ເນື່ອງໃນໂອກາດຄົບຮອບສົງຄາມກາງເມືອງສະຫະລັດ ໃນເດືອນນີ້ ທີ່ເມືອງປະຫວັດສາດ Appomattox ລັດ Virginia ໄດ້ມີການສະແດງບັ້ນຕອນນຶ່ງຂອງສົງຄາມດັ່ງກ່າວ ທີ່ເປັນຂີດໝາຍການຍອມຈຳນົນ ທີ່ນັກປະຫວັດສາດຫຼາຍຄົນ ເຊື່ອວ່າ ໄດ້ຍຸດຕິສົງຄາມກາງ
ເມືອງ ເມື່ອ 150 ປີຜ່ານມາ. ຕັ້ງແຕ່ປີ 1861 ຫາ 1865 ພວກລັດໃນພາກເໜືອທີ່ເອີ້ນ
ວ່າ ສະຫະພາບ ຫຼື the Union ໄດ້ທຳການຕໍ່ສູ້ກັບພວກລັດໃນພາກໃຕ້ ທີ່ເອີ້ນວ່າ the Confederacy ຫຼື ສະຫະພັນທີ່ໄດ້ແຍກໂຕອອກຈາກສະຫະພາບ ຍ້ອນການຂັດແຍ້ງ
ກັນຫລາຍເລື້ອງ ຮວມທັງເລື້ອງຂ້າທາດ. ຫຼັງຈາກ ທະຫານຝ່າຍ Confederacy ຖືກກຳລັງຂອງຝ່າຍ Union ກວດ ຕ້ອນເຂົ້າຈົນມຸມທີ່ເມືອງ Appomattox ຜູ້ບັນຊາການ
ຂອງຝ່າຍ Confederacy ໄດ້ຍອມຈຳນົນ ຕໍ່ນາຍພົນຂອງຝ່າຍ Union. ຜູ້ສື່ຂ່າວວີໂອ
ເອ Deborah Block ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງສິງຈະນຳມາສະເໜີທ່ານ.
Your browser doesn’t support HTML5
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
Your browser doesn’t support HTML5
ໃນວັນທີ 9 ເມສາ ປີ 1865 ຈຸດຈົບທີ່ສະເທືອນ ໃຈ ຂອງສົງຄາມກາງເມືອງທີ່ໄດ້ເອົາຊີວິດ
ຂອງຊາວອະເມຣິກັນໄປຫຼາຍກວ່າ 7 ແສນຄົນ ໄດ້ມາເຖິງຢູ່ ທີ່ເຮືອນຫຼັງໜຶ່ງໃນເມືອງ ອາໂປແມຕິກສ໌ (Appomattox) ຊຶ່ງສູ່ມື້ນີ້ເປັນສວນສາທາລະນະປະຫວັດ ສາດ. ສອງກອງ
ທັບໃຫຍ່ ໄດ້ພົບປະກັນຢູ່ສະຖານທີ່ແຫ່ງນີ້ ເວລານາຍພົນ Robert E. Lee ຜູ້ບັນຊາການ
ກອງທັບຂອງຝ່າຍໃຕ້ ຫລື Confederacy ຍອມຈຳນົນຕໍ່ນາຍພົນ Ulyssses Grant ຜູ້ບັນຊາການກອງທັບຝ່າຍເໜືອ ຫລື Union.
ທ່ານ Waite Rawls ຫົວໜ້າຫໍພິພິດທະພັນຝ່າຍ Confederacy ສາຂາເມືອງ ອາໂປແມຕິກສ໌ ກ່າວວ່າ ການຍອມຈຳນົນໄດ້ແກ່ຍາວໄປປະມານ 2 ເດືອນ.
ທ່ານ Rawls ກ່າວວ່າ ”ຍ້ອນວ່າ ຍັງມີພວກກອງທັບອື່ນໆ ຢູ່ໃນສະໜາມລົບຢູ່.
ມັນຕ້ອງໃຊ້ເວລາເພື່ອໃຫ້ພວກກອງທັບອື່ນໆໃນລັດ North Carolina ໃນ
ລັດ Texas ຍອມສະຫລາຍໂຕ ຫຼືຍອມຈຳນົນ.”
