ສະຫະລັດບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການທີ່ ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ
ປູຕິນ ອ້າວ່າ ທ່ານມີອາວຸດຍຸດທະສາດນິວເຄລຍຊະນິດໃໝ່ຫຼາຍຢ່າງ ທີ່ສາມາດຍິງ
ໃສ່ເປົ້າໝາຍທຸກໝແຫ່ງຢູ່ໃນໂລກ.
ທັງທໍານຽບຂາວ ແລະທຳນຽບຫ້າແຈ ຕ່າງກໍບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ການກ່າວອ້າງທີ່
ເປັນສຳນວນໂວຫານໃນວັນພະຫັດວານນີ້ ໂດຍກ່າວວ່າ ຣັດເຊຍພະຍາຍາມທີ່ຈະປັບ
ປຸງກຳລັງນິວເຄລຍຂອງຕົນໃຫ້ທັນສະໄໝນັ້ນ ແມ່ນບໍ່ເປັນທີ່ແປກໃຈແລະກໍຈະບໍ່ສ້າງ
ຄວາມຕື່ນຕົກໃນຫຍັງຫຼາຍ ຕໍ່ສະຫະລັດ.
ຮູບພາບວີດີໂອຈາກໂທລະພາບ RU-RTR ຣັດເຊຍ ຜ່ານທາງໂທລະພາບ AP ວັນທີ 1 ມີນາ 2018, ທີ່ເປັນຮູບຈຳລອງຂອງຄອມພິວເຕີ ເຮືອດຳນໍ້າບໍ່ມີຄົນຂັບ.
ທ່ານນາງຊາຣາ ແຊນເດີສ໌ ໂຄສົກທຳນຽບຂາວກ່າວວ່າ “ປະທານາທິບໍດີປູຕິນ ໄດ້ຢືນ
ຢັນວ່າ ລັດຖະບານສະຫະລັດ ໄດ້ຮູ້ມາໂດຍຕະຫຼອດ. ຣັດເຊຍ ໄດ້ພັດ ທະນາ ລະບົບ
ອາວຸດທີ່ສາມາດທຳລາຍລ້າງຜານ ມາເປັນເວລາຫລາຍກວ່ານຶ່ງທົດສະວັດແລ້ວ ຊຶ່ງ
ເປັນການລະເມີດໂດຍກົງ ຕໍ່ພັນທະຂອງຕົນພາຍໃຕ້ສົນທິ ສັນຍາ.
Your browser doesn’t support HTML5
US 'Not Surprised' by Russia's Nuclear Claims, 'Fully Prepared' to Defend Itself
ທ່ານນາງກ່າວເພີ້ມ ໂດຍຊີ້ໃຫ້ເຫັນງົບປະມານດ້ານປ້ອງກັນປະເທດ 700 ຕື້ໂດລານັ້ນ
ວ່າ “ອາເມຣິກາກຳລັງກ້າວໄປໜ້າ ເພື່ອປັບປຸງຄັງອາວຸດນິວເຄລຍຂອງພວກເຮົາ ແລະ
ເພື່ອໃຫ້ເປັນທີ່ແນ່ໃຈວ່າຄວາມສາມາດຂອງພວກເຮົາຈະບໍ່ມີໃຜທຽມທານໄດ້.”
ພວກເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດ ຍັງເວົ້າວ່າ ການກ່າວອ້າງຂອງຣັດເຊຍບໍ່
ໄດ້ເປັນທີ່ຕື່ນຕົກໃຈຫຍັງໝົດ.
ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ທີ 1 ມີນາ 2018 ເຫັນຮູບພາບ ເຮືອບິນລົບ MiG-31 ຖີ້ມລະເບີດ ລະຫວ່າງການທົດລອງທີ່ບໍ່ບອກສະຖານທີ່.
ຫົວໜ້າໂຄສົກທຳນຽບຫ້າແຈ ທ່ານນາງເດນາ ໄວທ໌ ກ່າວຕໍ່ບັນດານັກຂ່າວໃນລະ
ຫວ່າງການຖະແຫລງຂ່າວ ໃນວັນພະຫັດວານນີ້ວ່າ “ພວກເຮົາໄດ້ຕິດຕາມເບິ່ງຣັດເຊຍ.
ອາວຸດເຫລົ່ານີ້ ທີ່ໄດ້ມີການເວົ້າເຖິງ ໄດ້ຢູ່ໃນການພັດທະນາມາເປັນເວລາດົນນານ
ແລ້ວ.”
ທ່ານນາງກ່າວວ່າ “ປະຊາຊົນອາເມຣິກັນ ຄວນມີຄວາມໝັ້ນໃຈວວ່າ ພວກເຮົາໄດ້ກະ
ກຽມຢ່າງເຕັມທີ່ແລ້ວ.”
ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ວັນທີ 1 ມີນາ 2018 ທີ່ເຫັນລົດບັນທຸກທະຫານຣັດເຊຍ ຕິດອາວຸດຍິງດ້ວຍແສງລັດສະໝີ.
ຢູ່ໃນຄຳປາໄສປະຈຳປີຕໍ່ປະເທດຊາດໃນວັນພະຫັດວານນີ້ ທ່ານປູຕິນ ໄດ້ກ່າວໂອ້ອວດ
ກ່ຽວກັບຄວາມສາມາດໃໝ່ໆທາງທະຫານຂອງທ່ານ ຮວມທັງອາວຸດນິວເຄລຍ “ທີ່ມີ
ອະນຸພາບຮ້າຍແຮງ” ທີ່ບໍ່ສາມາດສະກັດກັ້ນໄດ້.
ຮູບພາບວິດີໂອຂອງໂທລະພາບຣັດເຊຍ RU-RTR ຜ່ານໂທລະພາບ AP ທີ 1 ມີນາ 2018 ທີ່ເປັນຮູບພາບຄອມພິວເຕີຈຳລອງ ຍານ Avangard hypersonic ກຳລັງປ່ອຍລູກຈະຫລວດ.
ທ່ານກ່າວວ່າ ຄວາມກ້າວໜ້າທາງດ້ານເທັກໂນໂລຈີຂອງຣັດເຊຍ ອາດສາມາດເຮັດ ໃຫ້ກອງທັບຂອງຕົນ ມີທ່າທີໃໝ່ຢູ່ໃນທົ່ວໂລກ ແລະໄດ້ສະແດງພາບວີດີໂອຂອງອາວຸດ
ຊະນິດໃໝ່ ທີ່ໄດ້ຮັບການຕົບມືຢູ່ເລື້ອຍໆ ລະຫວ່າງການກ່າວຄຳປາໄສຂອງທ່ານ.