ໃນວັນສຸກມື້ນີ້, ຍັງຄົງມີຄວາມພະຍາຍາມຕໍ່ໄປ ເພື່ອກູ້ເອົາເຮືອບິນສອງລຳທີ່ຕໍາກັນຢູ່ເທິງອາກາດ ນອກນະຄອນຫຼວງວໍຊິງຕັນ ໃນຕອນແລງຂອງວັນພຸດແລ້ວນີ້, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 67 ຄົນ.
ບັນດາເຈົ້າໜ້າທີ່ສືບສວນຈາກຫຼາຍສໍານັກງານຂອງ ສະຫະລັດ ຄົ້ນພົບກ່ອງດຳຈາກເຮືອບິນໂດຍສານຂອງສາຍການບິນອາເມຣິກັນແອລາຍ ທີ່ແຕກອອກເປັນຫຼາຍຊິ້ນສ່ວນຕົກລົງໃນແມ່ນ້ຳ Potomac ຫຼັງຈາກຕຳກັບເຮືອບິນເຮລິຄັອບເຕີ້ກອງທັບສະຫະລັດ ໃນເຫດການດັ່ງກ່າວ. ເຈົ້າໜ້າທີ່ຈາກກົມດັບເພີງກ່າວວ່າ ນັກດຳນ້ຳຕັ້ງໃຈທີ່ຈະ “ກູ້ເອົາເຮືອບິນ” ແລະຊອກຫາອົງປະກອບຕ່າງໆເພີ້ມເຕີມ.
ເຈົ້າໜ້າທີ່ FBI ຍໍເສດຊາກຫັກເພຂຶ້ນ ລຸນຫຼັງຖ້ຽວບິນຂອງສາຍການບິນ American Airlines, ທີ່ດໍາເນີນການໂດຍສາຍການບິນ PSA, ປະທະກັບເຮລິຄອັບເຕີ້ Black Hawk ໃນຂະນະທີ່ກໍາລັງລົງຈອດຢູ່ທາງແລ່ນສະໜາມບິນແຫ່ງຊາດ Ronald Reagan Washington, ແລະຕົກລົງໃນແມ່ນໍ້າ Potomac, ອາຣ໌ລິງຕັນ, ເວີຈີເນຍ, 30 ມັງກອນ 2025.
ຄະນະກຳມະການດ້ານຄວາມປອດໄພຂົນສົ່ງແຫ່ງຊາດ ຈະລວບລວມເອົາຂໍ້ມູນການບິນຂອງເຮືອບິນ ແລະເຄື່ອງບັນທຶກລາຍລະອຽດຂອງການບິນໃນຫ້ອງນັກບິນ ເພື່ອຊອກຫາຂໍ້ມູນຂອງສາເຫດຕ່າງໆທີ່ເຮັດໃຫ້ເຮືອບິນຕົກນັ້ນ.
ບໍ່ມີຜູ້ລອດຊີວິດໃນບັນດາຜູ້ໂດຍສານ ແລະພະນັກງານການບິນ 64 ຄົນ ຈາກຖ້ຽວບິນຂອງສາຍການບິນອາເມຣິກກັນແອລາຍ, ເຊິ່ງດໍາເນີນການໂດຍສາຍການບິນ PSA ທີ່ເປັນສາຂາຍ່ອຍ, ແລະເຈົ້າໜ້າທີ່ການບິນສາມຄົນໃນເຮລິຄັອບເຕີ UH-60 Black Hawk ຂອງກອງທັບ, ອີງຕາມລາຍງານຂອງລັດຖະບານກາງ ແລະລັດຖະບານທ້ອງຖິ່ນ ໃນວັນພະຫັດວານນີ້. ເຮືອບິນທັງສອງລຳ ໄດ້ຕົກລົງໃສ່ແມ່ນ້ຳ Potomac ໃກ້ກັບສະໜາມບິນແຫ່ງຊາດ Ronald Reagan Washington, ຢູ່ນອກຈາກນະຄອນຫຼວງວໍຊິງຕັນ ພຽງເລັກນ້ອຍ, ໃນເມືອງ ອາຣລິງຕັນ, ລັດ ເວີຈີເນຍ, ໃນຕອນແລງຂອງວັນພຸດແລ້ວນີ້, ເຊິ່ງການເກັບກູ້ ຍັງຄົງສືບຕໍ່ດໍາເນີນຢູ່.
