ຄະນະກຳມະການສາກົນຂອງອົງການສະພາກກາແດງ ໄດ້ເຕືອນໃນວັນອັງຄານມື້ນີ້
ກ່ຽວກັບພົນລະເຮືອນຊາວຊີເຣຍຈຳນວນຫຼາຍພັນຄົນ ໃນພາກຕາເວັນອອກຂອງນະຄອນ Aleppo ວ່າ “ບໍ່ມີບ່ອນໃດປອດໄພເພື່ອທີ່ຈະລົບລີ້ອີກແລ້ວ” ແລະຮ້ອງຂໍໃຫ້ພວກໃດທີ່ທຳການຕໍ່ສູ້ຢູ່ໃນທີ່ນັ້ນໃຫ້ປົກປ້ອງພວກເຂົາເຈົ້າດ້ວຍ.
ກຸ່ມດັ່ງກ່າວໄດ້ເວົ້າຢູ່ໃນຖະແຫຼງການສະບັບນຶ່ງ ໂດຍກ່າວວ່າ ເວລາກຳລັງຈະໝົດລົງທີ່ຈະຫາທາງອອກດ້ານມະນຸດສະທຳ ແລະນັ້ນແມ່ນການຕຽມພ້ອມທີ່ຈະປະຕິບັດ ໃນຂໍ້ຕົກລົງໃດໆກໍຕາມ ທີ່ຈະປົກປ້ອງປະຊາຊົນພົນລະເຮືອນ ກ່ອນອື່ນໝົດ.
ກອງກຳລັງຊິເຣຍ ຍິງບັ້ງໄຟດອກຂຶ້້ນສູ່ທ້ອງຟ້າ ໃນຂະນະທີ່ພວກເຂົາສະຫຼອງໄຊຊະນະ ຝ່າຍຄ້ານ ໃນພາກຕາເວັນອອກ ຂອງນະຄອນ Aleppo, ຊິເຣຍ, 12 ທັນວາ2016.
ທ່ານນາງ Marianne Gasser ຫົວໜ້າຂອງອົງການ ICRC ໃນຊີເຣຍ ກ່າວວ່າ “ພວກເຮົາບໍ່ສາມາດຊຸກຍູ້ໃຫ້ໄດ້ຫຼາຍໄປກວ່ານີ້ ການກະທຳດັ່ງກ່າວຕ້ອງໄດ້ເກີດຂຶ້ນດຽວນີ້”
ຄຳຮຽກຮ້ອງດັ່ງກ່າວໄດ້ມີຂຶ້ນ ເວລາກອງກຳລັງຂອງປະທານາທິບໍດີຊິເຣຍ ທ່ານ Bashar al-Assad ກົດດັນເພື່ອຈະຍຶດຄືນຫຼາຍເຂດທີ່ເປັນທີ່ໝັ້ນຂອງກຸ່ມຝ່າຍຄ້ານ ໃນພາກຕາເວັນອອກຂອງນະຄອນ Aleppo. ການຍຶດຄືນຂົງເຂດດັ່ງກ່າວ ຈະເປັນສັນຍະລັກອັນໃຫຍ່ຫຼວງແລະປ່ອຍໃຫ້ລະບອບຜະເດັດການດັ່ງກ່າວ ພ້ອມທັງພວກໝຸນຫຼັງຕ່າງຊາດ ເຊັ່ນ
ຣັດເຊຍ ແລະອິຣ່ານ ເພັ່ງເລັງແສນຍານຸພາບທາງທະຫານຂອງພວກເຂົາໃສ່ທີ່ໝັ້ນ
ຕ່າງໆຂອງຝ່າຍກະບົດຢູ່ທາງພາກຕາເວັນຕົກຂອງຊີເຣຍ.
ຊາຍຜູ້ນຶ່ງອຸ້ມເດັກນ້ອຍ ທີ່ຍັງໃສ່ນ້ຳເກືອ ໃນຂະນະທີ່ລາວກຳລັງລົບໜີ ເຂົາສູ່ເຂດທີ່ໝັ້ນຂອງຝ່າຍຄ້ານ ໃນນະຄອນ Aleppo, ຊິເຣຍ, 12 ທັນວາ, 2016.
ໃນຂະນະທີ່ພວກບັນຊາການຂອງຝ່າຍກະບົດແລະບັນດານັກການເມືອງຝ່າຍຄ້ານ
ຢືນຢັດວ່າ ການສູນເສຍນະຄອນ Aleppo ຈະບໍ່ເປັນຈຸດຈົບຂອງການລຸກຮືຂຶ້ນ ແຕ່ກໍບໍ່ມີຫຼາຍ ຄົນທໍ່ໃດ ສົງໃສວ່າສົມບັດໃນສະໜາມລົບຈະເປັນສິ່ງຕໍ່ຕ້ານພວກເຂົາ
ໂດຍທີ່ລະບອບຜະເດັດການທີ່ວ່ານີ້ ກຳລັງຈະຍຶດເອົາເຂດທີ່ເຫຼືອຢູ່ທີ່ຄວບຄຸມໂດຍ
ພວກຫົວຮຸນແຮງໃນພາກຕາເວັນອອກຂອງນະຄອນ Aleppo ໃນບໍ່ເທົ່າໃດຊົ່ວໂມງນີ້
ການປະຕິບັດງານຕ້ານຢັນທີ່ເຂັ້ມແຂງແບບນີ້ ຈະຕ້ອງປ່ຽນແປງຍຸດທະສາດສົງຄາມ
ກອງໂຈນ ເພື່ອຈະເຮັດໃຫ້ການການປະຕິວັດເພື່ອປົດປ່ອຍນີ້ມີຊີວິດຢູ່ຕໍ່ໄປໄດ້.