ໃນວັນຈັນວານນີ້ ຕຳຫລວດຮັງກາຣີ ໄດ້ປະສົບກັບຄວາມຫຍຸ້ງ
ຍາກທີ່ຈະຄວບຄຸມການເຂົ້າເມືອງຂອງພວກອົບພະຍົບຈຳນວນ
ຫຼາຍພັນຄົນ ໃນເຂດຊາຍແດນທີ່ຕິດກັບ Serbia ນັ້ນ.
ຕຳຫຼວດໄດ້ຄວບຄຸມພວກອົບພະຍົບ ທີ່ອ່ອນເພຍ ແລະພວກ
ທີ່ບໍ່ຢູ່ເສີຍກັບທີ່ໃນບໍລິເວນຄຸມຂັງບ່ອນນຶ່ງບໍ່ເທົ່າໃດແມັດຫ່າງ
ຈາກຮົ້ວຊາຍແດນ ບ່ອນທີ່ທາງລົດໄຟ ເສື່ອມຕໍ່ເຊີເບຍກັບຮັງ
ກາຣີນັ້ນ ແລະບ່ອນທີ່ພວກອົບພະຍົບ ທີ່ໄດ້ພາກັນຍ່າງເຂົ້າມາ. ໃນຂະນະທີ່ລົດເມໄດ້ມາ
ຮອດສະຖານທີ່ເພື່ອສົ່ງຜູ້ຄົນໄປສູນຈົດທະບຽນ ຜູ້ຄົນຈຳນວນຫຼາຍຮ້ອຍຄົນ ພາກັນຍາດກັນແລະຢຽບກັນ.
ວິກິດການ ຊາວອົບພະຍົບ ໃນຢູໂຣບ ວັນທີ 7 ກັນຍາ
ບາງຄົນພະຍາຍາມທີ່ຈະາຂຶ້ນໄປໃນລົດເມ ໃນຂະນະທີ່ອີກຫຼາຍໆຄົນ ພາກັນເລີ້ມຍ່າງ
ມຸ່ງໜ້າໄປຍັງນະຄອນ Budapest ບ່ອນທີ່ຫຼາຍໆຄົນຫວັງທີ່ຈະຂຶ້ນລົດໄຟ ເພື່ອໄປຍັງ
ຈຸດໝາຍປາຍທາງ ຄືຊາຍແດນ Austria ແລະ ຕໍ່ໄປຍັງເຢຍຣະມັນ.
ພວກອົບພະຍົບ ພັກເຊົາແຄມທາງ ຂ້າງທາງລົດໄຟ ກ່ອນທີ່ຈະເດີນທາງຕໍ່
ທ່ານ Kristof Gancs ໂຄສົກຂອງອົງການຊ່ອຍເຫຼືອບັນເທົາທຸກໂບດຂອງຮັງກາຣີ ໄດ້
ກ່າວວ່າ: “ໃນແຕ່ລະມື້, ຜູ້ຄົນຈຳນວນຫຼາຍພັນຄົນພາກັນລຸລັ່ງຂ້າມຊາຍແດນເຂົ້າມາ;
ມື້ນີ້ ພຽງມື້ດຽວເທົ່ານັ້ນ ມີຫຼາຍກວ່າ 2 ພັນ ຄົນ ໄດ້ຜ່ານເຂົ້າມາທາງເຂດຊາຍແດນ ຊຶ່ງໝາຍຄວາມວ່າ ພວກເຂົາເຈົ້າໄດ້ເຂົ້າສູ່ເຂດສະຫະພາບຢູໂຣບແລ້ວ.” ທ່ານ Gancs
ແລະພວກພະນັກງານຄົນອື່ນໆ ໄດ້ບອກທາງແລະຂັ້ນຕອນຕ່າງໆ ໃຫ້ແກ່ພວກອົບພະຍົບ ທີ່ພາກັນຍ່າງເຂົ້າມາຕາມທາງລົດໄຟນັ້ນ ບາງຄົນກໍ່ຍູ້ລໍ້ໃສ່ລູກ ແລະບາງພວກກໍຍູ້ຜູ້ເຖົ້າ
ຜູ້ແກ່ ໃສ່ລົດເຂັນມາ.
Your browser doesn’t support HTML5
Europe Braces for New Wave of Refugees
ພວກອົບພະຍົບ ທີ່ຖືກສຳພາດນັ້ນ ພາກັນເລົ່າເຖິງເລື້ອງລາວທີ່ວ່າ ພວກເຂົາເຈົ້າໄດ້ອົບ
ພະຍົບໜີອອກຈາກບ້ານເກີດເມືອງນອນຂອງຕົນ. ຜູ້ອົບພະຍົບຈາກອັຟການິສຖານ
ກ່າວໃນຂະນະທີ່ລາວກຳລັງເຂົ້າໄປເຖິງເຂດທີ່ຕຳຫຼວດກວດກາ ທີ່ກີດກັນດ້ວຍຮົ້ວນັ້ນວ່າ: “ຂ້ອຍຕ້ອງການທີ່ຈະໄປຍັງສະຖານທີ່ຂ້ອຍສາມາດດຳລົງຊີວິດ ແລະບ່ອນທີ່ຈະມີຊີວິດ
ຢູ່ຕໍ່ໄປໄດ້”
ພວກພະນັກງານຊ່ອຍເຫຼືອ ແມ່ນພະຍາຍາມທີ່ຈະໃຫ້ພວກອົບພະຍົບ ຢູ່ໃນຄວາມສະງົບ ຄວບຄຸມສະຕິອາລົມຊຶ່ງພວກຢ້ານກົວວ່າທາງຕຳຫຼວດຮັງກາຣີຈະສົ່ງພວກເຂົາເຈົ້າກັບຄືນ
ປະເທດ.
ໃນການປ່ຽນນະໂຍບາຍນັ້ນ, ປະຈຸບັນນີ້ ຮັງກາຣີ ໄດ້ອະນຸຍາດໃຫ້ພວກອົບພະຍົບຜ່ານ
ປະເທດຕົນ ໄປຍັງຊາຍແດນ Austria ສຳຫຼັບພວກທີ່ກ່າວວ່າ ຕົນແມ່ນພວກອົບພະຍົບ
ແລະບໍ່ແມ່ນພວກອົບພະຍົບທາງເສດຖະກິດ. ໃນຂັ້ນຕອນການດຳເນີນງານ ເຈົ້າໜ້າທີ່
ຮັງກາຣີ ແມ່ນໄດ້ລົງທະບຽນ ເກັບກຳເອົາລາຍມື ແລະຄວບຄຸມໃຫ້ພວກເຂົາເຈົ້າ ຢູ່ໃນສູນ
ຈົດທະບຽນໃນຂະນະທີ່ສະຖານະພາບຂອງພວກເຂົາເຈົ້າຖືກກວດສອບແລະລະບຸ
ພ້ອມທັງ ການຕັດສິນໃຈ ທີ່ວ່າຈະສົ່ງພວກອົບພະຍົບນີ້ໄປຍັງຊາຍແດນ Austria ຫຼືສົ່ງກັບ
ເຊີເບຍ.
ຮົ້ວໜາມຈັບ ກັ້ນຊາຍແດນຮັງກາຣີ
ເບິ່ງ: ຊາຍແດນຮັງກາຣີ ແລະເຊີເບຍ ຈາກນັກຂ່າວຂອງ VOA - Luis Ramirez
Your browser doesn’t support HTML5
Refugees Cross Into Hungary