ສະຫະພັນກາແດງສາກົນ ຫຼື IFRC ແລະອົງການກາແດງມຸສລິມ ໄດ້ມີການອອກມາເຕືອນໃນອາທິດແລ້ວນີ້ວ່າ ສົງຄາມທີ່ຍາວນານ ຢູ່ໃນຢູເຄຣນ ຈະສົ່ງຜົນກະທົບທີ່ຮ້າຍແຮງ ທາງດ້ານມະນຸດສະທໍາ ສໍາລັບວິກິດການຕ່າງໆຢູ່ໃນທົ່ວໂລກ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຮັບຟັງລາຍງານກ່ຽວກັບ ຜົນກະທົບຕ່າງໆຕໍ່ວິກິດການຢູ່ໃນທົ່ວໂລກ ຫາກສົງຄາມຢູ່ໃນຢູເຄຣນ ຍັງຄົງແກ່ຍາວໄປອີກ
ຜົນກະທົບຂ້າງຄຽງທີ່ຮ້າຍແຮງຈາກການຮຸກຮານຢູເຄຣນ ຂອງຣັດເຊຍ ແມ່ນເປັນທີ່ຮູ້ສຶກກັນແລ້ວ 6 ເດືອນລຸນຫຼັງການຮຸກຮານຂອງຣັດເຊຍ.
ເຈົ້າໜ້າທີ່ຂອງສະຫະພັນກາແດງສາກົນໄດ້ອອກມາເຕືອນໃນອາທິດນີ້ວ່າ ຜົນກະທົບທາງດ້ານເສດຖະກິດຕໍ່ປະຊາຊົນທີ່ມີຄວາມທຸກຍາກລໍາບາກຫຼາຍລ້ານຄົນຢູ່ໃນທົ່ວໂລກ ຍິ່ງຈະຊຸດໂຊມລົງໄປອີກ ຫາກສົງຄາມຍັງຄົງແກ່ຍາວໄປຫຼາຍກວ່ານີ້.
ຢູເຄຣນ, ເປັນປະເທດສົ່ງອອກອາຫານປະເພດເມັດທີ່ໃຫຍ່ທີ່ສຸດໃນໂລກກ່ອນທີ່ສົງຄາມຈະເກີດຂຶ້ນ. ຣັດເຊຍໄດ້ປິດລ້ອມທ່າກຳປັ່ນ ຢູ່ໃນທະເລດໍາ, ຢ່າງໃດກໍຕາມ, ໄດ້ຂັດຂວາງບໍ່ໃຫ້ມີການຂົນສົ່ງອາຫານປະເພດເມັດ, ຊຶ່ງໄດ້ກໍ່ໃຫ້ເກີດວິກິດການທາງດ້ານອາຫານໄປທົ່ວໂລກຢ່າງໄວວາ. ລາຄາຂອງອາຫານ ແລະນໍ້າມັນເຊື້ອໄຟທີ່ເພີ້ມຂຶ້ນຢ່າງໄວວາ ໄດ້ເຮັດສິນຄ້າທີ່ໃຊ້ໃນຊີວິດປະຈໍາວັນເຫຼົ່ານີ້ ແລະສິ່ງຈໍາເປັນອື່ນໆ ບໍ່ສາມາມາດຊື້ໄດ້, ເຊິ່ງໄດ້ເຮັດໃຫ້ປະຊາຊົນຫຼາຍລ້ານຄົນຕ້ອງຕົກຢູ່ໃນສະພາບທີ່ອຶດຫິວຢ່າງຮຸນແຮງ.
ໃນຊ່ວງຕົ້ນເດືອນສິງຫານີ້, ອົງການສະຫະປະຊາຊາດໄດ້ມີການໄກ່ເກ່ຍຂໍ້ຕົກ ລົງ ເພື່ອອະນຸມັດໃຫ້ຢູເຄຣນ ສົ່ງອອກອາຫານປະເພດເມັດອີກຄັ້ງ. ຢ່າງໃດກໍຕາມ, ສະຫະພັນກາແດງສາກົນກ່າວວ່າ ຜົນກະທົບຂອງສົງຄາມຍັງຄົງເປັນທີ່
ຮູ້ສຶກໂດຍປະຊາຊົນຕໍ່ໄປ ແລະຈະຕ້ອງໄດ້ໃຊ້ເວລາດົນນານ ໃນການແກ້ໄຂ.
ທ່ານນາງບຣິຈິດ ແອບເບຊັນ (Brigitte Ebbesen), ຜູ້ອໍານວຍການຂອງສະ ຫະພັນກາແດງສາກົນແລະອົງການກາແດງມຸສລິມ ຢູ່ໃນພູມິພາກຢູໂຣບ. ທ່ານນາງກ່າວວ່າ ຄວາມຕ້ອງການທາງດ້ານມະນຸດສະທໍາແມ່ນຍັງຄົງຫຼໍ່ແຫຼມ ໂດຍສະເພາະແມ່ນຢູ່ໃນຂົງເຂດພາກຕາເວັນອອກກາງ ແລະທະວີບອາຟຣິກາ, ເຊິ່ງທ່ານນາງກ່າວວ່າ:
“ວິກິດການທາງດ້ານອາຫານ ຢູ່ໃນອາຟຣິກາ ແມ່ນບາງສິ່ງທີ່ພວກເຮົາຕອບສະໜອງໄປແລ້ວ ດັ່ງດຽວກັບທີ່ IFRC ແລະພວກເຮົາມອງເບິ່ງວ່າ ເປັນບັນຫາຢູ່ໃນຂົງເຂດພາກຕາເວັນອອກກາງ. ການຊື້ອາຫານແມ່ນພົບກັບຄວາມຫຍຸ້ງຍາກ ເພີ້ມຂຶ້ນສໍາລັບປະຊາກອນສ່ວນໃຫຍ່. ດັ່ງນັ້ນ, ຜົນກະທົບຈຶ່ງໃຫຍ່ຫຼວງແທ້ໆ.”
