ທ່າ​ນ Mitt Romney ແລະທ່ານໂອບາມາ ຫາສຽງ ຢູ່ລັດ ທີ່ຍັງບໍ່ມີຝ່າຍໃດ ກຳຄະແນນໄດ້ ຢ່າງເດັດຂາດ (ວີດີໂອ)

ຜູສະມັກເລືອຕັ້ງ ປະທານາທິບໍດີສະຫະລັດ ຂອງພັກຣີພັບບລີກັນ ທ່ານ Mitt Romney ພວມໂຄສະນາຫາສຽງທີ່ເມືອງ Fishersville ໃນລັດ Virginia (4 ຕຸລາ 2012)

ການ​ໂຄສະນາ​ຫາງ​ສຽງ​ເລືອກຕັ້ງປະທານາທິບໍດີທີ່​ມີ​ຊີວິດ​ຊີວາ​
ຄືນ​ໃໝ່ຂອງທ່າ​ນ Mitt Romney ຫວັງ​ວ່າ​ ຈະໄດ້​ຮັບ​ຜົນ​ປະ​
ໂຫຍ​ດ ຈາກ​ການ​ໂຕ້​ວາ​ທີຢ່າງ​ແຂງ ຂັນ ​ດ້ວຍ​ການ​ໂຮມ​ຊຸມນຸມ​
ໂຄສະນາ​ຫາ​ສຽງ ​ຢູ່​ໃນ​ລັດເວີ​ຈີ​ເນຍ ​ແລະ​ລັດ​ຟຣໍລິ​ດາ ຊຶ່ງ​ເປັນ​
ລັດ​ທີ່​ຍັງ​ມີ​ການ​ແຂ່ງຂັນ​ກັນຢ່າງ​ດຸ​ເດືອດ​ຢູ່​ນັ້ນ.

ຜູ້​ສະມັກ​ຂອງພັກ​ຣິພັບ​ບລິ​ກັນ ຊຶ່ງຍັງ​ມີ​ຄະ​ແນນ​ສຽງເປັນ​ຮອງ​ໃນ​
ການ​ຢັ່ງ​ຫາງສຽງ ​ກ່ອນການ​ໂຕ້​ວາທີ ໃນ​ວັນ​ພຸດຜ່ານ​ມາ ​ໄດ້​ກ່າວ​
ຕໍ່​ພວກ​ສະໜັບສະໜູນໃນ​ວັນ​ພະຫັດວານ​ນີ້​ວ່າ ປະທານາທິບໍດີ
Barack Obama ບໍ່ສາມາດທີ່​ຈະ​ເຊື່ອຖື​ໄດ້​ຕໍ່​ໄປ​ອີກ​ແລ້ວ ກ່ຽວ​
ກັບເສ​ດຖະກິດ​ທີ່​ພວມ​ດິ້ນຮົນຂອງສະຫະ​ລັດ.

ທ່ານ Romney ກ່າວ​ວ່າ “​ເປັນ​ຫຍັງ ພວກ​ຊົນຊັ້ນ​ກາງ ຈຶ່ງຍັງ
ສືບ​ຕໍ່​ໄດ້​ຮັບຄວາມ​ຝືດ​ເຄືອງ​ຢູ່ໃນ​ປະ​ເທດ​ນີ້? ​ເປັນ​ຫຍັງ​ ພວກເຮົາ​ຈຶ່ງຍັງ​ມີ 23 ລ້ານ​ຄົນ ພາກັນ​ຫວ່າງ​ງານ? ​ເປັນ​ຫຍັງ ​ເຍົາວະ​ຊົນ​ຂອງ​ພວກ​ເຮົາ ທີ່​ຈົບຈາກມະຫາວິທະຍາ​ໄລຈຶ່ງ
ບໍ່​ສາມາດມີ​ວຽກ​ດີໆເຮັດ? ​ເປັນ​ຫຍັງ ນຶ່ງໃນ​ຈໍານວນ​ຫົກ​ຄົນ​ໃດ ຈຶ່ງ​ຕົກ​ຢູ່​ໃນ​ຄວາມ​ທຸກ​ຍາກ? ​ເປັນ​ຫຍັງ ​ເວລາ​ທີ່ທ່ານ​ເຂົ້າ​ກໍາ​ຕໍາແໜ່​ງມີ 32 ລ້ານ​ຄົນ​ໄດ້​ຮັບ Food Stamps ຫລືການ​ຊ່ວຍເຫລືອບັດ​ຊື້ອາຫານ ​ແລະ​ປັດຈຸບັນ​ນີ້ ຈຶ່ງມີ 47 ລ້ານ​ຄົນ ໄດ້​ຮັບ​ບັດ​ຊື້​ອາຫານ.”

