ວັນຜູ້ອົບພະຍົບຂອງອົງການສະຫະປະຊາຊາດ ຫຼື UNHCR ຊຶ່ງກົງກັບວັນທີ 20 ມິຖຸນາ ພໍດີ ຊຶ່ງວັນດັ່ງກ່າວ ສະແດງໃຫ້ເຫັນເຖິງຈຳນວນຜູ້ອົບພະຍົບທີ່ມີສູງຂຶ້ນ ໃນທົ່ວໂລກ ແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ. ມີຫຼາຍກວ່າ 65 ລ້ານ ຄົນທີ່ໄດ້ພັດພາກໜີອອກຈາກບ້ານເກີດເມືອງນອນຂອງພວກຕົນ ຊຶ່ງສາເຫດສ່ວນໃຫຍ່ ແມ່ນເປັນຍ້ອນສົງຄາມ ແລະຄວາມຮຸນແຮງ ອື່ນໆ, ແລະມີຫຼາຍກວ່າ 22 ລ້ານຄົນ ທີ່ເປັນພວກອົບພະຍົບຫລົບໄພ ຊຶ່ງວັນນະສອນ ມີລາຍລະອຽດຂອງລາຍງານຈາກ Zlatica Hoke ນັກຂ່າວຂອງ VOA ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ໃນຮອບຫຼາຍໆປີ ຜ່ານມານີ້ ໄດ້ມີຜູ້ຄົນຈຳນວນຫຼວງຫຼາຍທີ່ໄດ້ໜີອອກຈາກຊີເຣຍ
ຍ້ອນພວກເຂົາເຈົ້າໄດ້ຖືກໂຈມຕີຈາກຝ່າຍໃດຝ່າຍນຶ່ງທີ່ກ່ຽວຂ້ອງກັບສົງຄາມກາງ
ເມືອງທີ່ແກ່ຍາວມາໄດ້ 6 ປີແລ້ວ ຫຼືບໍ່ກໍຈາກກຸ່ມລັດອິສລາມ ທີ່ເຂົ້າຍຶດເອົາອຳນາດ
ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດ. ກຸ່ມລັດອິສລາມໄດ້ສູນເສຍເຂດ
ທີ່ໝັ້ນ ແລະອຳນາດຂອງຕົນ ໃນຮອບຫຼາຍເດືອນຜ່ານມານີ້ ແຕ່ວ່າ ພວກຜູ້ຄົນທີ່
ພາກັນອົບພະຍົບຫຼົບໜີພວກກໍ່ການຮ້າຍຍັງບໍ່ໝັ້ນໃຈທີ່ຈະກັບຄືນໄປຍັງທີ່ນັ້ນອີກ.
ອົບພະຍົບແມ່ຍິງຊາວຊີເຣຍຄົນນຶ່ງ ທີ່ສູນອົບພະຍົບທີ່ປະເທດ Lebanon ກ່າວເປັນ
ພາສາອາຣັບວ່າ “ຖ້າຫາກວ່າສະຖານະການດ້ານຄວາມປອດໄພບໍ່ສະຫງົບລົງ
ແລ້ວ ພວກເຮົາຈະບໍ່ກັບຄືນເມືອ. ພວກເຮົາຈະໄປອາໄສຢູ່ທີ່ໃດລະ? ພວກເຮົາ
ຈະຢູ່ກິນຢ່າງໃດ? ພວກທີ່ສູນເສຍບ້ານເຮືອນຂອງເຂົາເຈົ້າໄປນັ້ນບໍ່ສາມາດ
ເຮັດວຽກ ຫຼືວ່າມີຄອບຄົວທີ່ໃຫຍ່ໄດ້ພວກເຂົາເຈົ້າຈະກັບຄືນໄປປະກອບອາຊີບ
ຫຍັງເພື່ອທຳມາຫາກິນໄດ້?”
ຊາວອົບພະຍົບຫລາຍຄົນອາໄສຢູ່ໃນເມືອງ ທີ່ອົງການສະຫະປະຊາຊາດໃຫ້ການບໍ
ລິຈາກຜ້າເຕັ້ນ ໃນຂະນະທີ່ພວກເຂົາເຈົ້າລໍຖ້າໄປຕັ້ງຖິ່ນຖານຢູ່ປະເທດທີ 3. ປະເທດ
ຈໍແດນ ຊຶ່ງເປັນປະເທດທີ່ມີພົນລະເມືອງ 10 ລ້ານຄົນນັ້ນ ແມ່ນໄດ້ຕ້ອນຮັບຊາວອົບພະຍົບຫລາຍເກືອບຮອດ7 ແສນຄົນ ຊຶ່ງບາງຄົນ ກໍແມ່ນເປັນພວກໄດ້ຮັບເຄາະຮ້າຍ
ຈາກການຖືກທາລຸນແລະຂົ່ມເຫັງ. ກຸ່ມທະນາຍຄວາມນາໆຊາດ ກໍາລັງໃຫ້ການຊ່ອຍ
ເຫຼືອ ແກ່ຊາວອົບພະຍົບທີ່ມີຄວາມສາມາດໄດ້ຮັບຄວາມເສຍຫາຍງ່າຍທີ່ສຸດ 50 ຄົນ
ໃນຈໍແດນ.
