ຈີນ ໄດ້ຂັດຂວາງການສົ່ງອອກຕ່າງໆຂອງໄຕ້ຫວັນ ເພື່ອເປັນການຕອບໂຕ້ຕໍ່ການໄປຢ້ຽມຢາມໄຕ້ຫວັນຂອງທ່ານນາງແນນຊີ ເພໂລຊີ ປະທານສະພາຕໍ່າຂອງສະຫະລັດ ໃນວັນທີ 2 ສິງຫາ ທີ່ຜ່ານມາ, ແຕ່ສິນຄ້າບາງຢ່າງທີ່ລວມມີ ເຊມີຄອນດັກເຕີ ແລະຜະລິດຕະພັນທີ່ມີເທັກໂນໂລຈີສູງ ແມ່ນໄດ້ຮັບການຍົກ ເວັ້ນ ເນື່ອງຈາກຈີນຍັງຄົງອາໄສສິນຄ້າປະເພດດັ່ງກ່າວຈາກ ໄຕ້ຫວັນ, ອີງຕາມການກ່າວຂອງນັກຊ່ຽວຊານ.
ທ່ານເດັກເຕີ ໂຣເບີດ (Dexter Robert), ຜູ້ຮ່ວມງານອະວຸໂສ ແຫ່ງສະພາແອັດແລນຕ້າ ກ່າວກັບ VOA ວ່າ “ເບິ່ງຄືວ່າປັກກິ່ງ ຈະບໍ່ດໍາເນີນການແບບເຂັ້ມງວດໃນການຂັດຂວາງເຄື່ອງອິເລັກໂທຣນິກທີ່ສົ່ງອອກຈາກໄຕ້ຫວັນ. ຖ້າເຮັດແບບດັ່ງກ່າວນັ້ນ ກໍຈະເປັນຄືວ່າ ຈີນ ກໍາລັງຍິງປືນໃສ່ຕີນຂອງພວກເຂົາ ເຈົ້າເອງ.”
ແຟ້ມ-ປະຊາຊົນພາກັນໄປເບິ່ງໂຕະວາງສະແດງສິນຄ້າຂອງບໍລິສັດ SMIC ຢູ່ທີ່ງານສະແດງສິນຄ້າເຊມີຄອນດັກເຕີນານາຊາດຂອງຈີນ ເຊິ່ງຈັກຂຶ້ນໃນນະຄອນຊຽງໄຮ, ປະເທດຈີນ, ເມື່ອວັນທີ 14 ຕຸລາ 2020.
ໄຕ້ຫວັນ ຜະລິດເຊມີຄອນດັກເຕີປະມານ 65 ເປີເຊັນຂອງຈໍານວນເຊມີຄອນດັກເຕີຢູ່ໃນທົ່ວໂລກ, ແລະເກືອບ 90 ເປີເຊັນຂອງຊີບສ໌ ທີ່ມີຄຸນນະພາບສູງ.
ໂດຍການສົມທຽບເບິ່ງແລ້ວ, ຈີນຜະລິດໄດ້ຫຼາຍກວ່າ 5 ເປີເຊັນໜ້ອຍນຶ່ງ ໃນຂະນະທີ່ສະຫະລັດຜະລິດໄດ້ປະມານ 10 ເປີເຊັນ, ອີງຕາມຄຳເວົ້າ ຂອງນັກວິເຄາະຕະຫຼາດ. ເກົາຫຼີໃຕ້, ຍີ່ປຸ່ນ ແລະເນເທີແລນ ກໍແມ່ນແຫຼ່ງທີ່ມາ ຂອງຜະລິດຕະພັນດັ່ງກ່າວ ເຊິ່ງເປັນປັດໄຈຫຼັກຂອງອຸປະກອນເຄື່ອງອີເລັກໂທນິກ ແລະເຄື່ອງກົນຈັກຕ່າງໆ.
ແຟ້ມ-ຄົນພາກັນເບິ່ງເຊມີຄອນດັກເຕີທີ່ຜະລິດໂດຍ ຊິນຫົວ ຢູນິກກຣຸບ (Tsinghua Unigroup) ໃນຝາວາງສະແດງ ຢູ່ທີ່ງານວາງສະແດງເຄື່ອງໄຮເທັກນານາຊາດປັກກິ່ງ ຈີນ, ໃນນະຄອນຫຼວງປັກກິ່ງ, ເມື່ອວັນທີ 19 ກັນຍາ 2020.
ເຖິງແມ່ນຈີນ ຜະລິດເຊມີຄອນດັກເຕີບາງສ່ວນ, ແຕ່ພວກເຂົາເຈົ້າກໍອາໄສສິນ ຄ້າຈາກໄຕ້ຫວັນເປັນດ້ານຫຼັກເພື່ອຜະລິດຊິບສ໌ທີ່ມີຄຸນນະພາບສູງ. ບໍລິສັດ TSMC ຂອງໄຕ້ຫວັນ ຜະລິດຊິບສ໌ທີ່ມີຄຸນນະພາບສູງທີ່ສຸດໃນໂລກ ໃນຈໍານວນກຸ່ມລູກຄ້າທັງຫຼາຍຂອງພວກເຂົາເຈົ້າລວມມີ ອຸປະກອນໄມໂຄຣຂັ້ນສູງ ຫຼື AMD, ແອບໂປ, ແລະເອັນວິເດຍ (Nvidia).
ບໍລິສັດເຊມີຄອນດັກເຕີອຸດສາຫະກໍາສາກົນ ຫຼື SMIC ທີ່ຕັ້ງຢູ່ໃນປະເທດຈີນ, ເຊິ່ງມີຈໍານວນ 5 ເປີເຊັນຂອງຕະຫຼາດການຜະລິດຢູ່ໃນທົ່ວໂລກ, ຜະລິດຊິບສ໌ທີ່ມີຂະໜາດ 14 ນາໂນແມັດ. ນອກນັ້ນ ຍັງມີຫຼັກຖານທີ່ສະແດງໃຫ້ເຫັນວ່າ ບໍລິສັດ SMIC ມີເທັກໂນໂລຈີຂະໜາດ 7 ນາໂນແມັດນໍາອີກດ້ວຍ, ອີງຕາມບັນທຶກຂອງເທັກອິນໄຊທ໌ (Techlnsights). ໄດ້ໃຫ້ການສັງເກດວ່າ ຍັງມີຄວາມທັນສະໄໝໜ້ອຍກວ່າຊິບສ໌ທີ່ມີຂະໜາດ 3 ນາໂນແມັດ ທີ່ຜະລິດໂດຍບໍລິສັດ TSMC.
ແຟ້ມ-ບໍລິສັດຜະລິດເຊມີຄອນດັກເຕີຈໍາກັດຂອງໄຕ້ຫວັນ ເຊິ່ງມີສໍານັກງານໃຫຍ່ຕັ້ງຢູ່ເມືອງ ຊິນຊູ (Hsinchu), ໄຕ້ຫວັນ, ເມື່ອວັນທີ 20 ຕຸລາ 2021.
ນັກວິເຄາະກ່າວວ່າ ປັກກິ່ງອາດຈະບໍ່ຂັດຂວາງຕໍ່ການຫຼັ່ງໄຫຼຂອງຕະຫຼາດເຊມີຄອນດັກເຕີ ເຖິງແມ່ນວ່າການປະເຊີນໜ້າກັນທາງທະຫານຈະເພີ້ມທະວີຄວາມຮຸນແຮງຂຶ້ນກໍຕາມ.