​ໃນ​ຕອນຕໍ່​ມາຂອງ​ມື້ວານ​ນີ້ ທ່ານ Romney ​ໄດ້ພະຍາຍາມ​ປົວ​ແປງ​ຄວາມ​ເສຍ​ຫາຍຈາກ​ການ​ວີ​ດີ​ໂອລັບ ທີ່​ທ່ານ​ໄດ້​ກ່າວວ່າ 47 ​ເປີ​ເຊັນ ຂອງຊາວອາ​ເມຣິກັນ ​ພົບ​ວ່າ​ຕົນ​ເອງເປັນ​ຜູ້​ເຄາະ​ຮ້າຍ​ແລະ​ກາງ​ຕໍ່ອາ​ໄສລັດຖະບານ. ທ່ານ Romney ​ໄດ້ບອກ​ຕໍ່ໂທ
ລະພາບ Fox News ວ່າ ຄໍາ​ເວົ້າ​ດັ່ງກ່າວ “​ເປັນການ​ຜິດພາດ​ທີ່​ສຸດ.”

ໃນ​ຂະນະ​ດຽ​ວກັນ ປະທານາທິບໍດີ Barack Obama ຊຶ່ງ​ຈະ​ໂຄສະນາ​ຫາ​ສຽງ​ທີ່ມະຫາ​ວິທະຍາ​ໄລຕ່າງໆ ​ໃນລັດ Virginia ​ແລະລັດ​ Ohio ​ໃນ​ວັນ​ສຸກມື້ນີ້​ ກໍ​ໄດ້​ທຳ​ການ​ໂຈມຕີ ​ໂດຍກ່າວ​ຫາ​ຄູ່​ແຂ່ງ​ຂອງ​ທ່ານ​ວ່າປ່ຽນ​ທ່າ​ທີ​ໃນ​ການ​ໂຄສະນາຫາ​ສຽງ ມາ​ເປັນສາຍກາງຫຼາຍຂຶ້ນ ​ໃນ​ລະຫວ່າງ​ການ​ໂຕ້​ວາທີ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ “​ເວລາ ຂ້າພະ​ເຈົ້າ ກ້າວ​ຂື້ນ​ໄປ​ເທິງ​ເວທີ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຊາຍ​ຄົນ​ນຶ່ງ​ທີ່ມີ​ຄວາມອົງອາດ ທີ່​ອ້າງວ່າລາວ​ເປັນທ່ານ Mitt Romney. ​ແຕ່​ຂ້າ
ພະ​ເຈົ້າຮູ້ວ່າ ບໍ່​ແມ່ນທ່ານ Mitt Romney ​ເພາະວ່າ ທ່ານ Romney ທີ່ແທ້​ຈິງ​ນັ້ນ ​ໄດ້​ວິ່ງເຕັ້ນ​ອ້ອມ​ປະ​ເທດ ​ໃນ​ປີ​ກາຍ​ນີ້ ​ໂດຍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ທີ່ຈະ​ຕັດພາສີ 5 ພັນ​ຕື້​ໂດ​ລາສຳ​ຫຼັບຄົນ​ຮັ່ງມີ ​ແລະ​ຍັງ​ບໍ່​ແລ້ວ ຜູ້ຊາຍ ​ທີ່ຢູ່​ເທິງ​ເວ​ທີ​ມື້​ຄືນ​ນີ້ທີ່​ເບິ່ງ​ຄື​ວ່າ​ແມ່ນ Mitt Romney ນັ້ນກ່າວ​ວ່າລາວ​ບໍ່​ຮູ້​ຫຍັງ ​ໝົດ​ກ່ຽວ​ກັບ​ເລື້ອງນີ້.”

ເບິ່ງລາຍງານວີດີໂອ ທ່ານໂອບາມາກັບທ່ານຣອມນີ ອອກໂຄສະນາຫາສຽງ
ຢູ່ລັດເວີຈີເນຍ:

Your browser doesn’t support HTML5

Obama and Romney Campaigns Target Virginia