ທ່ານນາງ Jayne Fleming ຈາກໂຄງການເພື່ອການປົກປ້ອງອົບພະຍົບ Reed
Smith ກ່າວວ່າ “ສິ່ງທີ່ຂ້າພະເຈົ້າບອກພວກອົບພະຍົບທີ່ເປັນລູກຄ້າຂອງຂ້າພະ
ເຈົ້າກໍຄື: ພວກເຮົາຈະຊ່ອຍເຫຼືອພວກເຈົ້າຈົນກວ່າວ່າ ພວກເຈົ້າຈະສາມາດຊ່ອຍ
ເຫຼືອຕົວເອງໄດ້. ພວກເຮົາຈະຊ່ອຍເຫຼືອພວກເຈົ້າ ຈົນກວ່າວ່າ ພວກເຈົ້າສາມາດ
ຢືນຢູ່ດ້ວຍລຳແຂ່ງລຳຂາຂອງຕົວເອງ ໄດ້ ແລະສາມາດທີ່ຈະເບິ່ງແຍງຕົນເອງໄດ້
ແລະການທີ່ຈະເຮັດໄດ້ແນວນັ້ນ ໃນອາດຈະເປັນ 10 ປີ, 20 ປີ ຫຼືບໍ່ ກໍຕະຫຼອດ
ຊີວິດກໍເປັນໄດ້.”
ພວກອົບພະຍົບ ແມ່ນກາງຕໍ່ອາໄສຄວາມຊ່ອຍເຫຼືອຈາກລັດຖະບານ ແລະເອກະຊົນ.
ໃນຂະນະທີ່ຈຳນວນຂອງພວກອົບພະຍົບເພີ່ມຂຶ້ນ, ກອງທຶນທີ່ສະໜັບສະໜຸນພວກ
ເຂົາເຈົ້າ ນັ້ນກໍແມ່ນບໍ່ພຽງພໍ ຂຶ້ນນັບມື້. ອົງການອົບພະຍົບຂອງສະຫະປະຊາຊາດ
ໄດ້ຮຽກຮ້ອງໄປຍັງປະຊາຄົມນາໆຊາດ ຊ້ຳແລ້ວ ຊ້ຳອີກ ເພື່ອຂໍການບໍລິຈາກເພີ້ມ.
ທາງອົງການດັ່ງກ່າວ ປັດຈຸບັນແມ່ນໄດ້ຮັບອະນຸຍາດຈາກບັນດາຜູ້ນຳທາງສາສະໜາ
ໃນປະເທດທີ່ນັບຖືສາສະອໜາອິສລາມຫຼາຍປະເທດ ເພື່ອໃຫ້ປະຊາຊົນພວກເຂົາ
ເຈົ້າສາມາດໃຫ້ການບໍລິຈາກແກ່ ໂຄງການອົບພະຍົບເຫລົ່ານີ້. ຊາວມຸສລິມ ຕາມປົກ
ກະຕິແລ້ວ ແມ່ນມັກໃຫ້ການບໍລິຈາກແກ່ລັດ ເພື່ອຊ່ວຍພວກທີ່ຍາກຈົນໃນປະເທດ
ແຕ່ວ່າຄົນຢູ່ໃນປະເທດທີ່ອຸດົມຮັ່ງມີ ໄປດ້ວຍການຂາຍນ້ຳມັນ ບັດນີ້ ຈະສາມາດໃຫ້
ການຊ່ອຍເຫຼືອແກ່ໂຄງການອົບພະຍົບເຫລົ່ານີ້ໄດ້.
ທ່ານ Mohammed Abu Asaker ເຈົ້າໜ້າທີ່ດ້ານຂໍ້ມູນແລະສື່ສານ ສຳລັບຂົງເຂດ
ຕາເວັນອອກກາງຂອງອົງການ UNHCR ກ່າວເປັນພາສາອາຣັບວ່າ “ໂດຍຜ່ານ
ໂຄງການນີ້, ສິ່ງບໍລິຈາກແມ່ນຈະໄປເຖິງໂຄງການອົບພະຍົບໂດຍກົງທັງໝົດ
100 ເປີເຊັນເຕັມ ແລະຈະບໍ່ຖືກຫັກຄ່າຫຍັງເລີຍ ເມື່ອທຽບກັບໂຄງການຊ່ວຍ
ເຫລືອອື່ນໆຂອງ UNHCR ທີ່ໄດ້ຫັກຄ່າພາສີດ້ານການບໍລິຫານ 7 ເປີເຊັນ
ເພື່ອເອົາໄວ້ໃນອົງການເທົ່ານັ້ນ.”
ແຕ່ວ່າ ຢູ່ໃນໂລກທີ່ຜູ້ຄົນເກືອບຮອດ 20 ຄົນ ອົບພະຍົບຫລົບໜີ ຈາກບ້ານເກີດ
ເມືອງນອນ ດ້ວຍຄວາມຈໍາໃຈ ໃນແຕ່ລະນາທີ ເນື່ອງມາຈາກການຂັດແຍ້ງກັນ
ຫຼືບໍ່ກໍຖືກປາບປາມ ສະນັ້ນ ຄວາມຕ້ອງການການຊ່ອຍເຫຼືອ ແມ່ນຫລາຍກວ່າ
ຄວາມສາມາດ ໃນການຕອບສະໜອງໄດ້.