ກຸ່ມປົກປ້ອງສິດທິມະນຸດ Freedom House ຂອງສະຫະລັດ ກ່າວວ່າ ສິດເສລີພາບ
ໃນທົ່ວໂລກ ໄດ້ຕົກຕ່ຳລົງ ໃນປີ 2016 ເປັນປີທີ 11 ລຽນຕິດ ຊຶ່ງການຫລຸດລົງນີ້ ທາງອົງການດັ່ງກ່າວ ໄດ້ຖິ້ມໂທດໃສ່ ການເພີ້ມຂຶ້ນ ຂອງລະບົບ ປະຊານິຍົມ ແລະ ຊາດ
ນິຍົມ ໃນປະເທດປະຊາທິປະໄຕຕ່າງໆ ແລະ ມີອຳນາດຜະເດັດການຫຼາຍຂຶ້ນ ໃນປະເທດອື່ນໆ.
ພວກເດີນຂະບວນທີ່ສະໜັບສະໜູນຊາວເຄີດ ພາກັນປະທ້ວງ ຕໍ່ຕ້ານ ປະທານາທິບໍດີ ຂອງເທີກີ ທ່ານ Recep Tayyip Erdogan ແລະການກົດຂີ່ທາງດ້ານການເມືອງ ຫຼັງຈາກການກໍ່ລັດຖະປະຫານຂອງກອງທັບ ເມື່ອເດືອນກໍລະກົດປີກາຍນີ້ ໄດ້ລົ້ມແຫລວ ໄດ້, ໃນນະຄອນ Cologne ຂອງເຢຍຣະມັນ, ວັນທີ 12 ພະຈິກ 2016.
ການປະເມີນຜົນທີ່ໜ້າເປັນຫ່ວງ ມີຂຶ້ນໃນການສຳຫຼວດປະຈຳປີ ດ້ານເສລີພາບ ໃນທົ່ວໂລກ ຂອງກຸ່ມດັ່ງກ່າວ ທີ່ໄດ້ຖືກພິມເຜີຍແຜ່ ໃນວັນຈັນວານນີ້ ໂດຍມີຫົວຂໍ້
ວ່າ Populists and Autocrats: The Dual Threat to Global Democracy.
ໃນ 195 ປະເທດ ທີ່ໄດ້ຖືກປະເມີນຜົນ ໃນບົດລາຍງານອົງການ Freedom House
ນັ້ນ 45 ເປີເຊັນໄດ້ຖືກຕີລາຄາວ່າ ມີເສລີ 30 ເປີເຊັນໄດ້ຖືກຕີລາຄາວ່າ ມີເສລີ
ບາງສ່ວນ ແລະ 25 ເປີເຊັນ ໄດ້ຖືກຕີລາຄາວ່າ ບໍ່ມີເສລີເລີຍ. ບົດລາຍງານ ໄດ້
ກ່າວວ່າ 67 ປະເທດ ໄດ້ປະສົບກັບການຫລຸດລົງ ໃນສິດທິດ້ານການເມືອງ ແລະ
ສິດເສລີພາບຕ່າງໆຂອງພົນລະເມືອງໃນປີ 2016 ໂດຍສ່ວນໃຫຍ່ ໃນປະເທດທີ່ມີ
ການຈັດຕັ້ງທີ່ເປັນປະຊາທິປະໄຕເຊັ່ນບຣາຊີລ ຝຣັ່ງ ເຢຍ ຣະມັນ ແລະ ສະຫະລັດ.
ບົດລາຍງານໄດ້ກ່າວອີກວ່າ ມີພຽງ 36 ປະເທດໄດ້ເຫັນການປັບປຸງທີ່ດີຂຶ້ນກ່ຽວກັບ
ເສລີພາບ ໂດຍປ່ອຍໃຫ້ການທີ່ໄດ້ມານັ້ນ ເຮັດໃຫ້ຈຳນວນຫຼາຍກວ່າ ໂດຍປະເທດ
ທີ່ມີການຕົກຕ່ຳຂອງເສລີພາບ ມາ 11 ປີລຽນຕິດ.
