ຝົນຕົກໜັກໃສ່ເຂດທີ່ປຽກຊຸ່ມຢູ່ແລ້ວໃນພາກກາງແລະພາກເໜືອ
ຂອງຍີ່ປຸ່ນ ພາໃຫ້ເກີດນ້ຳຖ້ວມຮ້າຍແຮງ ໃນວັນພະຫັດມື້ນີ້ ບັງຄັບ
ໃຫ້ມີການຍົກຍ້າຍຜູ້ຄົນຈຳນວນຫຼາຍສິບພັນຄົນ ອອກຈາກບ້ານ
ເຮືອນຂອງພວກເຂົາເຈົ້າ ແລະເຮັດໃຫ້ມີການຊ່ອຍກູ້ໄພ ພວກທີ່
ບໍ່ສາມາດ ໜີອອກມາໄດ້ທ່ວງທັນນັ້ນ.
ເມືອງ Joso ແມ່ນບ່ອນທີ່ໄດ້ຮັບຜົນກະທົບແຮງທີ່ສຸດ ຊຶ່ງຕັ້ງຢູ່ປະມານ 50 ຫຼັກກິໂລແມັດ ໄປທາງພາກຕາເວັນອອກສຽງເໜືອຂອງນະຄອນຫຼວງໂຕກຽວ ບ່ອນທີ່ແມ່ນ້ຳ Kinugawa
ໄດ້ລົ້ນຝັ່ງຂຶ້ນມາຖ້ວມໝູ່ຊຸມຊົນໃນເຂດອ້ອມແອ້ມ.
ກະແສນ້ຳ ໄດ້ພັດຊຸເອົາເຮືອນຊານບ້ານຊ່ອງໄປ ແລະໃນຕຶກອາຄານທີ່ຍັງຫຼົງເຫຼືອຢູ່ນັ້ນ
ຜູ້ຄົນແມ່ນໄດ້ປີນຂຶ້ນໄປຢູ່ຕາມລະບຽງ ແລະຫຼັງຄາ ເພື່ອຂໍຄວາມຊ່ອຍເຫຼືອ. ໂທລະພາບ
ໄດ້ເກັບກຳເອົາຮູບພາບຂອງການຊ່ອຍກູ້ໄພຫຼາຍໆຄັ້ງໃນຂະນະ ທີ່ເຮືອບິນເຮລິຄອບເຕີ
ທະຫານ ໄດ້ບິນເວີ່ນເພື່ອຊ່ອຍກູ້ເອົາຜູ້ຄົນທີ່ຕົກຄ້າງຢູ່ນັ້ນ ໄປສູ່ຄວາມປອດໄພ.
ຊາຍຜູ້ນຶ່ງ ທີ່ກວາດຜ່ານ້ຳຖ້ວມໃນໝູ່ບ້ານ ເຂດແມ່ນ້ຳ Kinugawa ທີ່ໄດ້ຮັບຜົນກະທົບຈາກພາຍຸໄຕ້ຝຸ່ນ Etau ໃນເມືອງ Joso, ຍີ່ປຸ່ນ, 10 ກັນຍາ 2015.
ມີຊາຍຜູ້ນຶ່ງ ໄດ້ຢືນຢູ່ເທິງທ່ອນໄມ້ ແລະຈ່ອງເສົາໄຟຟ້າໄວ້ ໃນຂະນະທີ່ນ້ຳໄຫລຜ່ານອ້ອມຮອບຕົວລາວ ແລະຕໍ່ມາລາວກໍຖືກຊ່ອຍໄວ້ໄດ້.
ຍີ່ປຸ່ນ ໄດ້ມີຝົນຕົກໜັກໃນສັບປະດານີ້ ຈາກພາຍຸໄຕ້ຝຸ່ນ Etau ຊຶ່ງພາໃຫ້ມີຝົນຕົກແຮງໃນບາງເຂດ ກາຍ 50 ຊັງຕີແມັດ.
ໄພນ້ຳຖ້ວມ ຮ້າຍແຮງ ຢູ່ ຍີ່ປຸ່ນ
ກົມ ອຸຕຸນິຍົມຂອງຍີ່ປຸ່ນ ໄດ້ປະກາດເຕືອນໄພຢ່າງກ້ວາງຂວາງ ຮຽກຮ້ອງໃຫ້ຜູ້ຄົນຕຽມພ້ອມທີ່ຈະຍົກຍ້າຍ ໃນຂະນະທີ່ເກີດໄພນ້ຳຖ້ວມແລະດິນເຈື່ອນຕື່ມອີກ. ມີລາຍງານແຈ້ງວ່າ ດິນໄດ້ເຈື່ອນຖົມບ້ານເຮືອນຫຼາຍຫລັງ ແລະຍັງຜົນໃຫ້ມີແມ່ຍິງຜູ້ນຶ່ງຫາຍສາບສູນ. ນາຍົກລັດ
ຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ປະຕິຍານໃນວັນພະຫັດມື້ນີ້ວ່າ ຈະເພັ່ງເລັງໃສ່ຂົງເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດ “ແລະຖືເອົາຄວາມປອດໄພຂອງປະຊາຊົນເປັນ
ບູລິມມະສິດ.”
Your browser doesn’t support HTML5
Extreme Flooding Hits Japan