ມີການນໍາເອົາ ຮູບນັກໂທດ ປະຫານຊີວິດ ສະໄໝຂະເໝນແດງ ອອກມາເປີດເຜີຍ

This ponderosa pine forest shows how fire has played its natural role. The trees are spaced widely enough to allow them to survive low-intensity fires and there is little lower vegetation. (National Interagency Fire Center)

ມີຮູບຂອງພວກນັກໂທດທີ່ຖືກໂທດປະຫານຊີວິດ ໃນສູນທໍ
ລະມານທີ່ມີຊື່ສຽງບໍ່​ດີຂອງຂະເໝນແດງເມື່ອ 4 ທົດສະວັດ
ກ່ອນ ຫລາຍກວ່າ 1 ພັນແຜ່ນ ໄດ້ຖືກນໍາມາສະເໜີຕໍ່ສູນ ເກັບຮັກສາຮູບທາງການຂອງກໍາປູເຈຍແຫ່ງນຶ່ງ.

ຮູບຈໍານວນ 1,426 ແຜ່ນ ໄດ້ຖືກມອບ​ໃຫ້ສູນກາງເກັບກໍາ
ເອກະສານຂອງກໍາປູເຈຍ ໂດຍຄົນທີ່ບໍ່ປະສົງບອກນາມ ໃນ
ເດືອນນີ້. ພວກນັກເກັບຮັກສາເອກະສານ ມີຄວາມປະຫລາດ
ໃຈ ທີ່ໄດ້ເຫັນຮູບພາບເຫລົ່ານີ້ ຊຶ່ງສະແດງໃຫ້ເຫັນລາຍລະ
ອຽດຢ່າງຫລວງຫລາຍ ກ່ຽວກັບພວກນັກໂທດທີ່ຖືກຂັງຢູ່ໃນ
ຄຸກ Tuol Sleng ໃນລະຫວ່າງ ປີ 1975 ຫາ 1979 ທີ່ຢູ່ ພາຍໃຕ້ການປົກຄອງຂອງພວກຫົວຮຸນແຮງຂະເໝນ​ແດງນັ້ນ.

ຫົວໜ້າສູນກາງເກັບກໍາເອກະສານຂອງກໍາປູເຈຍ ທ່ານ Chhang Youk ໄດ້ກ່າວຕໍ່ ວີໂອ
ເອພະແນກພາສາຂະແມວ່າ ຢູ່ທາງຫລັງຂອງຮູບທີ່ມີຂະໜາດເທົ່າກັບໃບປັດສະປອດ ແຕ່ລະໃບນັ້ນ ມີຂໍ້ມູນຂອງນັກໂທດແຕ່ລະຄົນ ຊຶ່ງສ່ວນຫລາຍແມ່ນຂຽນ ໂດຍພວກນັກ ໂທດເອງ. ທ່ານກ່າວວ່າ:

“ອັນນີ້ຈະເປັນສິ່ງສໍາຄັນຢ່າງຍິ່ງ ໃນການຊ່ວຍໃຫ້ສະມາຊິກຄອບຄົວຊອກ ແລະຄົ້ນຫາ
ພວກພີ່ນ້ອງທີ່ເສຍໄປ.” “ໃນຫລາຍໆ ປີມານີ້ ຊາວກໍາປູເຈຍແມ່ນພະຍາຍາມຊອກຫາ
ຄວາມສະຫງົບໃນໃຈ ທີ່ມີຄວາມຊົງຈໍາກ່ຽວກັບຜູ້ທີ່ພວກເຂົາເຈົ້າຮັກ ແລະເປັນຫ່ວງ ທີ່ຢູ່
ໃນຊ່ວງທີ່ຂະເໝນແດງກໍາອໍານາດນັ້ນ ຍັງຫລອກຫລອນໃຈເຂົາເຈົ້າຢູ່ … ເມື່ອເຫັນລາຍ
ມື, ຊື່ ແລະຮູບເຫລົ່ານີ້ ພວກເຂົາເຈົ້າ ຈະໄດ້ໝົດຫ່ວງ ແລະກ້າວໄປຂ້າງໜ້າ ໃນການດໍາ ລົງຊີວິດຂອງເຂົາເຈົ້າ.

ຄຸກ Tuol Sleng ທີ່ພວກຂະເໝນແດງເອີ້ນວ່າ S-21 ນັ້ນ ແມ່ນເປັນສະຖານທີ່ໜ້າສະ ຫຍອງຂວັນ. ໃນຈໍານວນນັກໂທດປະມານ 17 ພັນຄົນ ມີແຕ່ 7 ຄົນເທົ່ານັ້ນທີ່ລອດຊີວິດ ມາໄດ້ ຊຶ່ງໄດ້ເຮັດໃຫ້ຄຸກ​ດັ່ງກ່າວ ກາຍ​ເປັນສະຖານທີ່ຮ້າຍກາດທີ່ສຸດຂອງລະບອບຂະ ເໝນແດງ. ພວກນັກວິເຄາະກ່າວວ່າ ຢ່າງໜ້ອຍມີ 4 ໃບໃນຮູບເຫລົ່ານັ້ນ ເປັນຮູບ ຂອງ
ຄົນອາເມຣິກັນ ທີ່ຖືກກ່າວຫາວ່າເປັນສາຍສືບ. ພວກເຈົ້າໜ້າທີ່ເວົ້າອີກວ່າ 4 ຄົນເຫລົ່ານັ້ນ ຍັງບໍ່ອາດສາມາດບອກຊື່ໄດ້ເທື່ອ ແຕ່ວ່າ ອາດຈະບອກໄດ້ວ່າແມ່ນໃຜແດ່ ໃນອານາຄົດອັນ ໃກ້ນີ້.