ກາຕ້າກ່າວວ່າ ຄູເວດ ຮຽກຮອ້ງໃຫ້ ເລື່ອນເວລາ ເພື່ອແກ້ໄຂວິກິດ ການທູດ

ບັນດາຜູ້ໂດຍສານ ທີ່ຖືກສາຍການບິນຍົກເລີກ ລໍຖ້າຢູ່ສະໜາມ ບິນສາກົນ Hamad (HIA) ໃນນະຄອນ Doha ປະເທດ Qatar.

ລັດຖະມົນຕີ​ຕ່າງປະ​ເທດ​ກາ​ຕ້າ​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຄູ​ເວດ​ໄດ້​ຮ້ອງ​ຂໍໃຫ້​ ກະສັດ
ຜູ້​ປົກຄອງ​ກາ​ຕ້າ ​ເລື່ອນ​ເວລາ​ ໃນການ​ກ່າວ​ຄຳ​ປາ​ໄສ ​ແລະ​ຂໍເວລາ​ຕື່ມ​ເພື່ອ​ແກ້​ໄຂ​ວິ​
ກິດ​ການ ທີ່​ໄດ້​ລະ​ເບີດ​ຂຶ້ນ ​ເວລາ ຊາອຸດີ​ ອາ​ຣາ​ເບ​ຍ ອີ​ຈິບ ບາ​ເຣນ ສະຫະລັດ​ອາຣັບ
​ເອ​ເມີ​ເຮັສ ​ເຢ​ເມ​ນ​ແລະ​ມາລດິບ ຕ່າງ​ກໍ​ໄດ້​ຕັດ​ຄວາມສຳ ພັນ​ທາງ​ການ​ທູດກັບກາ​ຕ້າ.

​ການ​ປະ​ກາ​ດຢ່າງ​ຕໍ່​ເນື່ອງຂອງ​ປະ​ເທດ​ເຫຼົ່ານີ້ ​ໄດ້​ກ່າວ​ຫາ​ກາ​ຕ້າ​ວ່າ ສະໜັບສະໜູນ​
ການ​ກໍ່​ການ​ຮ້າຍ ຊຶ່ງ​ກາ​ຕ້າໄດ້​ປະ​ຕິ​ເສດ.

Sheik Mohammed Bin Abdullah Al Thani ກ່າວ​ຢູ່​ໃນ​ການ​ໃຫ້ສຳພາດ​ກັບ​ໂທ
ລະພາບ Al Jazeera ວ່າ ຄູເວດ​ເຄີຍ​ໄດ້​ຊ່ວຍໃນ​ການ​ແກ້​ໄຂວິ​ກິດ​ການ​ທີ່​ຄ້າຍຄື​ກັນ
ນີ້​ເມື່ອ​ສາມ​ປີ​ກ່ອນ ກັບ​ບັນດາ​ສະມາຊິກ​ຂອງ​ຫົກ​ປະ​ເທດສະພາ​ການ ຮ່ວມ​ມື​ໃນ​ເຂດ
​ອ່າວ​ເປີເຊຍ.

ອົງການ​ຂ່າວ KUNA ຂອງລັດ​ຖະບານ​ຄູ​ເວດ​ກ່າວ​ວ່າ ​Sheik Sabah al-Ahmad al-Sabah ​ໄດ້​ຮຽກຮ້ອງ​ໃຫ້ກະສັດຜູ້​ປົກຄອງ​ກາ​ຕ້າ Sheik Tamim bin Hamad
Al Thani “​ໃຊ້​ຄວາມ​ຍັບ​ຢັ້ງ​ຕົນ​ເອງ ​ແລະ​ຫລີ​ກ​ເວັ້ນຈາກ​ການ ​ເອົາບາດກ້າວ​ທີ່​ຈະ
ເຮັດ​ໃຫ້​ສະຖານະ​ການຮ້າຍ​ແຮງ​ຂຶ້ນຕື່ມ.”

Sheik Mohammed ກ່າ​ວຕໍ່​ໂທລະພາບ Al Jazeera ວ່າ​ປະ​ເທດ​ຂອງ​ທ່ານ “ບໍ່​
ໄດ້ສະ​ແດງ​ໃຫ້​ເຫັນ​ວ່ າ​ວິ​ກິ​ດການພ້ອມ​ແລ້ວ ​ທີ່​ຈະ​ເກີດ​ຂຶ້ນ” ​ແລະ​ບັນຫາ​ນີ້ ຄວນຈະ​
ໄດ້​ຖືກ​ສົນທະນາ​ຢູ່​ກອງ​ປະຊຸມສະພາ​ການ​ຮ່ວມ​ມື​ໃນ​ເຂດ​ອ່າວ​ເປີ​ເຊຍ​ຫຼື GCC ຫລື
ກອງ​ປະຊຸມ​ສຸດ​ຍອດ ອາຣັບ ອິສລາມ ອາ​ເມຣິກັນ ​ໃນ​ເດືອນ​ແລ້ວ​ນີ້.

ທ່ານ​ກ່າວ​ຢໍ້າ​ເຖິງນໍ້າ​ສຽງ​ທ້າ​ທາຍ​ຂອງ​ກາ​ຕ້າ ​ໂດຍເວົ້າ​ວ່າ​ປະ​ເທດ​ດັ່ງກ່າວໄດ້​ປະຕິ​
ເສດຕໍ່​ບັນດາ​ປະ​ເທດ​ເຫຼົ່ານັ້ ທີ່ຈະ “ພະຍາຍາມບັງຄັບ​ໃຫ້​ກາ​ຕ້າປະຕິບັດ
ຕາມ ຫລືກ້າວ​ກ່າຍ​ກິດຈະການ​ພາຍ​ໃນ​ຂອງ​ຕົນ.”

ກະຊວງ​ຕ່າງປະ​ເທດ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ມາດ​ຕະການດັ່ງກ່າວ “ບໍ່ມີ​ເຫດຜົນ
ແລະ​ອີງ​ຕາມ​ເລື່ອງ​ທີ່​ບໍ່​ມີ​ມູນຄວາມ​ຈິງ ​ແລະ​ກາ​ນກ່າວ​ຫາ​ທີ່ບໍ່​ຖືກຕ້ອງ​.”

ລັດຖະມົນ​ຕີ​ຕ່າງ​ປະ​ເທດສະຫະລັດ ທ່ານ Rex Tillerson ​ໄດ້​ກ່າວ​ຢໍ້າໃນ​ວັນ​ອັງ
ຄານ​ມື້​ນີ້​ວ່າ ສະຫະລັດ​ຫວັງ​ວ່າ ​ບັນດາ​ປະ​ເທດ​ທີ່​ພົວພັນ​ສາມາດ​ໃຊ້​ການ​ສົນທະນາ
​ເພື່ອ​ແກ້​ໄຂ​ຄວາມ​ແຕກ​ຕ່າງຂອງ​ພວກ​ເຂົາ​ເຈົ້າ ທີ່​ນຳໄປ​ສູ່​ວິ​ກິ​ດການ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