ມີອາສາສະໝັກແລະພະນັກງານຂອງສະຫະພັນກາແດງຢູ່ໃນທ້ອງຖິ່ນຫຼາຍກວ່າ 1 ແສນຄົນ ໄດ້ຮັບການປຸກລະດົມເພື່ອສະໜອງການຊ່ວຍເຫຼືອທາງດ້ານມະນຸດສະທໍາຢູ່ໃນຢູເຄຣນ, ມີ 7 ປະເທດທີ່ຢູ່ໃກ້ຄຽງ ແລະອີກ 17 ປະເທດຢູ່ໃນພູມິພາກແຫ່ງນັ້ນ.
ຜູ້ອໍານວຍການໃຫຍ່ຂອງສະຫະພັນກາແດງ ທ່ານມາກຊິມ ດັອດເຊັນໂກ (Maksym Dotsenko) ກ່າວວ່າ ປະຊາຊົນ 8 ລ້ານຄົນແມ່ນຕ້ອງຍ້າຍຖິ່ນຖານພາຍໃນປະເທດ, ປະຊາຊົນຫຼາຍກວ່າ 5 ລ້ານຄົນຕ້ອງໄດ້ພະຍາຍາມຫາບ່ອນລີ້ໄພໃນປະເທດເພື່ອນບ້ານທັງຫຼາຍ.
ທ່ານດັອດເຊັນໂກ ກ່າວວ່າ ຄວາມຂັດແຍ້ງມີທ່າທາງທີ່ຈະແກ່ຍາວໄປເປັນເວ ລາດົນນານ, ເຊິ່ງພະນັກງານ ແລະອາສາສະໝັກສະຫະພັນກາແດງ ຈະຍັງຄົງດໍາເນີນງານ ສະໜອງຄວາມຊ່ວຍເຫຼືອທີ່ສໍາຄັນດັ່ງກ່າວນັ້ນ. ທ່ານກ່າວວ່າ ການສະໜັບສະໜຸນຢ່າງຕໍ່ເນື່ອງຈາກປະຊາຄົມນານາຊາດ ກໍມີຄວາມສໍາຄັນ ເຊັ່ນດຽວກັນ, ເຊິ່ງທ່ານໄດ້ກ່າວວ່າ:
“ການຟື້ນຟູພື້ນຖານໂຄງລ່າງ, ການສ້ອມແປງເຮືອນຊານຕ່າງໆ, ແລະການປັບປຸງໂຮງຈັກໂຮງງານຄືນໃໝ່ ຈະຕ້ອງໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍຈາກປະຊົນຊາວຢູເຄຣນຢູ່ໃນປະຊາຄົມຕ່າງໆທົ່ວໂລກ. ດັ່ງນັ້ນ, ນະເວລານີ້ ຄວາມຈໍາເປັນຂອງພົນລະເຮືອນຈຶ່ງມີຄວາມສໍາຄັນທີ່ສຸດ, ແລະພວກເຮົາກໍບໍ່ເຫັນວ່າ ຄວາມຈໍາເປັນຕ່າງໆເຫຼົ່ານັ້ນຈະມີທ່າອ່ຽງຫຼຸດລົງ ໂດຍສະເພາະຢ່າງ ຍິ່ງ ໃນຊ່ວງໄລຍະຂອງລະດູໜາວ.”
ອົງການກາແດງສາກົນກ່າວວ່າ ປະຊາກອນເຄິ່ງນຶ່ງຂອງປະຊາຊົນຊາວຢູເຄຣນ 44 ລ້ານຄົນ ຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອທາງດ້ານມະນຸດສະທໍາເປັນໄລ ຍະຍາວ, ເຖິງແມ່ນວ່າ ຄວາມຂັດແຍ້ງທີ່ກໍາລັງເກີດຂຶ້ນຈະສິ້ນສຸດລົງໃນໄວໆນີ້, ແຕ່ພວກເຂົາເຈົ້າກ່າວວ່າ ມັນຈະຕ້ອງໃຊ້ເວລາຫຼາຍປີໃນການສ້ອມແປງຄວາມເສຍຫາຍຕ່າງໆຂອງແຕ່ລະເມືອງ ແລະເຮືອນຊານທັງຫຼາຍ. ສະຫະພັນກາແດງສາກົນຍັງໄດ້ກ່າວອີກວ່າ ມັນຈະຕ້ອງໄດ້ໃຊ້ເວລາຫຼາຍປີໃນການບັນເທົາຄວາມ ເຈັບປວດ, ຄວາມທຸກທາງຈິດໃຈ ແລະຮ່າງກາຍ ພ້ອມທັງຄວາມທຸກທໍລະມານທາງດ້ານເສດຖະກິດຈາກຜົນກະທົບຂອງສົງຄາມ.