ເມືອງ Ramadi ໃນແຂວງ Anbar ອີຣັກ ພວມຖືກຂົ່ມຂູ່ ຈາກກຸ່ມລັດອິສລາມ

ແຜນທີ່ເມືອງ Ramadi ໃນແຂວງ Anbar ປະເທດອີຣັກ.

ສະຫະລັດແລະ​ບັນດາ​ເຈົ້າ​ໜ້າ​ທີ່ອີຣັກປາກົດ​ວ່າ​ບໍ່​ໄດ້ປະສານ​
ງານຮ່ວມມືກັນ ກ່ຽວ​ກັບ​ການສ້າງຄວາມປະລາໄຊ ຢ່າງເປັນ
ການຖາວອນໃຫ້ແກ່ກຸ່ມ​ອິສລາ​ມ​ໃນ​ຂະນະ​ທີ່​ອີ​ກ​ເມືອງ​ນຶ່ງ​ຂອງ
ອີຣັກ ປາກົດວ່າ ໃກ້ຈະ​ຕົກ​ໄປຢູ່ໃນ​ກຳມື ​ຂອງ​ກຸ່ມກໍ່​ການ​ຮ້າຍ
ດັ່ງກ່າວແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່ອີຣັກ ກ່າວ​ວ່າ ກຸ່ມລັດ​ອິສລາມ ​ໄດ້ເຂົ້າຍຶດ
​ເອົາ​ສາມ​ໝູ່​ບ້ານ ຢູ່ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຊານ​ເມືອງ
Ramadi ​ເມືອງ​ຫລວງຂອງແຂວງ Anbar ໃນ​ພາກ​ຕາ​ເວັນ
​ຕົກ​ຂອງອີຣັກໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກນັກລົບ
ຂອງກຸ່ມດັ່ງກ່າວ ຍັງສືບຕໍ່​ກົດ​ດັນ​ແກ່ ຕໍ່ກອງ​ທະຫານທີ່​ພະ
ຍາຍາມ​ປ້ອງ ​ກັນ​ເມືອງ​ດັ່ງກ່າວ​ເອົາ​ໄວ້.

Your browser doesn’t support HTML5

Ramadi Fighting Heats Up as Iraqi PM Visits US

ບັນດາ​ເຈົ້າ​ໜ້າ​ທີ່ອີຣັກ ໄດ້​ຮ້ອງ​ສະຖານະການ ທີ່ພວມຊຸດໂຊມລົງ ຢູ່ເມືອງ Ramadi ວ່າ ເປັນຄວາມຫາຍະນະ ​ໂດຍ​ກ່າວ​ວ່າ ຢ່າງ​ໜ້ອຍ 2,000 ຄອບ ຄົວ​ໄດ້​ຫລົບໜີ​ໄປ​ລີ້​ໄພໃນ
ເຂດຊານເມືອງ ​ທາງພາກ​ໃຕ້ແລະ​ພາກ​ຕາ​ເວັນ​ຕົກ​ຂອງນະຄອນຫຼວງ Bagdad. ​ແຫ​ລ່ງ
ຂ່າວບາງກະແສມາ​ຈາກ​ພາຍ​ໃນ​ເມື​ອງ Ramadi ອະທິບາຍ​ວ່າ ​ເມືອງດັ່ງກ່າວ​ໄດ້​ກາຍ
​ເປັນເມືອງ​ຮ້າງແລ້ວ.

ເພື່ອເປັນການມ້ວນທ້າຍໃນການ​ຢ້ຽມຢາມ ​ທີ່ນະຄອນຫລວງວໍ​ຊິງ​ຕັນ ນັ້ນ ນາຍົກລັດຖະ
ມົນຕີອີຣັກ ທ່ານ Haider al-Abadi ​ໄດ້​ພະຍາຍາມ​ທີ່ຈະທຳນາຍ ກ່ຽວກັບເຫດການ​ຢູ່​ໃນ ແລະອ້ອມ​ແອ້ມ​ເມືອງ Ramadi ວ່າ ເປັນ​ພາກສ່ວນ​ນຶ່ງຂອງສະພາບການທີ່ດີໆຮ້າຍໆກ່ຽວ
ກັບສົງ​ຄາມອັນ​ຍາວ​ນານ​ກັບ​ສັດຕູ​ທີ່​ສະ ຫຼາດລັກ​ແຫລມ.

​ເຖິງຢ່າງ​ໃດ​ກໍ​ດີ ທ່ານ​ໄດ້​ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ບັນດາ​ກອງພັນໃໝ່ ອີຣັກ ທີ່ມີກຳນົດ
ວ່າ​ຈະສົ່ງໄປ​ສູ້​ລົບ​ກັບກຸ່ມລັດ​ອິສລາມ ຢູ່​ໃນແຂວງ Anbar ນັ້ນ ຍັງ​ພາກັນ​ຂາດ​ເຂີນ​ອຸບປະ
ກອນ​ທີ່​ມີ​ຄວາມ​ຈຳ​ເປັນ.

ທ່ານເວົ້າວ່າ “ບັນດາກອງພັນໃໝ່ເຫຼົ່ານີ້ ຕ້ອງການອາວຸດໜັກ ແລະຂ້າພະເຈົ້າ ເຂົ້າໃຈວ່າ ກຳລັງຖືກສົ່ງມາໃຫ້. ຂ້າພະເຈົ້າຫວັງວ່າ ພວກເຮົາໄດ້ຮັບອາວຸດ ເຫລົ່ານີ້ຈະມາທັນ
ກັບເວລາ.”

ນາຍົກລັດຖະມົນຕີອີຣັກ ໄດ້ຕິຕຽນສະຫະລັດ ແລະແນວໂຮມ ທີ່ບໍ່ສາມາດ ສະ ໜອງຕອບ
ໄດ້ຢ່າງວ່ອງໄວ ຕໍ່ການຮ້ອງຂໍຂອງອີກຣັກ ໃນການ ໂຈມຕີທາງອາ ກາດນັ້ນ.

Your browser doesn’t support HTML5

US Iraq Ramadi