ຝ່າຍກະບົດທໍາການໂຈມຕີ ເມືອງຫລວງຂອງລີເບຍ

ປະຊາຊົນທີ່ເມືອງ Benghazi ພາກັນສະເຫລີມສະຫລອງ ຫລັງຈາກໄດ້ຂ່າວວ່າ ຝ່າຍກະບົດກໍາລັງບຸກໂຈມຕີ ນະຄອນຫລວງທຣີໂປລີ, ຕອນເຊົ້າມືດຂອງ ວັນທີ 21 ສິງຫາ 2011

ສຽງລະເບີດແລະສຽງປືນໄດ້ສັ່ນສະເທືອນ ນະຄອນຫລວງຕຣີໂປລີຂອງ​ລີ​ເບຍ ຕະຫລອດ
ຄືນທີ່​ຜ່ານ​ມາ​ນີ້ ໃນຂະນະທີ່ຝ່າຍທີ່​ຄັດຄ້ານຕໍ່ ມວມມາ ກາດດາຟີ ໄດ້ເປີດສາກໂຈມຕີໃນ
ອັນທີ່ພວກເຂົາຫວັງວ່າ ຈະເປັນການຂັບດັນບັ້ນສຸດທ້າຍໃນການກໍ່ກະບົດມາ​ເປັນ​ເວລາ​ດົນ
ເຖິງຫົກເດືອນແລ້ວ ເພື່ອໂຄ່ນລົ້ມຜູ້ນໍາລີເບຍ ທີ່ປົກຄອງປະເທດມາເປັນເວລາຍາວນານນັ້ນ.

ໃນການຖະແຫລງທີ່​ຖ່າຍ​ທອດ​ອອກ​ອາກາດ​ສົດ​ທາງໂທລະພາບຂອງລັດ ​ໃນ​ວັນ​ອາທິດ​ມື້​ນີ້
ທ່ານກາດດາຟີ ໄດ້ຮຽກຮ້ອງພວກສະໜັບສະໜຸນຕົນ ຈົ່ງພາກັນອອກມາເດີນຂະບວນເປັນ
ຈໍານວນຫລາຍລ້ານຄົນ ເພື່ອທັບມ້າງການລຸກຮືຂື້ນຕໍ່ຕ້ານລັດຖະບານນັ້ນ. ທ່ານກາດດາຟີ
ບໍ່​ໃຫ້​ຄວາມ​ສໍາຄັນ​ແກ່ການປະທ້ວງ ​ໂດຍ​ກ່າວ​ວ່າ ມັນເປັນຄວາມພະຍາຍາມທີ່ບໍ່​ມີ​ທາງ​ປະ
ສົບ​ຜົນ​ສໍາ​ເລັດ ຂອງພວກທໍລະຍົດ ແລະພວກເນລະຄຸນ.

ນາຍ Seif al-Islam ລູກຊາຍຂອງກາດດາຟີ ກໍ​ໄດ້ກ່າວໃນຄໍາປາໃສ ທີ່ອອກອາກາດໃນ
ວັນອາທິດມື້ນີ້ເຊັ່ນກັນນັ້ນວ່າ ລັດຖະບານກາດດາຟີ ຈະບໍ່ມີວັນປະລະການຕໍ່ສູ້.

ທາງ​ຝ່າຍທ່ານ Moussa Ibrahim ໂຄສົກລັດຖະບານ ກໍ​ໄດ້ປະຕິເສດຕໍ່ຂ່າວທີ່ວ່າ ລັດ
ຖະບານລີເບຍ ກໍາລັງຈະພັງທະລາຍນັ້ນ.

ລາຍງານກ່ຽວ​ກັບການສູ້ລົບກັນຢູ່ໃນນະຄອນຫລວງທຣິໂປລີ ແມ່ນມີຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​
ໃດ​ຊົ່ວ​ໂມງ ຫລັງຈາກມີລາຍງານວ່າພວກກະບົດຍຶດໄດ້ເມືອງຍຸທະສາດສອງເມືອງ ຄືເມືອງ
Zawiya ຢູ່ທາງພາກຕາເວັນຕົກ ແລະເມືອງ Brega ທາງພາກຕາເວັນອອກຂອງປະເທດ.