ປ. ປູຕິນ ເຕືອນວ່າ ຖ້າ ສຫລ ຖອນໂຕຈາກ ສົນທິສັນຍາ ອາດ​ຈະ​ພາ​ໃຫ້ ມີ​ການ​ແຂ່ງ​ຂັນ ອາວຸດ

ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັບ ນາຍົກລັດຖະມົນຕີ ຂອງອີຕາລີ ທ່ານ ​ກິວ​ເຊັບ​ເປ ກົງ​ເຕ (ບໍ່ໄດ້ຢູ່ໃນຮູບ) ໃນວັງເຄຣມລິນ, ຢູ່ນະຄອນຫຼວງ ມົສກູ, ວັນທີ 24 ຕຸລາ 2018.

ປະ​ທາ​ນາ​ທິ​ບໍ​ດີ ​ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ​ໄດ້ເຕືອນ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ອາ​ວຸດ
​ຄັ້ງ​ໃໝ່ ຖ້າ​ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານ ​ດໍ​ໂນ​ລ ທ​ຣຳ ຫາ​ກປະ​ຕິ​ບັດຕາມ​ຄຳ​ຂູ່ ​ຂອງ​
ທ່ານ ທີ່​ຈະ​ຖອນ​ຕົວ​ອອກ​ຈາກ ​ຂໍ້​ຕົກ​ລົງ​ຄວບ​ຄຸມ​ອາ​ວຸດ ທີ່​ສຳ​ຄັນ.

ຫລັງ​ຈາກ​ໄດ້​ໂອ້​ລົມ​ເຈ​ລະ​ຈາ​ກັບ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອີ​ຕາ​ລີ ທ່ານ ​ກິວ​ເຊັບ​ເປ ກົງ​ເຕ ທີ່​
ນະ​ຄອນ​ຫຼວງ​ມົ​ສ​ກູ ​ແລ້ວ ທ່ານ​ ປູ​ຕິນ ​ກ່າວ​ວ່າ ທ່ານ​ຈະ​ຕອບ​ໂຕ້ “ແບບ​ດຽວກັນ” ຖ້າ​
ສະ​ຫະ​ລັດ​ ຫາກ​ຕິດ​ຕັ້ງ​ລູກ​ສອນ​ໄຟ ທີ່​ສາມ​າດ​ຍິງ​ໄດ້​ໃນ​ໄລ​ຍະ​ປານ​ກາງ ຢູ່​ ຢູ​ໂຣບ.

ທ່ານ​ປູ​ຕິນ ກ່າວ​ວ່າ “ຖ້າ​ພວກ​ເຂົາ​ ຈະ​ສົ່ງ​ລູກ​ສອນ​ໄຟ​ເຫຼົ່າ​ນີ້​ ມາຍັງ​ ຢູ​ໂຣບ ແນ່ນອນ
ການ​ຕອບ​ໂຕ້​ຂອງ​ພວກ​ເຮົາ ກໍ​ຈະ​ສະ​ທ້ອນ​ກັບ​ຄືນ​ແບບ​ດຽວ​ກັນ​ນີ້”
ແລະທ່ານ​ ກ່າວ
​ຕື່ມ​ວ່າ ການ​ຕອບ​ໂຕ້​ຂອງ​ ຣັດ​ເຊຍ ຈະ​ມີ​ຂຶ້ນ “ຢ່າງວ່ອງ​ໄວ​ ແລະ​ມີ​ປະສິດ​ທິ​ຜົນ.”

ລັດຖະມົນຕີປ້ອງກັນປະເທດ ຂອງຣັດເຊຍ ທ່ານ ເຊີຣເກ ໂຊຍກູ, ຫັນຫລັງໃຫ້ກ້ອງ, ພົບປະກັບ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ສະຫະລັດ ທ່ານ ຈອນ ໂບລຕັນ ໃນນະຄອນຫຼວງ ມົນກູ, ວັນທີ 23 ຕຸລາ 2018.

ນອກນັ້ນ ທ່ານ​ຍັງ​ເຕືອນ​ວ່າ ບັນ​ດາ​ປະ​ເທ​ດ​ໃນ​ຢູ​ໂຣບ​ທີ່​ຕົກ​ລົງ​ໃຫ້​ສະ​ຫະ​ລັດ​ຕິດຕັ້ງ​ລູກ​
ສອນ​ໄຟນັ້ນ ຈະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ຕົກ​ຢູ່​ໃນ​ຄວາມ​ສ່ຽງຈາກ​ການ​ໂຈມຕີ​ຂອງ​ຣັດ​ເຊຍ.

ແຕ່​ໃນ​ຂະ​ນະ​ດຽວ​ກັນ ​ທ່ານ​ປູ​ຕິນກໍ​ກ່າວ​ວ່າ ທ່ານ​ຢາກ​ຫາ​ລື​ບັນ​ຫານີ້ ກັບ​ປະ​ທານາ​ທິ​ບໍ​ດີ
​ທ​ຣຳ ເວ​ລາ​ພວກ​ທ່ານ​ທັງ​ສອງ​ພົບ​ປະ​ກັນ​ ທີ່​ນະ​ຄອນ​ ປາ​ຣີ ​ໃນ​ເດືອນ​ໜ້າ ຊຶ່ງ​ພວກ​ທ່ານ​
ຈະ​ໄປ​ຮ່ວມ​ພິ​ທີສະ​ຫຼອງຄົບ​ຮອບ 100 ປີ​ ໃນ​ການ​ສິ້ນ​ສຸດ​ລົງ​ຂອງສົງ​ຄາມ​ໂລກ​ຄັ້ງ​ທີ 1.