ໃນການສະແດງການວາງອາວຸດ ທີ່ເມືອງ ອາໂປແມຕິກສ໌ ເມື່ອວັນທີ 12 ເມສາ ປີ 1865 ນັ້ນພວກສະແດງເປັນທະຫານຂອງຝ່າຍ Union ພາກັນຍ່າງອອກມາກ່ອນ ຕິດຕາມມາດ້ວຍພວກທະຫານ Confederates ທີ່ຍ່າງມາໃນທ່າທາງອິດເມື່ອຍ ແລະປະລາໄຊ.
ທັງສອງຝ່າຍປິ່ນໜ້າເຂົ້າຫາກັນ ແລ້ວພວກທະຫານຝ່າຍ the Confederates ກໍວາງ
ອາວຸດຂອງເຂົາເຈົ້າ ກອງກັນຂຶ້ນ.
ການສະແດງບົດບາດຄືນໃໝ່ ໄດ້ແຕະຕ້ອງຈິດໃຈຂອງ Bruce Blackmon ຈາກລັດ North Carolina ທີ່ ຫຼິ້ນບົດບາດເປັນນາຍພັນເອກ ຝ່າຍ Confederates ແລະໄດ້
ມີບັນພະບຸລຸດຄົນໜຶ່ງຮ່ວມຕໍ່ສູ້ໃນສົງຄາມກາງເມືອງນັ້ນ.
ທ່ານ Blackmon ກ່າວວ່າ “ມັນເປັນເລື້ອງທີ່ໂສກເສົ້າຫຼາຍສຳຫລັບພວກເຮົາ ທີ່ອາດໄດ້ມີບັນພະບຸລຸດປະກອບສ່ວນໃນການຍອມຈຳນົນ ຫຼືຮ່ວມຕໍ່ສູ້ໃນສົງຄາມກາງເມືອງນັ້ນ. ມັນເຮັດໃຫ້ເກີດຄວາມຮູ້ສຶກຫລາຍຢ່າງຫລາຍປະການ ເວລາພວກເຮົາຄຶດເຖິງຈຳນວນຜູ້ເສຍຊີວິດຈາກທັງສອງຝ່າຍ ແລະໂສກນາດຕະກຳ
ທີ່ໄດ້ເກີດຂຶ້ນແທ້ໆນັ້ນ.”
ທີ່ຄ້າຍຂອງພວກທະຫານຝ່າຍ Union ທີ່ສ້າງຂຶ້ນເພື່ອສະແດງຢູ່ສວນ ສາທາລະນະ
ແຫ່ງນີ້ Henry Schmied ຄິດຄຳນຶງວ່າ ສົງຄາມດັ່ງກ່າວໄດ້ສ້າງຄວາມຫຍຸ້ງຍາກຫຼາຍ
ຂະໜາດໃດ ໃຫ້ແກ່ທັງສອງຝ່າຍ.
ທ່ານ Schmied ກ່າວວ່າ “ສຳຫລັບຝ່າຍ Union ນັ້ນ ພວກເຂົາເຈົ້າຄົງໄດ້ມີຄວາມຮູ້ສຶກ ຄືກັນກັບນ້ຳໜັກອັນໃຫຍ່ຫຼວງໄດ້ຖືກຍົກອອກໄປ ຈາກເອິກຂອງເຂົາເຈົ້າ. ແລະສຳຫລັບຝ່າຍ Confederacy ນັ້ນ ກໍຄົງມີຄວາມໂສກເສົ້າຢ່າງຫລວງ
ຫລາຍ ເພາະວ່າພວກເຂົາເຈົ້າໄດ້ຕໍ່ສູ້ມາຢ່າງໜັກ ເພື່ອເປົ້າໝາຍຂອງເຂົາ
ເຈົ້າ ເຖິງແມ່ນມັນເປັນເປົ້າໝາຍທີ່ຜິດກໍຕາມ.”
ມີທະຫານຜິວດຳທີ່ເມືອງ Appomattox ຈຳນວນສອງສາມພັນທີ່ເອີ້ນກັນວ່າ “ທະຫານຜິວສີດຳ” ທີ່ທຳການຕໍ່ສູ້ໃຫ້ຝ່າຍເໜືອ. Leo Vaughan ທີ່ຫຼິ້ນບົດບາດເປັນຝ່າຍ Union ມີບັນພະບຸລຸດຫຼາຍຄົນ ທີ່ໄດ້ຮ່ວມຕໍ່ສູ້ໃນສົງຄາມກາງເມືອງ ແຕ່ຢູ່ຂ້າງຝ່າຍ Confede
racy.
