ເພັດສີຟ້າ ຫາຍາກ ຖືກຂາຍປະມູນ ດ້ວຍລາຄາສູງ ເປັນປະ​ຫວັດ​ການໂລກ

ນາງແບບຈັບເພັດສີຟ້າຂະໜາດ 12.03 ກາຣັດຕິດກັບແຫວນ ທີ່ບໍລິສັດປະມູນ Sotheby's ໃນນະຄອນ ເຈນິວາ. 4 ພະຈິກ, 2015.

ເພັດສີຟ້າຫາຍາກເມັດໜຶ່ງມີຂະໜາດໃຫຽ່ກວ່າ 12 ກາຣັດໄດ້ທຳ ລາຍສະຖິຕິໂລກສຳລັບອັນຍະມະນີທີ່ໄດ້ຖືກຂາຍໃນການປະມູນ ວັນພຸດວານນີ້, ເຊິ່ງຂາຍໄດ້ໃນລາຄາ 48 ລ້ານ 5 ແສນໂດລາ.

ບັນດາຜູ້ຊົມໃນບໍລິສັດປະມູນ Sotheby’s ໃນນະຄອນ Geneva ໄດ້ຕົບມືສຽງດັງເມື່ອໄມ້ຄ້ອນຖືກຕີລົງໃນການຕັດສິນລາຄາຂັ້ນ ສຸດທ້າຍ.

ຜູ້ຊື້ແມ່ນມາຈາກເກາະ ຮົງກົງ. ລາວໄດ້ຕັ້ງຊື່ໃຫ້ເພັດເມັດນັ້ນວ່າ “ເດືອນສີຟ້າແຫ່ງ Josephine”

ເພັດເມັດດັ່ງກ່າວແມ່ນໄດ້ຖືກຄົ້ນພົບໃນບໍ່ແຮ່ Cullinan ທີ່ມີຊື່ສຽງຂອງ ອາຟຣິກາໃຕ້ ແລະ ໃຊ້ເວລາເກືອບ 2 ປີໃນການຄົ້ນພົບມັນສຳລັບຜູ້ຊ່ຽວຊານ ແລະ ອາຈານເພື່ອສຶກສາການ ເຈຍລະໄນ, ຂັດເປັນເງົາຢ່າງລະອຽດ ແລະ ນຳໄປສູ່ການປະມູນຄັ້ງນີ້.

Your browser doesn’t support HTML5

Blue Diamond Auction