ຊາວອົບພະຍົບ ຍັງສືບຕໍ່ ເດີນທາງ ຫຼັ່ງໄຫຼ ເຂົ້າໄປໃນຢູໂຣບ

Your browser doesn’t support HTML5

ຊົມວີດີໂອ ລາຍງານນີ້

ຊາວ​ອົບ​ພະຍົບ ທີ່ຫລັ່ງ​ໄຫລ​ເຂົ້າ​ໄປ​ໃນ​ຢູ​ໂຣບ ຍັງ​ສືບຕໍ່ໃນ​ວັນ
​ຈັນ​ມື້​ນີ້. ​ເສັ້ນທາງ​ຜ່ານ​ເຂົ້າ​ປະ​ເທດ​ຮັງ​ກາຣີນັ້ນ ​ແມ່ນ​ວ່າບໍ່​ມີ​ບັນ
ຫາ​ເກີດ​ຂຶ້ນ ຫຼາຍກວ່າທີ່ມີ ​ເມື່ອ​ອາທິດ​ແລ້ວ​ນີ້ ​ໃນ​ເວລາ​ທີ່​ບັນດາ
​ປະ​ເທດ​ໃນ​ພາກ​ກາງ​ຂອງຢູ​ໂຣບ ເບິ່ງ​ຄື​ວ່າ ພ້ອມ​ທີ່​ຈະ​ເຮັດ​ສິງ​ໃດ
​ກໍ​ຕາມ ​ທີ່​ຕົນ​ເຮັດ​ໄດ້ ​ເພື່ອ​ກີດ​ກັນຊາວ​ອົບ​ພະຍົບຈາກ​ການ​ເຂົ້າ​ໄປ​
ຍັງບັນດາປະ​ເທດ​ທີ່​ຮັ່ງມີ​ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ໂຣບນັ້ນ.

ປັດຈຸບັນ​ນີ້ຊາວ​ຮັງ​ກາຣີ ໄດ້ຕິດ​ປະກາດ​ຕາຕະລາງ​ລົດ​ໄຟ​ຂອງ​
ອອສ​ເຕຣຍ ​ໃຫ້ແກ່​ຊາວ​ອົບ​ພະຍົບ ຢູ່​ທີ່​ສະຖານີລົດ​ໄຟ Keleti
ຂອງ​ນະ​ຄອນ ບູດາ​ແປັສ. ​ເມື່ອ​ອາທິດ​ແລ້ວ​ນີ້ ຕຳຫລວດ​ໄດ້​ໃຊ້
​ແກັສນ້ຳຕາ ຕໍ່​ຊາວ​ອົບພະຍົບ ຢູ່​ທີ່​ສະຖານີລົດ​ໄຟ Keleti ຜູ້​ທີ່
​ຕ້ອງການ​ໄປ​ຍັງ​ອອສ​ເຕຣຍ.

ນັກ​ສັງ​ເກດ​ການ​ຄົນ​ນຶ່ງ ກ່າວ​ວ່າ ຂະ​ບວນລົດ​ໄຟ​ໄປ​ຍັງ​ອອສ​ເຕຣຍ ບັດ​ນີ້​ແມ່ນ “ຫາ​ກໍ​ໄດ້
ບັນທຸກ​”
​ເອົາ​ຊາວ​ອົບ​ພະຍົບຂຶ້ນ.

ຊົມວີດີໂອ ລາຍງານ ທີ່ກ່ຽວພັນ ກັບເລື້ອງນີ້

Your browser doesn’t support HTML5

Europe Braces for New Wave of Refugees

​ເມື່ອ​ພວກ​ເຂົາ​ເຈົ້າ​ໄປ​ເຖິງ ສະຖານີລົດ​ໄຟ Westbahnhof ຂອງ​ນະຄອນ​ວຽນ​ນາ​ແລ້ວ
ຊາວອົບ​ພະຍົບ ຈະ​ໄດ້​ຮັບ​ສຽງ​ຕົບມືຕ້ອນຮັບ ຈາກ​ຊາວ​ອອສ​ເຕຣຍ ຜູ້​ທີ່​ຊ່ວຍ​ແນະນຳ
ພວກ​ທີ່​ເດີນທາງເຫຼົ່ານັ້ນ ຈາກ​ລົດ​ໄຟ​ຄັນ​ນຶ່ງ​ຕໍ່​ໄປ​ຫາ​ອີກ​ຄັນ​ນຶ່ງ​ຢ່າງ​ມີ​ປະສິດທິພາບ ​ໃນ​
ການ​ເດີນທາງ​ເພື່ອ​ໄປ​ຍັງ​ເຢຍຣະມັນ​ຂອງ​ພວກ​ເຂົາ​ເຈົ້າ. ຊາວ​ອົບ​ພະຍົບສ່ວນ​ນ້ອຍ
​ເລືອກ​ທີ່​ຈະ​ຢູ່​ ໃນ​ອອສ​ເຕຣຍ.

