Kepala Polisi St. Louis County, Jon Belmar, mengindikasikan bahwa salah satu polisi ditembak dalam demonstrasi Kamis pagi, dalam konferensi pers di Clayton, Missouri (12/3). (Reuters/Kate Munsch)
ບັນດາຜູ້ນຳໃນພາກພື້ນພາກັນເຕົ້າໂຮມກັນຢູ່ໃນປະເທດ Chad
ໃນວັນພະຫັດມື້ນີ້ ເພື່ອທຳການໂອ້ລົມສົນທະນາກັນເລື້ອງສະຖາ
ນະການໃນສາທາລະນະລັດອາຟຣິກາກາງບ່ອນທີ່ການສູ້ລົບກັນ
ມາຕັ້ງແຕ່ເດືອນທັນວາແລ້ວນີ້ໄດ້ເຮັດໃຫ້ປະຊາຊົນເສຍຊີວິດໄປ
ແລ້ວຫຼາຍກວ່າ 1 ພັນຄົນນັ້ນ.
ທ່ານ Lewis Mudge ນັກຄົ້ນຄວ້າໃນພະແນກອາຟຣິກາ ຂອງກຸ່ມປົກປ້ອງສິດທິມະນຸດ Human Right Watch ໄດ້ຂຽນບົດຄວາມສະບັບນຶ່ງໃນວັນອັງຄານມື້ກ່ອນນີ້ ໂຕ້ແຍ້ງ ກ່ຽວກັບພາລະກິດ
ຂອງສະຫະປະຊາຊາດ ໂດຍກ່າວວ່າ ເປັນທາງເລືອກທີ່ດີທີ່ສຸດສຳລັບປະເທດເພື່ອສ້າງຕັ້ງລັດຖະບານທີ່ມີສະຖຽນລະພາບຄືນໃໝ່ແລະເພື່ອປົກປ້ອງພວກພົນລະເຮືອນນັ້ນ.
ທ່ານ Lewis Mudge ກ່າວຕໍ່ວີໂອເອ ພາກພາສາອັງກິດໄປຍັງອາຟຣິກາວ່າ ມີຂີດ
ຫຼືລະດັບຂອງຄວາມອິດເມື່ອຍກັບທ່ານ Djotodia ຂອງບັນດາຜູ້ນຳໃນພາກພື້ນຕະຫຼອດທັງ
ປະເທດຝຣັ່ງນຳ ຊຶ່ງທ່ານ Lewis Mudge ກ່າວວ່າ :