In photos: Passenger jet and military helicopter collide in Washington
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງອາກາດຄົນນຶ່ງທີ່ກໍາລັງປະຕິບັດໜ້າທີ່ຕາມປົກກະຕິ ໄດ້ມອບໜ້າທີ່ໃຫ້ພະນັກງານສອງຄົນຢູ່ໃນຫໍຄອຍຂອງສະໜາມບິນ ໃນເວລາທີ່ການຕຳກັນເກີດຂຶ້ນ, ອີງຕາມລາຍງານຈາກສໍານັກງານການບິນແຫ່ງຊາດຂອງສະຫະລັດ (Federal Aviation Administration).
ບົດລາຍງານເປີດເຜີຍວ່າ “ເປັນການກໍານົດຕໍາແໜ່ງທີ່ບໍ່ປົກກະຕິ ສໍາລັບເວລາຂອງມື້ນັ້ນ ແລະປະລິມານຂອງການຈະລາຈອນ.”
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ເຊັນລົງນາມໃນຄຳສັ່ງຝ່າຍບໍລິຫານ 2 ສະບັບ ໃນຕອນບ່າຍຂອງວັນພະຫັດວານນີ້, ລວມທັງການແຕ່ງຕັ້ງຮອງຜູ້ບໍລິຫານຂອງ FAA. ຄໍາສັ່ງດ້ານການບິນອີກນຶ່ງສະບັບ ໄດ້ຍົກເລີກແຜນການລິເລີ້ມຄວາມຫຼາກຫຼາຍຂອງລັດຖະບານກາງ.
Your browser doesn’t support HTML5
No survivors after jet, US military helicopter collide at Washington airport
ໃນຂະນະທີ່ລົງນາມໃນຄໍາສັ່ງຝ່າຍບໍລິຫານຢູ່ຫ້ອງການຮູບຊົງໄຂ່ ຫຼື Ovalຂອງທໍານຽບຂາວ, ທ່ານ ທຣໍາ ໄດ້ກ່າວຊ້ໍາໂດຍບໍ່ມີຫຼັກຖານວ່າ ໂຄງການຄວາມຫຼາກຫຼາຍຂອງລັດຖະບານກາງ ອາດຈະມີສ່ວນເຮັດໃຫ້ເກີດເຫດການດັ່ງກ່າວມານັ້ນ.
ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຂອງສະຫະລັດ ທ່ານ ຊອນ ດັບຟີ (Sean Duffy), ຜູ້ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມຖະແຫຼງຂ່າວ ໃນວັນພະຫັດວານນີ້ ເພື່ອອະທິບາຍກ່ຽວກັບອຸບັດຕິເຫດຂອງເຮືອບິນຕົກ, ທ່ານກ່າວວ່າ ທັງການບິນຂອງເຮືອບິນ ແລະເຮລິຄັອບເຕີ ແມ່ນຢູ່ໃນ “ຮູບແບບມາດຕະຖານຂອງການບິນ” ທີ່ນຳໄປສູ່ການຕໍາກັນ.
ໃນການຖະແຫຼງຂ່າວ, ທ່ານ ທຣໍາ ໄດ້ຮຽກຮ້ອງໃຫ້ພາກັນສະແດງຄວາມສະຫງົບຊ່ວງໄລຍະນຶ່ງໃຫ້ແກ່ຜູ້ເຄາະຮ້າຍ ແລະກ່າວວ່າ ຊັບສິນຕ່າງໆໃນລະດັບທ້ອງຖິ່ນ, ລະດັບລັດ, ແລະລະດັບລັດຖະບານກາງ ແມ່ນຖືກນໍາມາໃຊ້ໃນພາລະກິດການເກັບກູ້ຄັ້ງນີ້.