ມີຜູ້ນຶ່ງ ບາດເຈັບ ໃນເຫດລະເບີດ ຢູ່ນອກ ສະຖານທູດ ອາເມຣິກັນ ທີ່ປັກກິ່ງ

ເຈົ້າໜ້າທີ່ ແລະເຈົ້າໜ້າທີ່ຮັກສາຄວາມປອດໄພ ພາກັນຢືນ ສຳຫຼວດ ໃກ້ໆກັບບ່ອນເກີດເຫດ ທາງໃຕ້ຂອງສະຖານທູດ ອາເມຣິກັນ ທີ່ປັກກິ່ງ, 26 ກໍລະກົດ 2018.

​ຊາຍ​ຜູ້​ນຶ່ງ​ໄດ້​ຮັບ​ບາດ​ເຈັບ ເວລາ​ລະ​ເບີດ​ທີ່​ເຮັດ​ຂຶ້ນ​ເອງ ຊຶ່ງ​ລາວ​ຖືໄປນຳນັ້ນໄດ້ແຕກຂຶ້ນ
ຢູ່ຂ້າງ​ນອກ​ສະຖານທູດອາ​ເມຣິກັນ ​ທີ່ນະຄອນຫຼວງ​ປັກ​ກິ່ງ ​ໃນ​ວັນ​ພະ ຫັດ​ມື້​ນີ້.

ຕຳຫຼວດ​ໃນປັກ​ກິ່ງ ​ໄດ້​ລະບຸມືລະ​ເບີດ​ນັ້ນ​ວ່າ ​ແມ່ນ​ຊາຍ​ໄວ 26 ປີ ຈາກ​ເຂດ​ມົງ​ໂກ​ເລຍ
​ໃນ. ມື​ຂອງ​ລາວ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ລະ​ເບີດ​ດັ່ງກ່າວແຕກໃສ່ ຊຶ່ງ​ຕຳຫຼວດ​ກ່າວ​ວ່າ
ລະ​ເບີດທີ່​ວ່າ​ນີ້ ​ແມ່ນ​ເຮັດ​ຈາກບັ້ງໄຟດອກ.

​ເຫດ​ລະ​ເບີດດັ່ງກ່າວ​ນີ້ ​ໃກ້​ໆກັບບ່ອນ​ທີ່​ພວກ​ຜູ້​ຄົນຢືນ​ເຂົ້າ​ແຖວ ທີ່ຍື່ນ​ໃບ​ສະໝັກ​ຂໍ​ວີ​ຊາ ​
ເພື່ອ​ການ​ສຳພາດ. ​

ພາບ​ທີ່​ໄດ້​ລົງ​ໃນ​ສື່​ສັງຄົມ ຫຼັງ​ຈາກ​ລະ​ເບີດ​ໄດ້​ແຕກ​ຂຶ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ ມີແປວ
ຄວັນຂະໜາດໃຫຍ່ ​ກຸ້ມ​ຂຶ້ນ​ ຢູ່ຂ້າງ​ນອກ​ສະຖານທູດ ​ໃນ​ນະຄອນ​ຫຼວງ​ຂອງ​ຈີນ. ສະຖານ
ທູດ​ແມ່ນ​ຕັ້ງ​ຢູ່ໃນເຂດ ​ທີ່​ມີ​ບັນດາ​ສະຖານທູດຂອງປະເທດ​ອື່ນໆ​ຕັ້ງ​ຢູ່ ຊຶ່ງ​ຮວມທັງສະຖານ
ທູດ​ອິນ​ເດຍ​ແລະ​ອິສຣາ​ແອ​ລ ນຳ ຂອງນະຄອນຫຼວງປັກກິ່ງ.

ໜັງສືພິມ​ Global Times ຂອງທາງການ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ​ໄດ້​ກ່າວ​ວ່າ ຕຳຫຼວດ
ໄດ້​ຈັບ​ກຸມ​ແມ່ຍິງ​ຄົນ​ນຶ່ງ​ໃກ້ໆ​ກັບ​ສະຖານທູດອາ​ເມຣິກັນ ຜູ້​ຊຶ່ງ​ໄດ້​ເທ​ນ້ຳມັນ​ໃສ່​ລາວ​ເອງ
ໃນ​ຄວາມ​ພະ​ຍາ​ຍາມທີ່ສົງໄສວ່າ ອາດຈະ​ເຜົາ​ຕົວ​ເອງ​ຕາຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