ຜູ້ພິພາກສາລັດຖະບານກາງທ່ານນຶ່ງ ໃນວັນພະຫັດວານນີ້ ໄດ້ປະຕິເສດຕໍ່ການດຳເນີນຄວາມພະຍາຍາມ ຂອງລັດເທັກຊັສ ທີ່ຈະບໍ່ຮັບເອົາ ການເຂົ້າໄປຕັ້ງຖິ່ນຖານໃໝ່ ຂອງພວກອົບພະຍົບຊາວຊີເຣຍ ຢູ່ໃນດິນແດນຂອງຕົນ.
ການຕັດສິນດັ່ງກ່າວ ມີຂຶ້ນຫລັງຈາກຜູ້ທີ່ຄາດວ່າ ຈະໄດ້ຮັບການສະເໜີຊື່ແຕ່ງຕັ້ງຂອງພັກ ຣີພັບບລີກັນໃຫ້ລົງສະໝັກແຂ່ງຂັນເປັນປະທານາທິບໍດີທ່ານ Donald Trump ຮຽກຮ້ອງ ບໍ່ໃຫ້ຊາວມຸສລິມ ທີ່ບໍ່ແມ່ນສັນຊາດອາເມຣິກັນເຂົ້າມາໃນປະເທດ ຫລັງຈາກໄດ້ເກີດການສັງຫານໝູ່ ທີ່ບາໃນເມືອງ Orlando.
ເຖິງແມ່ນ ກ່ອນການໂຈມຕີເກີດຂຶ້ນອີກ ຊາວອາເມຣິກັນ ກໍມີຄວາມຄິດແບ່ງແຍກຢູ່ແລ້ວ ສ່ວນໃຫຍ່ແມ່ນຕາມແນວທາງຂອງພັກກ່ຽວກັບການຮັບເອົາພວກອົບພະຍົບຈາກບັນດາ ປະເທດທີ່ເກີດສົງຄາມໃນພາກຕາເວັນອອກກາງ.
ການສຳຫລວດຄວາມເຫັນ ທີ່ມີຂຶ້ນ ໃນທ້າຍເດືອນພຶດສະພາ ຜ່ານມານີ້ ໂດຍສະຖາບັນ Brooking ພົບເຫັນວ່າ ມີພຽງແຕ່ 38 ເປີເຊັນເທົ່ານັ້ນຂອງພັກຣີພັບບລີກັນທີ່ສະໜັບສະ ໜຸນການຮັບເອົາອົບພະຍົບຈາກຊີເຣຍ ແລະພາກຕາເວັນອອກກາງ ສົມທຽບໃສ່ 77 ເປີ ເຊັນຂອງພັກເດໂມແຄຣັດ. ແຕ່ໃນໝູ່ພວກທີ່ໃຫ້ການສະໜັບ ສະໜຸນທ່ານ Trump ນັ້ນ 77 ເປີເຊັນກ່າວວ່າ ເຂົາເຈົ້າຄັດຄ້ານຕໍ່ການຮັບເອົາພວກອົບພະຍົບ.
ອົບພະຍົບຊີເຣຍ ທ້າວ Ahmad Alabood ເອົາລົດເມ ໄປຮຽນພາສາອັງກິດ ທີ່ເມືອງ Kansas City ລັດ Mo., ວັນທີ 13 ມິຖຸຸນາ, 2016.
ພວກຜູ້ຄົນເຫລົ່ານີ້ແມ່ນໃຜແທ້ທີ່ສ້າງຄວາມແຕກແຍກໃນໝູ່ຊາວອາເມຣິກັນຊຶ່ງໄດ້ກໍ່ໃຫ້ ເກີດມີຄວາມຮູ້ສຶກທີ່ຫວາດຫວັ່ນຢ້ານກົວ ແລະຄວາມສົງໄສຢູ່ໃນບາງຄົນ ແລະມີຄວາມຮູ້ສຶກທີ່ຢາກໃຫ້ການຊ່ອຍເຫລືອ ແລະຮັບເອົາພວກອົບພະຍົບໃນອີກຈຳນວນນຶ່ງ.
ບັດນີ້ພວກເຮົາມາເບິ່ງວ່າ ໃນຈຳນວນອົບພະຍົບຫລາຍໆລ້ານຄົນນີ້ ຜູ້ໃດໄດ້ຖືກບັງຄັບໃຫ້ຫຼົບໜີີຈາກບັນດາຂັດແຍ້ງທີ່ນອງເລືອດຢູ່ໃນຊີເຣຍ ອີຣັກ ລີເບຍແລະປະເທດອື່ນໆ ໃນພາກຕາເວັນອອກກາງ.
ພາຍໃນທ້າຍປີ 2014 ມີອົບພະຍົບທັງໝົດໃນໂລກ 19 ລ້ານ 5 ແສນຄົນອີງຕາມອົງການສະຫະປະຊາຊາດ 14 ລ້ານ 4 ແສນຄົນ ແມ່ນຢູ່ພາຍໃຕ້ການດູແລ ຂອງສະພາສິດທິມະ ນຸດສະຫະປະຊາຊາດ. ນີ້ແມ່ນເພີ້ມຂຶ້ນ 2 ລ້ານ 9 ແສນຄົນຈາກປີ 2013. ສ່ວນທີ່ເຫລືອ 5 ລ້ານ 1 ແສນຄົນ ໄດ້ຈົດທະບຽນກັບອົງ ການບັນເທົາທຸກແລະຈັດຫາວຽກຂອງສະຫະ ປະຊາຊາດ.
ແຕ່ແນວໃດກໍຕາມ ມີປະມານ 59 ລ້ານ 5 ແສນຄົນໄດ້ຖືກບັງຄັບໃຫ້ຫລົບໜີ ຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ອຽງຕາມລາຍງານທ່າອຽງຂອງອົງ ການສະຫະປະຊາຊາດ. ໂຕເລກດັ່ງກ່າວ ບໍ່ແມ່ນຮວມແຕ່ພວກອົບພະຍົບເທົ່ານັ້ນ ແຕ່ຍັງຮວມເອົາຜູູ້ປະສົບໄພພາຍໃນປະເທດ ພວກຂໍລີ້ໄພ ແລະພວກທີ່ບໍ່ມີ ປະເທດ ນຳດ້ວຍ.