ທ່ານ Vaughan ກ່າວວ່າ “ແລະເຂົາເຈົ້າເປັນຄົນຜິວຂາວ ເພາະວ່າ ພໍ່ຂອງພໍ່ຕູ້
ທວດຂອງຂ້ອຍ ເປັນເຈົ້າຂອງສວນຢາສູບ.”
ທີ່ຄ້າຍທະຫານຝ່າຍ Confederacy ນັກສະແດງເປັນທະຫານຝ່າຍໃຕ້ ຄົນໜຶ່ງ ຈາກລັດ South Carolina ເຊື່ອວ່າຝ່າຍເໜືອບໍ່ມີທຸລະໃດໆ ທີ່ຈະທຳການໂຈມຕີພວກລັດພາກໃຕ້.
ລາວເວົ້າວ່າ “ຖ້າສົ່ງຂ້ອຍກັບຄືນໄປຍັງປີ 1860 ຫາປີ 1865 ນັ້ນ ແນ່ນອນ ຂ້ອຍແມ່ນຈະຖືດາບແລະຕໍ່ສູ້ເພື່ອບ້ານເກີດເມືອງນອນຂອງ ຂ້ອຍ.”
ຫຼັງຈາກການຍອມຈຳນົນແລ້ວ ນາຍພົນ Grant ໄດ້ປ່ອຍໃຫ້ພວກທະຫານຝ່າຍໃຕ້ ຮັກ
ສາພວກອາວຸດຕິດແອວ ແລະມ້າຂອງເຂົາເຈົ້າ ໄວ້ ໄດ້ຖ້າພວກເຂົາເຈົ້າປະຕິບັດຕາມ
ກົດໝາຍລັດຖະບານກາງ. Bruce Blackmon ກ່າວວ່າ ພວກທະຫານຝ່າຍໃຕ້ໄດ້ຮັບ
ໜັງສືຜ່ານເຂດ ເພື່ອວ່າພວກເຂົາເຈົ້າຈະສາມາດເດີນທາງກັບບ້ານໄດ້ຢ່າງປອດໄພ.
ທ່ານ Blackmon ກ່າວວ່າ “ຖ້າຫາກພວກເຂົາເຈົ້າຖືກຢຸດໂດຍພວກທະຫານຝ່າຍເໜືອ ເວລາເດີນທາງກັບບ້ານເຮືອນນັ້ນ ພວກເຂົາເຈົ້າກໍສາມາດແຈ້ງໜັງສືຜ່ານນີ້ຕໍ່ພວກທະຫານເຫຼົ່ານັ້ນໄດ້.”
ແຕ່ມາຮອດສູ່ມື້ນີ້ ສົງຄາມກາງເມືອງຍັງຄົງເປັນຈຸດທີ່ເຈັບປວດຢູ່ສຳຫລັບຫຼາຍຄົນໃນບັນ
ດາລັດພາກໃຕ້ ທີ່ເອີ້ນສົງຄາມນີ້ວ່າ ສົງຄາມຮຸກຮານຂອງຝ່າຍເໜືອ. ແນວໃດກໍຕາມ Kevin Reynolds ທີ່ສະແດງເປັນທະຫານຝ່າຍໃຕ້ຈາກລັດ South Carolina ກ່າວ
ວ່າ ເຖິງແມ່ນໄດ້ມີການນອງເລືອດກໍຕາມ ແຕ່ມັນກໍສຳຄັນທີ່ປະເທດໄດ້ຮວມເຂົ້າກັນຄືນອີກ.
ທ່ານ Reynolds ກ່າວວ່າ “ຫຼັງຈາກທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ກະທຳໄປ ສິ່ງທີ່ຍິ່ງໃຫຍ່ທີ່ສຸດ ກໍແມ່ນວ່າ ພວກເຮົາໄດ້ເຕົ້າໂຮມກັນຄືນ ໃນຖານະຄົນອະເມຣິກັນນຳກັນ.”