ສານຈີນແຫ່ງນຶ່ງ ໄດ້ຕັດສິນໂທດຈຳຄຸກ 4 ປີເຄິ່ງ ຕໍ່ ທ່ານ Wang Quanzhang
ທະນາຍຜູ້ທີ່ມີຊື່ສຽງດ້ານສິດທິ ໃນຄະດີພຽງນຶ່ງກະໂທງທີ່ວ່າ ທ່ານຈະໂຄ່ນລົ້ມອຳນາດ
ຂອງລັດ.
ສານປະຊາຊົນອັນດັບ 2 ຂອງເມືອງທຽນຈິ້ນ ທາງພາກຕາເວັນອອກສຽງເໜືອຂອງ
ປະເທດ ໄດ້ປະກາດທາງອິນເຕີເເນັຕ ພຽງໜ້ອຍດຽວໃນຖະແຫຼງການໃນວັນຈັນມື້ນີ້ວ່າ ນອກນັ້ນທ່ານຫວັງ ຍັງຈະໝົດສິດທາງການເມືອງເປັນເວລາຫ້າປີຕໍ່ໜ້ານຳ.ທ່ານຫວັງ ຜູ້ປົກປ້ອງນັກເຄື່ອນໄຫວທາງການເມືອງ, ພວກຜູ້ເຄາະຮ້າຍຍ້ອນການຖືກຍຶດຊັບສິນ
ທີ່ດິນ ແລະພວກສະມາຊິກຂອງຂະບວນການຂອງສະສະໜາ ນິກາຍຟ່າລຸນ ກົງ
(Falun Gong) ທີ່ເກືອດຫ້າມນັ້ນ. ທ່ານຫວັງ ແມ່ນນຶ່ງໃນຈຳນວນພວກຜູ້ຄົນທີ່ຫຼາຍ
ກວ່າ 200 ຄົນ ຖືກຈັບກຸມ ໃນອັນທີ່ເອີ້ນວ່າ“ການທັບມ້າງ 709” ຕໍ່ ພວກທະນາຍ
ຄວາມເພື່ອສິດທິແລະພວກນັກເຄື່ອນໄຫວໃນປີ 2015 ນັ້ນ. ທ່ານໄດ້ໃຊ້ເວລາ 3 ປີ
ໃນຄຸກ ແລະຖືກປະຕິເສດ ບໍ່ໃຫ້ຕິດກັບພັນລະຍາຂອງທ່ານ ທ່ານນາງ ລີ ເວັນຊູ
(Li Wenzu) ແລະທະນາຍຄວາມຂອງທ່ານ ທີ່ພັນລະຍາ ໄດ້ຈັດຫາໃຫ້ນັ້ນ, ຈົນກວ່າ
ມື້ຂຶ້ນສານ ເປັນເວລານຶ່ງມື້ ໃນວັນທີ 26 ເດືອນທັນວາ ປີກາຍນີ້ ທີ່ຖືກປິດ ບໍ່ສາທາ
ລະນະໄດ້ເຫັນ.
ທ່ານນາງ ລີ ເວັນຊູ ແຖຫົວຂອງທ່ານ ເພື່ອປະທ້ວງຕໍ່ການທີ່ ສາມີຂອງທ່ານນາງ ທີ່ເປັນທັງທະນາຍຄວາມດ້ານສິທິ ທ່ານ Wang Quanzhang ທີ່ຖືກຈັບກຸມ ໃນຂະບວນການ "ການທັບມ້າງ 709", ໃນປັກກິ່ງ, 17 ທັນວາ 2018.
ທ່ານນາງ ລີ ໄດ້ທໍາການປະທ້ວງການຈຳຄຸກຂອງສາມີທ່ານນາງໂດຍບໍ່ປະຕິບັດຕາມ
ຄຳສັ່ງຂອງເຈົ້າໜ້າທີ່ຈີນ. ທ່ານນາງ ຄັ້ງນຶ່ງໄດ້ຍ່າງສວນສະໜາມໃນ ໄລຍະທາງ 100
ຫຼັກກິໂລແມັດ ຈາກປັກກິ່ງ ຈົນເຖິງຄຸກ ທີ່ເມືອງທຽນຈິ້ນ ບ່ອນທີ່ທ່ານຫວັງ ໄດ້ຖືກກັກຂັງ
ໄວ້ນັ້ນ ພ້ອມນີ້ ທ່ານນາງຍັງໄດ້ແຖຫົວ ພ້ອມກັບແມ່ຍິງອີກ 3 ຄົນ ຊຶ່ງເປັນພາກສ່ວນນຶ່ງ
ຂອງການປະທ້ວງໃນສາທາລະນະ.
ທ່ານນາງ ໄດ້ຖືກເກືອດຫ້າມ ບໍ່ໃຫ້ເຂົ້າຮ່ວມຮັບຟັງການດຳເນີນຄະດີຂອງສານໂດຍເຈົ້າ
ໜ້າທີ່ຮັກສາຄວາມປອດໄພ ໂດຍບໍ່ໃຫ້ທ່ານນາງອອກຈາກບ້ານເຮືອນ.
ມີພວກທະນາຍຄວາມຫຼາຍໆຄົນ ໄດ້ຖືກຈັບກຸມ ໃນອັນທີ່ເອີ້ນວ່າ "ການທັບມ້າງ709"
ທີ່ໄດ້ປະເຊີນກັບຄະດີຄວາມທີ່ຄ້າຍຄືກັນນີ້ວ່າຈະທັບມ້າງລັດແລະຖືກປະຕິເສດບໍ່ໃຫ້
ໄດ້ຮັບການຕໍ່ສູ້ທາງກົດໝາຍດ້ວຍມືອາຊີບ.