ທ່ານ​ປູ​ຕິນ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ເລີຍ​ວ່າ ເປັນ​ຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ຢູ​ໂຣບ​ ຕົກ​ຢູ່​
ໃນອັນ​ຕະ​ລາຍ​ຮ້າຍ​ແຮງ​ແບບນີ້. ຂ້າ​ພະ​ເຈົ້າ​ຍັງ​ມອງ​ບໍ່​ເຫັນ​ເຫດ​ຜົນ​ເລີຍ​ ສຳລັບ​ເລື່ອງ​
ດັ່ງ​ກ່າວ ພວກ​ເຮົາ​ພ້ອມ​ແລ້ວ ​ທີ່​ຈະ​ເຮັດ​ວຽກ​ກັບ​ຄູ່​ຮ່ວມ​ງານ​ຝ່າຍ ​ອາ​ເມຣິ​ກັນ ໂດຍ​
ປາ​ສະ​ຈາກ​ຄວາມ​ຢ້ານ​ກົວ​ໃດໆ.”

ເລ​ຂ​າ​ທິ​ການ​ໃຫຍ່​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ​ສ໌ ສ​ໂຕ​ລ​ເຕັນ​ເບີກ ໄດ້​ຖິ້ມ​ໂທດ​ໃສ່ ​ຣັດ​ເຊຍ
​ໃນວັນ​ພຸດ​ວານນີ້​ວ່າ ລະ​ເມີດ​ສົນ​ທິ​ສັນ​ຍາ​ຄວບ​ຄຸມ​ອາ​ວຸດ ທີ່​ປະ​ທາ​ນາທິ​ບໍ​ດີ​ ທ​ຣຳ ຢາກ​
ຈະ​ຢຸດ​ເຊົາ​ຢູ່​ແລ້ວ. ແຕ່​ຂະ​ນະ​ດຽວ​ກັນ ທ່ານ​ກໍ​ກ່າວ​ວ່າ ທ່ານຍັງ​ມອງ​ບໍ່​ເຫັນ​ວ່າ ຈະ​ມີ​
ການ​ແຂ່ງ​ຂັນ​ກຳ​ລັງ​ອາ​ວຸດ​ນິວ​ເຄ​ລຍ ​ຢູ່​ໃນ ​ຢູ​ໂຣບ.

ອະ​ດີດ​ຜູ້​ນຳ​ໂຊ​ຫວຽດ ທ່ານ​ ມີ​ແ​ຄລ ກໍບາ​ຊອ​ບ ແລະ​ມື້​ລາງ​ປະ​ທາ​ນາ​ທິ​ບໍ​ດີ ຣໍໂນລດ໌
ເຣເ​ກີນ ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ ກຳ​ລັງ​ອາ​ວຸດນິວ​ເຄ​ລຍ​ໄລ​ຍະ ປານ​ກາງ ​ໃນ​ປີ
1987. ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ໄດ້​ຫ້າມ​ບໍ່​ໃຫ້ ສະ​ຫະ​ລັດ ແລະ​ ຣັດ​ເຊຍ ​ສ້າງ ທົດ​ລອງ ​
ເກັບສະ​ສົມ​ລູກ​ສອນ​ໄຟ​ນິວ​ເຄ​ລຍ ທີ່​ຍິງ​ຈາກ​ພາກ​ພື້ນ​ດິນ ​ໄລ​ຍະຕັ້ງ​ແຕ່​ 500 ຫາ
5,000 ກິ​ໂລ​ແມັດ ໄວ້​ໃນ​ສາງຂອງ​ຕົນ.

ປະ​ທາ​ນາ​ທິ​ບໍ​ດີ ​ທ​ຣຳ ໄດ້​ກ່າວ​ຫາ​ ຣັດ​ເຊຍ ​ວ່າ ລະ​ເມີດ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ໂດຍຕິ​ດ​ຕັ້ງ​
ລະ​ບົບ​ລູກ​ສອນ​ໄຟ​ຄ​ຣູ​ສ ທີ່​ຍິງ​ຈາກ​ພື້ນ​ດິນ ຊຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ອົງ​ການ​ເນ​ໂຕ້.

ຣັ​ດ​ເຊຍ ໄດ້ປະ​ຕິ​ເສດ ​ຕໍ່ການ​ລະ​ເມີດ​ສົນ​ທິ​ສັນ​ຍາລູກ​ສອນ​ໄຟ​ທີ່​ຍິງ​ໄດ້​ໃນ​ໄລ​ຍະປານ
​ກາງ ​ຫຼື INF ແລະ ​ກ່າວ​ວ່າ ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟຂອງ​ ສະ​ຫະ​ລັດ​ ຢູ່ໃນ ​ຢູ​ໂຣບ
ແລະ​ບາດ​ກ້າວທີ່​ກໍ່​ກວ​ນ​ອື່ນໆ​ນັ້ນ ແມ່ນການ​ລະ​ເມີດ.

ທ່ານຈອນ ​ໂບ​ລ​ຕັນ​ ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ຜູ້​ຊຶ່ງໄດ້​ພົ​ບ
​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ ປູ​ຕິນ ທີ່​ນະ​ຄອນ​ຫຼວງ​ ມົ​ສ​ກູ​ ໃນ​ວັນ​ອັງ​ຄານ​ຜ່ານມາ ເອີ້ນ​ການ
ລະ​ເມີດ​ຂອງ​ຣັດ​ເຊຍນັ້ນ ​ວ່າ “ມີ​ມາ​ແຕ່​ດົນ​ແລ້ວ ແລະ​ກໍ​ຢ່າງ​ຮ້າຍແຮງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