ອົງການຜູ້ຍົກຍ້າຍຖິ່ນຖານສາກົນຫຼື IOM ກ່າວວ່າ ຈຳນວນ
ຂອງຜູ້ຍົກຍ້າຍຖິ່ນຖານ ແລະ ຊາວອົບພະຍົບ ທີ່ເຂົ້າໄປໃນ
ຢູໂຣບ ໃນປີ 2015 ໄດ້ກາຍ ຂີດໝາຍ 1 ລ້ານຄົນ ຊຶ່ງເປັນ
ການຫຼັ່ງໄຫຼທີ່ຫຼາຍທີ່ສຸດ ແບບນີ້ ນັບແຕ່ທ້າຍສົງຄາມໂລກຄັ້ງ
ທີສອງເປັນຕົ້ນມາ.
ອົງການ IOM ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ Geneva ໄດ້
ເປີດເຜີຍຕົວເລກດັ່ງກ່າວ ໃນວັນອັງຄານວານນີ້ ທີ່ສະແດງໃຫ້
ເຫັນວ່າ ຊາວອົບພະຍົບ 1,005,504 ຄົນ ມາຈາກ ອາຟຣິກາ
ແລະ ຕາເວັນອອກກາງ ທີ່ໄດ້ຂ້າມເຂົ້າໄປໃນທະວີບຢູໂຣບ ໂດຍ
ທາງພາກພື້ນດິນ ແລະ ທາງທະເລປະສົມປະສານກັນ ຊຶ່ງເປັນ
ການເພີ້ມຂຶ້ນ 4 ເທົ່າຈາກປີ 2014.
ຊາວອົບພະຍົບ ແລະ ຊາວຍົກຍ້າຍຖິ່ນຖານ ລຽນແຖວ ເພື່ອຂຶ້ນລົດເມ ຢູ່ທີ່ທ່າເຮືອ ເມືອງ Piraeus ໃກ້ໆກັບ ນະຄອນຫຼວງ Athens ຂອງປະເທດກຣິສ, ວັນທີ 15 ຕຸລາ 2015.
ໂຄສົກຂອງອົງການ IOM ທີ່ມີຫ້ອງການຕັ້ງຢູ່ໃນປະເທດສະວິດເຊີແລນ ທ່ານ Joel
Millman ກ່າວຕໍ່ວີໂອເອ ວ່າ ມັນມີປັດໄຈຫຼາຍຢ່າງ ກ່ຽວກັບການຫລັ່ງໄຫລເປັນຈຳນວນ
ຫຼວງຫຼາຍ ທີ່ບໍ່ຄາດຄິດ ແຕ່ສິ່ງທີ່ໃຫຍ່ທີ່ສຸດ ແມ່ນການປ່ຽນແປງ ຂອງພົນລະເມືອງ ໃນ
ພາກຕາເວັນອອກກາງ.
ທ່ານ Millman ເວົ້າວ່າ “ການປ່ຽນແປງຂອງພົນລະເມືອງທີ່ໃຫຍ່ທີ່ສຸດ ແມ່ນສັດສ່ວນ
ຂອງ ຊາວອົບພະຍົບ ໃນພາກຕາເວັນອອກກາງ ໂດຍສະ ເພາະ ຄືຊີເຣຍ ແລະ ອີຣັກ,
ປະຊາຊົນ ທີ່ຕັ້ງຖິ່ນຖານຢູ່ໃນປະເທດ ເຊັ່ນເທີກີ ເລບານອນ ແລະ ຈໍແດນ. ໃນບາງ
ລະດັບແລ້ວ ທ່າອ່ຽງນັ້ນໄດ້ກາຍໄປແລ້ວ ແລະ ມັນໄດ້ເຮັດໃຫ້ຍາກຂຶ້ນກວ່າເກົ່າ ທີ່ຜູ້
ຄົນຍັງຈະ ຢູ່ທີ່ນັ້ນຕໍ່ໄປດ້ວຍເຫດຜົນຕ່າງໆ.”
ແຜນທີ່ ສະແດງໃຫ້ເຫັນເຖິງການເດີນທາງ ທາງທະເລ ແລະ ການເສຍຊີວິດ ໃນທະເລ Mediterranean ລະຫວ່າງ ວັນທີ 1 ມັງກອນ ຫາ ວັນທີ 21 ທັນວາ ປີ 2015
ຊາວອົບພະຍົບຈາກຊີເຣຍ ຊຶ່ງປະເທດຂອງພວກເຂົາເຈົ້າຖືກເຜົາຜານແບ່ງແຍັກ ໂດຍ
ສົງຄາມກາງເມືອງ ເປັນເວລາ 5 ປີມາແລ້ວ ທີ່ໄດ້ເຮັດໃຫ້ປະຊາຊົນ 200,000 ຄົນ ຖືກ
ຂ້າຕາຍ ແລະ ອີກຫຼາຍລ້ານຄົນ ຖືກພັດພາກຈາກຖິ່ນຖານ ທີ່ເປັນພາກສ່ວນເຄິ່ງໜຶ່ງ
ຂອງຊາວຍົກຍ້າຍຖິ່ນຖານ ແລະ ຊາວອົບພະຍົບ ຕິດຕາມມາດ້ວຍ ຊາວອົບພະຍົບຈາກ
ບັນດາປະເທດອື່ນໆ ທີ່ເກີດສົງຄາມ ເຊັ່ນອັຟການິສຖານ ແລະ ອີຣັກ.