ພະລາຊີນີ Elizabeth ຊົງໄດ້ສະແດງຄວາມຂອບພະໄທ ແລະຄວາມຮູ້ບຸນຄຸນຕໍ່
ທຸກໆຄົນ ທີ່ໄດ້ເຂົ້າຮ່ວມການສະເຫລີມສະຫລອງ ອັນສະຫງ່າງາມ ເປັນເວລາ
ສີ່ວັນ ຢູ່ໃນທົ່ວປະເທດອັງກິດ ແລະເຄືອຈັກກະພົບ.
ຢູ່ໃນຄໍາປາໄສທີ່ບໍ່ຄ່ອຍມີມາກ່ອນ ໃນວັນອັງຄານວານນີ້ ທີ່ອອກອາກາດຢູ່ອັງກິດ
ແລະບັນດາປະເທດເຄືອຈັກກະພົບນັ້ນ ພະຣາຊີນີຊົງກ່າວວ່າ ການສະເຫລີມສະ
ຫລອງ ທີ່ພະນາງຊົງໄດ້ເຂົ້າຮ່ວມ ເພື່ອເປັນຂີດໝາຍຄົບຮອບ 60 ປີ ໃນການຂຶ້ນ
ຄອງລາດຂອງພະນາງນັ້ນ ແມ່ນເປັນ “ປະສົບການອັນເລິກເຊິ່ງທີ່ສຸດ.” ພະນາງ
ຊົງ ກ່າວຕື່ມວ່າ ພະນາງມີຄວາມຮູ້ສຶກອັນ “ເລິກທີ່ສຸດ” ທີ່ໄດ້ເຫັນຫລາຍໆພັນ
ຄອບຄົວ ເພື່ອນບ້ານແລະເພື່ອນຝູງ ພາກັນສະເຫຼີມສະຫລອງ ທ່າມກາງ “ບັນຍາ
ກາດອັນຟົດຟື້ນມ່ວນຊື່ນ.”
ໃນວັນອັງຄານວານນີ້ ບັນດາຝູງຊົນທີ່ພາກັນໂຮຮ້ອງ ໄດ້ຢືນລຽນກັນໄປຕາມ
ຖະໜົນຫລວງ ສູ່ພະຣາດຊະວັງ Buckingham ເພື່ອທໍາການສະຫລອງອັນຍິ່ງ
ໃຫ່ຍ ໃນມື້ສຸດທ້າຍ.