ການລະເບີດຂະໜາດແຮງ ໃກ້ກອງບັນຊາການ ທະຫານຊູດານ ສັ່ນສະເທືອນ ໄປທົ່ວນະຄອນຫຼວງຄາຣ໌ທູມ

  • ວີໂອເອ

ແຟ້ມຮູບ-ກຸ່ມຄັວນທີ່ລອຍກຸ້ມຂຶ້ນເໜືອທ້ອງຟ້າໃນນະຄອນຫຼວງຄາຣ໌ທູມ, ວັນທີ 23 ມິຖຸນາ 2023, ໃນຂະນະທີ່ການປະທະກັນ ຍັງຄົງດໍາເນີນຕໍ່ໄປລະຫວ່າງສົງຄາມສອງຝ່າຍ ທັງໃນ ແລະອ້ອມຮອບນະຄອນຫຼວງຂອງຊູດານ.

ການລະເບີດຂະໜາດແຮງໃກ້ກັບກອງ​ບັນ​ຊາ​ການທະຫານຊູດານ ໄດ້ສັ່ນສະເທືອນໄປທົ່ວນະຄອນຫຼວງຄາຣ໌ທູມ ໃນວັນພະຫັດວານນີ້, ອີງຕາມປະຊາຊົນ ທີ່ອາໄສຢູ່ໃນທ້ອງຖິ່ນ.

ເຖິງແມ່ນນາຍພົນຄູ່​ປໍ​ລະ​ປັກ​ໃນສົງຄາມ ຕ່າງ​ກໍ​ໄດ້​ອອກ​ມາ​ປະ​ກາ​ດ​ການ​ຢຸດ​ຍິງ ສໍາລັບວັນບຸນ ອີດ ອາລ-ອັດດາ (Eid al-Adha), ແຕ່ແປວຄວັນຂະໜາດໃຫຍ່ ກໍໄດ້ລອຍກຸ້ມ ຈາກບໍ​ລິ​ເວນ​ຄ້າຍທະຫານ, ເຊິ່ງຂໍ້ມູນກ່ຽວກັບການລະເບີດໃນຄັ້ງນີ້ ຍັງບໍ່ເປັນທີ່ຈະແຈ້ງ.

ປະຊາຊົນທີ່ອາໄສຢູ່​ໃນ​ລັດ​ສະ​ໝີຫຼາຍກວ່າ 4 ໄມລ໌ ຈາກການລະເບີດ “ຍັງຮູ້ສຶກແຮງສັ່ນສະເທືອນຢູ່​ຕາມຝາເຮືອນຂອງພວກເຂົາເຈົ້າໄດ້,” ເຊິ່ງຜູ້ອາໄສຢູ່ໃນທ້ອງຖິ່ນຄົນນຶ່ງ ບອກກັບອົງການຂ່າວ AFP.

ນອກນັ້ນ ຍັງ​ບໍ່​ມີ​ການ​ຢືນ​ຢັນ​ໃດໆ ກ່ຽວ​ກັບ​ວ່າ ເຫດ​ລະ​ເບີດ​ໃນ​ຄັ້ງ​ນີ້ ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ຫຼື​ບໍ່.

ໃນວັນພະຫັດວານນີ້, ຄະນະກໍາມາທິການກາແດງສາກົນ ຫຼື ICRC ກ່າວວ່າ ພວກເຂົາເຈົ້າໄດ້ຊ່ວຍອໍານວຍຄວາມສະດວກໃນການປ່ອຍໂຕທະຫານຊູດານ 125 ຄົນ ທີ່ຖືກຈັບໂດຍຄູ່ຕໍ່ສູ້ ກອງກໍາລັງເຄື່ອນທີ່ຢ່າງວ່ອງໄວ RSF.

ອ່ານຂ່າວນີ້ເປັນພາສາອັງກິດ