ຣັດເຊຍກ່າວວ່າ ທ່ານປູຕິນ ພ້ອມແລ້ວ ທີ່ຈະພົບປະກັບ ທ່ານທຣໍາ ໃນສະຫະລັດ

ປະທານາທິບໍດີຣັດເຊຍ ທ່ານ ວລາເດີເມຍ ປູຕິນ ແລະປະທານາທິບໍດີທຣໍາ ພົບປະກັນທີ່ກອງປະຊຸມສຸດຍອດ APEC ທີ່ນະຄອນດານັງ ປະເທດຫວຽດນາມ ວັນທີ 11 ພະຈິກ, 2017.

ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊ​ຍ ທ່ານ​ເຊີເກ ຣາ​ຟວຣັອຟ ​ໄດ້​ກ່າວ​ວ່າ​ ປະທານາທິບໍດີ
ວລາ​ເດີ​ເມຍ ປູ​ຕິນ ຍິນດີທີ່ຈະຮັບເອົາ​ຄຳ​ເຊື້​ອ​ເຊີນຂອງ​ປະທານາທິບໍດີ​ສະຫະລັດ ທ່ານ
​ດໍ​ໂນ​ລ ທຣໍາ ​ເພື່ອພົບ​ປະ​ກັນຢູ່​ໃນ​ນະຄອນຫຼວງ​ວໍຊິງ​ຕັນ.

ຢູ່​ໃນ​ການ​ສຳພາດ​ກັບ​ອົງການ​ຂ່າວ​ລັດຖະບານ RIA Novosti ທ່ານ​ລາ​ຟຣອຟ ກ່າວ​ວ່າ
ທ່ານ​ປູ​ຕິນ “ພ້ອມ​ແລ້ວທີ່ຈະເຂົ້າຮ່ວມ​ການ​ພົບ​ປະ​ດັ່ງກ່າວ.”

ທ່່ານກ່າວເພີ້ມອີກວ່າ “ພວກ​ເຮົາໂດຍປະຕິບັດຕາມ​ຄວາມ​ຈິງ​ທີ່ວ່າ ປະທານາທິບໍດີສະ
ຫະລັດ ໂດຍຜ່ານນ​ການ​ໂອ້​ລົມ​ທາງ​ໂທລະສັບ ທີ່​ເປັນຄວາມ​ຈິງທີ່ທຸກຄົນກໍຮູ້ແລ້ວ​ນັ້ນ
ໂດຍບໍ່​ມີ​ຄວາມ​ລັບ​ໃດໆເລີຍວ່າ ທ່ານໄດ້ ທໍາການ​ເຊື້​ອ​ເຊີນ​ດັ່ງກ່າວ ​ແລະ​ເວົ້າ​ວ່າທ່ານ​ມີ​ຄວາມຍິນດີ​ທີ່​ຈະ​ພົບກັບ​ທ່ານ​ປູ​ຕິນຢູ່​ທຳນຽບຂາວ​.”

ທ່ານ​ລາ​ຟຣອຟ ​ໄດ້​ກ່າວ​ເພີ້​ມວ່າ ທ່ານ​ທຣໍາ​ໄດ້​ກັບເວົ້າເຖິງ​ການ​ເຊື້ອ​ເຊີນຂອງ ທ່ານລຶ້ມ
​ຄືນ​ສອງ​ ສາມເທື່ອ ໃນຂະນະທີ່ມີ​ການ​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ປູ​ຕິນ ​ແລະ​
ບອກ​ທ່ານ​ວ່າ ທ່ານກໍ​ຍິນດີ​ທີ່​ຈະ​ໄປ​ຢ້ຽມຢາມມົສກູ ເພື່ອເປັນການຕອບກັບເຊັ່ນກັນ.

​ກ່ອນໜ້ານັນ ທ່ານ​ທຣໍາ ​ແລະ​ທ່ານ​ປູ​ຕິນ ​ເຫັນ​ພ້ອມນໍາກັນທີ່ຈະຈັດໃຫ້ມີ​ກອງ​ປະຊຸມ​
ສຸດ​ຍອດ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ.

ທ່ານ​ທຣໍາ​ໄດ້​ໂທລະສັບ​ຫາ​ທ່ານ​ຜູ​ຕິນ​ໃນ​ວັນ​ທີ 20 ​ເດືອນ​ມີນາ ​ເພື່ອ​ສັນລະ​ເສີນ​ທ່ານ
​ໃນ​ການ​ໄດ້​ໄຊຊະນະ​ເລືອກ​ຕັ້ງ​ປະທານາທິບໍດີ ສອງ​ມື້​ຕໍ່​ມາ.

ທໍານຽບຂາວ ​ແລະ​ວັງ​ເຄຣມລິນ ກ່າວໃນ​ເວລາ​ນັ້ນ​ວ່າ ທັງ​ສອງ​ປະທານາທິບໍດີ​ໄດ້​ສົນ
ທະນາ​ກັນ ທີ່​ອາດ​ເປັນ​ໄປ​ໄດ້​ຕໍ່​ການ​ພົບ​ປະ​ດ້ວຍ​ຕົນ​ເອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Russia US