ປະເທດ ເຂດອາຟຣິກາ ຕາເວັນຕົກ ຂູ່ຈະໃຊ້ ກຳລັງທະຫານ ຢູ່ແກມເບຍ

ປະທານາທິບໍດີແກມເບຍ ທ່ານYahya Jammeh ໄປເຖິງ ໜ່ວຍປ່ອນບັດ ພ້ອມກັບພັນລະຍາຂອງທ່ານ ທ່ານນາງ Zineb ໃນລະຫວ່າງການເລືອກຕັ້ງ ປະທານາທິບໍດີ ທີ່ ນະຄອນຫຼວງແບນຈູລ ປະເທດແກມເບຍ. (1 ທັນວາ 2016)

ກຸ່ມ​ຈັດຕັ້ງພູມີພາກ​ໃນ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ໄດ້​ຂູ່​ທີ່​ຈະ​ໃຊ້​ກຳລັງ ຖ້າ​ຜູ້ນຳທີ່​ປົກ​ຄອງ​ປະ​ເທດ​ແກມ​ເບຍ​ມາ​ເປັນ​ເວລາ​ດົນ​ນານບໍ່​ຍອມ​ລົງ​ຈາກ​ອຳນາດ​ ຕາມ​ທີ່​ໄດ້ກຳນົດ​ໄວ້​ໃນ​ເດືອນ​ມັງກອນ​ນີ້ ຫລັງ​ຈາກ​ທີ່​ທ່ານ​ໄດ້​ເສຍ​ໄຊ​ ໃນ​ການ​ເລືອກ​ຕັ້ງ.

ປະທານ ​ຂອງ​ສະມາຄົມ​ເສດຖະກິດ​ ໃນ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ​ຫຼື ECOWAS ທ່ານ Marcel de Souza ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ວັນ​ສຸກ​ວານ​ນີ້ວ່າ ກຸ່ມ​ດັ່ງກ່າວ​ມີ​ກຳລັງ​ທະ ຫານ​ກຽມພ້ອມ​ແລ້ວ.

ທ່ານ de Souza ກ່າວ​ວ່າ “​ເສັ້ນຕາຍ​ແມ່ນ​ວັນ​ທີ 19 ມັງກອນ ​ເວລາ​ສິດ​ອຳນາດ​ໃນ​ການ​ປົກຄອງ​ຂອງ​ທ່ານ Jammeh ໝົດອາຍຸ​ລົງ ຖ້າ​ຫາກ​ທ່ານ​ບໍ່​ອອກ ພວກ​ເຮົາ​ມີ​ກຳລັງ​ກຽມ​ ຢູ່ ຊຶ່ງ​ໃນ​ເວລານີ້​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຕຽມ​ພ້ອມ.”

ທ່ານ de Souza ກ່າວ​ວ່າ ອົງການ ECOWAS ​ໄດ້ເລືອກ​ເອົາປະ​ເທດ​ເຊ​ເນ​ກາລ​ເປັນ ຜູ້ນຳ​ພາ​ໃນ​ການ​ປະຕິບັດ​ງານ​ທາງ​ທະຫານ​ໃດໆ​ກໍ​ຕາມ. ​ເຊ​ເນ​ກາລຊຶ່ງ​ໃນ​ທາງ​ພູມ​ສາດ​ແລ້ວແມ່ນຫ້ອມ​ລ້ອມ​ແກມ​ເບຍ ​ຢູ່​ທັງ​ສາມ​ດ້ານ ກ່ອນ​ໜ້ານີ້ ກ່າວວ່າ ການ​ປະຕິບັດ​ງານ​ທາງ​ທະຫານ​ ແມ່ນວິທີ​ການ​ສຸດ​ທ້າຍ​ເທົ່າ​ນັ້ນ.

ອົງການ​ພູມີພາກ​ດັ່ງກ່າວ ​ແມ່ນ​ເປັນ​ຜູ້ນຳ​ພາ ການ​ດຳ​ເນີນ​ຄວາມ​ພະຍາຍາມທາງດ້ານ​ການ​ທູດ ເພື່ອ​ຊັກ​ຊວນ​ໃຫ້​ປະທານາທິບໍດີ Yahya Jammeh ລົງ​ຈາກອຳນາດ.

ທ່ານ Jammeh ​ໄດ້​ປົກຄອງ​ແກມ​ເບຍ​ມາ​ເປັນ​ເວລາ 22 ປີ ຊຶ່ງ​ໃນ​ຂັ້ນຕົ້ນ​ໄດ້​ຮັບ​ເອົາ​ການ​ປະລາ​ໄຊ ຫລັງ​ຈາກ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນຕົ້ນ​ເດືອນ​ທັນວານີ້ ​ແຕ່​ນຶ່ງ​ອາທິດ​ຕໍ່​ມາ​ໄດ້​ປ່ຽນ​ໃຈ. ທ່ານ​ກ່າວ​ວ່າ ການ​ປ່ອນ​ບັດ​ທີ່​ບໍ່​ຖືກຕ້ອງ ຕາມ​ລະບຽບ ​ເຮັດ​ໃຫ້​ທ່ານ​ມີ​ຄຳ​ຖາມກ່ຽວ​ກັບ​ການ​ໄ​ດ້​ຮັບ​ໄຊຊະນະ​ຂອງ​ຜູ້​ສະໝັກ​ພັກ​ຝ່າຍ​ຄ້ານ ທ່ານ Adama Barrow.

Your browser doesn’t support HTML5

Gambia Politics

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