ພາບນີ້ ບໍ່ໄດ້ລະບຸວັນເວລາ ໄດ້ຖືກເປີດເຜີຍ ໂດຍກະຊວງປ້ອງກັນປະເທດ ຂອງຣັດເຊຍ ອ້າງວ່າ ມັນສະແດງໃຫ້ເຫັນ ທະຫານວິສະວະກຳ ຂອງລັດເຊຍ ລົດຫຸ້ມເກາະບັນທຸກທະຫານ ແລ່ນປະຕິບັດການ ຢູ່ໃນເມືອງ Aleppo ຂອງ Syria.
ໃນການຖະແຫຼງ ຕໍ່ວີໂອເອ ຜ່ານທາງ Skype ຈາກນະຄອນນິວຢອກ ໂຄສົກຂອງອົງການ Freedom House ນາງ Sarah Repucci ກ່າວວ່າ ປະເທດ ທີ່ມີສິດ
ເສລີພາບຫລຸດລົງຫຼາຍທີ່ສຸດໃນປີ 2016 ກໍແມ່ນເທີກີ ທີ່ມີສິດເສລີເປັນ ບາງສ່ວນ.
ນາງ Repucci ກ່າວວ່າ ພວກເຮົາເລີ້ມເຫັນ ການຈຳກັດຮັດແຄບ ກ່ຽວກັບສິດ
ເສລີພາບໃນດ້ານການຂ່າວ ຢູ່ເທີກີ ກ່ອນການພະຍາຍາມເຮັດລັດ ຖະປະຫານທີ່
ບໍ່ປະສົບຜົນສຳເລັດ ໃນເດືອນກໍລະກົດດ້ວຍຊ້ຳ ໂດຍອ້າງການ ເຄື່ອນໄຫວ ຂອງ
ປະທານາທິບໍດີເທີກີ ທ່ານ Recep Tayyip Erdogan ທີ່ຈະ ອັດສື່ມວນຊົນ
ອິດສະຫຼະຫຼື ບໍ່ກໍເຂົ້າຍຶດເອົາ. ຫລັງຈາກນັ້ນ ທ່ານນາງກ່າວຕື່ມວ່າ ທ່ານ Erdogan
ກໍ ໄດ້ໃຊ້ການເຮັດລັດຖະປະຫານທີ່ບໍ່ປະສົບຜົນສຳເລັດເປັນຂໍ້ອ້າງ ເພື່ອປາບ
ປາມ ພວກນັກຂ່າວ ພວກນັກເຄື່ອນໄຫວ ຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບ ລັດ
ຖະບານ ແລະພວກຝ່າຍຄ້ານເພີ້ມຂຶ້ນ ດ້ວຍການຈັກກຸມຄຸມຂັງຂະໜາດໃຫຍ່ ແລະ
ສົ່ງຈຳ ນວນນຶ່ງໄປລີ້ໄພຢູ່ຕ່າງປະເທດ ແລະກໍໄດ້ປະກາດໃຊ້ພາວະສຸກເສີນ ທີ່ໄດ້
ຕັດຮອນສິດເສລີພາບຂັ້ນພື້ນຖານ ຂອງປະຊາຊົນທຳມະດາສາມັນທົ່ວໆໄປ.
ລາຍງານໃຫ້ຂໍ້ສັງເກດວ່າ ເທີກີ ແມ່ນປະເທດທີ່ໄດ້ຮັບເຄາະ ຈາກການກໍ່ການຮ້າຍ
ຫຼາຍໆຄັ້ງ ໃນປີ 2016. ທ່ານ Erdogan ກ່າວວ່າ ໃນປີກາຍນີ້ ການຕໍ່ສູ້ຕ້ານພວກ
ກໍ່ການຮ້າຍ ແມ່ນບູລິມະສິດສູງສຸດຂອງເທີກີ ຊຶ່ງມີຄວາມສຳຄັນກວ່າ ປະຊາທິປະໄຕ
ສິດເສລີພາບ ແລະການປົກຄອງດ້ວຍຕົວບົດກົດໝາຍ ຊຶ່ງທ່ານ ໄດ້ກ່າວວ່າ “ແນ່
ນອນບໍ່ມີຄຸນຄ່າອີກຕໍ່ໄປແລ້ວ.”
Your browser doesn’t support HTML5
Survey: Global Freedom Drops for 11th Year