາຍ” ຢູ່​ທົ່ວໃນໂລກ.

ພວກນັກລົບ ລັດອິສລາມ ສວນສະໜາມ ຢູ່ໃນລົດຫູ້ມເກາະ ກຳລັງຮັກສາຄວາມປອດໄພ ອີຣັກ ທີ່ພາເໜືອ ນະຄອນ Mosul ອີຣັກ.

ທ່ານ​ກ່າວ​ວ່າ “​ແຕ່​ວ່າ​ປີ 2015 ​ໄດ້​ເປັນ​ປີ​ທີ່​ອີກ​ຄັ້ງ​ໜຶ່ງຜູ້​ຄົນ​ໄດ້​ພາກັນ ລົ​ງສູ່​ຖະໜົນ​ຫົນທາງ ​ປ​ະທ້ວງການ​ສໍ້​ລາດ​ບັງ​ຫລວງ ປະຊາຊົນ​ຢູ່​ໃນ​ທົ່ວ​ໂລກ ພາກັນ​ສົ່ງ​ສັນຍານອັນ​ແຂງ​ຂັນ ​ໄປ​ຫາ​ພວກ​ທີ່ກຳອຳນາດວ່າ ມັນ​ເຖິງ​ເວລາ​ແລ້ວ ທີ່​ຈະ​ຕໍ່​ສູ້ກັບ​ການ​ສໍ້​ລາດ​ບັງ​ຫລວງ​ຄັ້ງ​ໃຫຍ່.”

ທ່ານ Jiang Jiemin, ຊ້າຍ, ອະດີດປະທານນໍ້າມັນແຫ່ງຊາດຈີນ ແລະ ທ່ານ Li Chuncheng, ຂວາ, ອະດິດຮອງຫົວໜ້າພັກ ແຂວງ ພາກຕາເວັນຕົກສຽງໃຕ້ Sichuan, ທັງສອງໄດຖືກຈັບ ໃນຖານສໍ້ລາດບັງຫລວງ

ອົງການຄວາມ​ໂປ່​ງ​ໃສ​ນາໆ​ຊາດກ່າວ​ວ່າ ຫລາຍ​ກວ່າ 6 ພັນ​ລ້ານ​ຄົນ ທີ່​ເປັນສ່ວນໃຫຍ່​ຂອງ​ປະຊາ​ຊົນ​ໃນໂລກ ພາກັນອາ​ໄສຢູ່​ໃນບັນດາ​ປະ​ເທດທີ່ “ມີ​ການ​ສໍ້​ລາດ​ບັງ​ຫລວງຮ້າຍ​ແຮງ.”

ສປປ ລາວ ຕິດ​ອັນ​ດັບ​ທີ 139 ​ໃນ​ດັດຊະນີ​ດັ່ງກ່າວ ​ໂດຍ​ໄດ້ທັງ​ໝົດ 25 ຄະ​ແນນ.