ຊາວ​ອົບ​ພະຍົບສ່ວນຫຼາຍ ​ແມ່ນ​ມີ​ຍາດຕິ​ພີ່ນ້ອງ ຢູ່​ໃນ​ເຢຍຣະມັນ​ຢູ່​ແລ້ວ ຜູ້​ທີ່​ໄດ້​ຊຸກຍູ້​ໃຫ້
​ພວກ​ເຂົາ​ເຈົ້າ ເດີນທາງໄປຢູ່​ນຳ​ພວກ​ເຂົາ​ນະ​ທີ່​ນັ້ນ.

​ເຢຍຣະມັນ ທີ່​ເປັນ​ປະ​ເທດ​ທີ່​ຮັ່ງມີ​ທີ່​ສຸດ​ຂອງ​ຢູ​ໂຣບ ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າ ຕົນ​ແມ່ນ​ໄດ້​
ເພີ້​ມທຶນສາທາລະນະ ມູນ​ຄ່າ 6.6 ຕື້​ໂດ​ລາ ​ເພື່ອນຳ​ໃຊ້​ໃນ​ປີໜ້າ​ນີ້ ເປັນ​ການ​ຮອງຮັບ ຊາວ
​ອົບ​ພະຍົບທີ່​ຈະ​ເຂົ້າມາ​ໃນ​ສັງຄົມເຢຍຣະມັນ​. ​ເຢຍຣະມັນ ຍັງ​ກ່າວ​ອີກ​ວ່າ ຕົນ​ແມ່ນ​ຍິນຍອມ ​
ທີ່​ຈະ​ຮັບ​ເອົາ​ຊາວ​ອົບ​ພະຍົບ 800,000 ຄົນ.

ຊາວ​ອົບ​ພະຍົບຜູ້​ທີ່​ໄປ​ເຖິງ​ຈຸດໝາຍໃໝ່ໆ ​ແມ່ນ​ໄດ້​ຕິດ​ຕໍ່​ສື່ສານ ຜ່ານ​ທາງ​ໂທລະສັບ ​ແລະ
ໜ້າ Facebook ຂອງ​ພວກ​ເຂົາ​ເຈົ້າ ກັບ​ພວກ​ຍາດຕິ​ພິນ້ອງ ​ແລະ ​ເພື່ອນ​ມິດ ຜູ້​ທີ່​ຍັງ​ຄ້າງ
​ຄາ​ຢູ່ເບື້ອງຫລັງ​ຂອງຂະ​ບວນ​ການເຂົ້າ​ເມືອງ ​ເພື່ອ​ແຈ້ງ​ໃຫ້​ພວກ​ເຂົາຮູ້ເຖິງ ອັນ​ທີ່​ພວກ​ເຂົາ​
ຄວນ​ຈະ​ໄດ້​ພົບ​ໃນ​ການ​ເດີນທາງ​ໄປ​ຍັງຢູ​ໂຣບ. ຕົວຢ່າງ​ໃນ​ປັດຈຸບັນ​ນີ້ ບູດາ​ແປັສ ​ແມ່ນເປັນ
​ຈຸດ​ເຂົ້າທີ່​ດີ ​ເພື່ອທີ່​ຈະ​ເດີນທາງຜ່ານ​ຕໍ່​ໄປ ​ແຕ່​ຊາວ​ອົບ​ພະ​ຍົບ ​ໄດ້​ເຕືອນ​ຍາດຕິ​ພີ່​ນ້ອງ​
ຂອງ​ພົວ​ເຂົາ​ວ່າ ມັນ​ອາດ​ເປັນ​ພຽງ​ໄລຍະ​ສັ້ນ​ໆເທົ່າ​ນັ້ນ.

ວິກິດການ ຊາວອົບພະຍົບ ໃນຢູໂຣບ ວັນທີ 7 ກັນຍາ