ລັດຖະມົນຕີຕ່າງປະເທດກາຕ້າ ໄດ້ຖິ້ມໂທດໃສ່ ຊາອຸດີ ອາຣາເບຍ ແລະສະ ຫະລັດ
ອາຣັບ ເອເມີເຣັສ ທີ່ໃຫ້ມີການຂວ້ຳບາດຕໍ່ກາຕ້າ ໃນວັນພຸດວານນີ້ ຊຶ່ງເປັນມື້ດຽວກັນ
ກັບກຸ່ມປະເທດທີ່ຕັດສຳພັນກັບກາຕ້າ ໄດ້ອອກຖະແຫລງການຮ່ວມ ສະແດງຄວາມ
ຜິດຫວັງ ກ່ຽວກັບ “ການຕອບຮັບໃນທາງລົບ ຕໍ່ຄຳຮຽກ ຮ້ອງຂອງເຂົາເຈົ້າ.
Sheik Mohammed bin Abdulrahman al-Thani ກ່າວຕໍ່ບັນດາຜູ້ຟັງຢູ່ ທີ່
Chatham House ໃນນະຄອນລອນດອນວ່າ “ພວກເຮົາເຊື່ອວ່າການປຸກ ລະດົມ
ທັງໝົດນີ້ ແມ່ນເຮັດຂຶ້ນໂດຍ ຊາອຸດີ ອາຣາເບຍ ແລະສະຫະລັດ ອາຣັບ ເອເມີເຣັສ.
ນີ້ແມ່ນປະເທດທີ່ພວກເຮົາຕ້ອງການພົວພັນ ເພື່ອຢາກຮູ້ຈັກວ່າບັນຫາທີ່ແທ້ຈິງນັ້ນ
ແມ່ນຫຍັງ ແລະຄວາມບໍພໍໃຈນັ້ນແມ່ນຫຍັງ.”
ທະຫານເທີກີ ກຳລັງຂົນລົດອອກຈາກເຮືອບິນ ຢູ່ຖານທັບເຂົາເຈົ້າທີ່ Doha ປະເທດ Qatar.
ການໃຫ້ຄວາມເຫັນຂອງທ່ານມີຂຶ້ນນຶ່ງເດືອນ ຫລັງຈາກສີ່ປະເທດໄດ້ຕັດສຳພັນ
ທາງການທູດ ແລະການຄ້າກັບກາຕ້າ ກ່ຽວກັບຄວາມເປັນຫ່ວງປະເທດອຸດົມຮັ່ງມີ
ດ້ວຍນໍ້າມັນດັ່ງກ່າວ ໃຫ້ການສະໜັບສະໜູນພວກຫົວຮຸນແຮງ. ກາຕ້າໄດ້ປະຕິເສດ
ຕໍ່ການກ່າວຫາດັ່ງກ່າວ.
Your browser doesn’t support HTML5
Trump Calls for Solution of Qatar Crisis
ໃນຂະນະດຽວກັນ ລັດຖະມົນຕີການຕ່າງປະເທດອີຈິບທ່ານ Sameh Soukry
ເປັນເຈົ້າພາບຕ້ອນຮັບຜູ້ຕາງໜ້າຈາກຊາອຸດີ ອາຣາເບຍ ສະຫະລັດອາຣັບເອເມີ
ເຣສ ແລະບາເຣນ ທີ່ໃຈກາງນະຄອນຫຼວງໄຄໂຮ ເພື່ອກະກຽມການເຄື່ອນໄຫວ
ໃນຂັ້ນຕໍ່ໄປຂອງພວກເຂົາເຈົ້າ ຫລັງຈາກໄດ້ມີການຕອບຮັບຕໍ່ຄວາມຮຽກຮ້ອງ
ຂອງພວກເຂົາເຈົ້າໂດຍກາຕ້າ.
ຈາກຊ້າຍໄປຫາຂວາ ລັດຖະມົນຕີຕ່າງປະເທດ ຊາອຸດີ ທ່ານ Adel al-Jubeir ລັດຖະມົນຕີຕ່າງປຫະເທດ ສະຫະລັດເອເມີເຣັສ ທ່ານ Abdullah bin Zayed al-Nahyan ລັດຖະມົນຕີຕ່າງປະເທດອີຈິບ ທ່ານ Sameh Shoukry ແລະລັດຖະມົນຕີຕ່າງປະເທດ Bahrain ທ່ານ Khalid bin Ahmed al-Khalifa.
ທ່ານ Soukry ກ່າວ ໂດຍອ່ານຖະແຫລງການຮ່ວມວ່າ “ຄໍາຕອບທີ່ພວກເຮົາໄດ້
ຮັບທັງໝົດນັ້ນ ແມ່ນເປັນໄປໃນທາງລົບ ແລະຂາດເນື້ອໄນ. “ພວກເຮົາພົບເຫັນວ່າ
ມັນບໍ່ໄດ້ໃຫ້ພື້ນຖານແກ່ກາຕ້າ ທີ່ຈະຖອຍຈາກນະໂຍບາຍຂອງຕົນ.”
ກຸ່ມດັ່ງກ່າວບໍ່ໄດ້ປະກາດການລົງໂທດໃໝ່ໃດໆຕໍ່ກາຕ້າ ແຕ່ໄດ້ໃຫ້ຄຳໝັ້ນສັນຍາ ທີ່
ຈະກົດດັນທາງດ້ານເສດຖະກິດ ຈົນກວ່າວ່າ Doha ຈະຍິນຍອມ.
ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ
Your browser doesn’t support HTML5
Qatar Gulf Crisis