ທ່ານ ພູຕີນ ຈະເຫັນດີນໍາ ການແຊກແຊງ ໃນຊີເຣຍ ຖ້າມີຫລັກຖານ ການໃຊ້ ອາວຸດເຄມີ (ວີດິໂອ)

ປະທານາທິບໍດີ Vladimir Putin ເຫັນດີກັບ ການສະໜັບສະໜູນ ສະຫະປະຊາຊາດ ໃຊ້ກໍາລັງໃນຊີເຣຍ ຖ້າຫາກມີຫລັກຖານ ການ ໃຊ້ອາວຸດເຄມີ ຢູ່ຊີເຣຍ

ປະທາ​ທນາ​ທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ
ທ່ານ​ບໍ່​ປະຕິ​ເສດ​ຕໍ່ຊ່ອງ​ທາງ ​ໃນ​ການ​ສະໜັບສະໜຸນ​ການ​
ອະນຸຍາດ​ຂອງອົງການ​ສະຫະ​ປະຊາ​ຊາດ ​ໃຫ້​ໃຊ້​ກໍາລັງ​ທະ
ຫານ​ຕໍ່​ຊີເຣຍນັ້ນ ຖ້າ​ຫາກ​ມີ​ຫລັກ​ຖານ​ຢືນຢັນ​ວ່າ ກໍາລັງ
ຂອງ​ລັດຖະບານຊີ​ເຣຍ​ໄດ້​ໃຊ້​ອາວຸດ​ເຄມີ ​ໂຈມ​ຕີ​ພວກ​ພົນ
ລະ​ເຮືອນ​ແທ້.

ທ່ານ​ພູ​ຕິນ​ໄດ້​ບອກ​ອົງການ​ຂ່າວ AP ກັບ​ໂທລະພາບຣັດ​ເຊຍ​
ວ່າ ສະຫະລັດ​ຄວນ​ຈະ​ນໍາ​ສະ​ເໜີ​ຫລັກ​ຖານ​ທີ່​ພາ​ໃຫ້​ເຊື່ອ​ໝັ້ນ​
ໄດ້ ຕໍ່​ສະຫະ​ປະຊາ​ຊາດ ​ແລະ​ເຕືອນ​ຕໍ່​ການເອົາ​ບາດກ້າວ​ທາງ​
ທະຫານ​ຂອງ​ສະຫະລັດ​ໂດຍ​ບໍ່​ໄດ້​ຮັບ​ການ​ເຫັນດີ​ນໍາ​ຈາກ​ສະ
ຫະ​ປະຊາ​ຊາດ​ນັ້ນ.

ພ້ອມ​ດຽວ​ກັນ​ນີ້ ທ່ານ​ພູ​ຕິນ​ເວົ້າ​ວ່າ ຮັດ​ເຊຍ​ໄດ້​ໂຈະ​ການຈັດ​ສົ່ງ​ຊິ້ນ​ສ່ວນ​ຂອງ​ລູກ​ສອນ​ໄຟ​ຕໍ່ຕ້ານ​ອາກາດ​ສະຍານ ລຸ້ນ S-300 ​ໄປ​ໃຫ້​ຊີ​ເຣຍນັ້ນ​ແລ້ວ ​ແລະ​ກໍ​ຈະ​ພິຈາລະນາ​ເລື້ອງ​ນີ້​ຄືນ​ໃໝ່ ຖ້າ​ຫາກ​ມີ​ການ​ເອົາ​ບາດກ້າວ ທີ່​ຝ່າຝືນ​ຕໍ່​ມາດຕະຖານ​ການ​ປະຕິບັດ​ຂອງ​ສາກົນ.

ຣັດ​ເຊຍ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ G-20 ​ໃນ​ທ້າຍ​ອາທິດ​ນີ້ ຢູ່​ນະຄອນ St. Petersburg ຊຶ່ງ​ຄາດ​ວ່າ ບັນຫາ​ຊີ​ເຣຍຈະ​ຢູ່​ໃນ​ອັນ​ດັບ​ສູງ​ສຸດ​ຂອງ​ລາຍການ​ປະຊຸມ.
ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້ພະຍາຍາມ​ປຸກ​ລະດົມ​ເອົາ​ການ​ສະໜັບສະໜຸນ ຈາກ​ທັງ​ພາຍ​ໃນ​ແລະ​ນອກ​ປະ​ເທດ ສໍາລັບ​ການ​ເອົາ​ບາດກ້າວ​ຕໍ່​ຊີ​ເຣຍນັ້ນ. ຂະນະ​ນີ້ ທ່ານ​ກໍາລັງ​ຢຸດ​ແວ່​ທີ່​ກຸງ Stockholm ປະ​ເທດ​ສະ​ວີ​ເດັນ ​ເພື່ອ​ຢ້ຽມຢາມ​ເປັນ​ເວລາ​ນຶ່ງ​ວັນ ກ່ອນ​ເດ​ີນທາງ​ຕໍ່​ໄປ​ຍັງຣັດ​ເຊ​ຍ ​ເພື່ອ​ຮ່ວມ​ກອງ​ປະຊຸມ G-20.

ຄະນະ​ກໍາມະການນຶ່ງທີ່​ສໍາຄັນ​ ຂອງສະພາ​ສູງສະຫະລັດ ອາດ​ຈະ​ລົງ​ຄະ​ແນນ​ສຽງກັນ ​ໃນ​ວັນ​ພຸດ​ມື້​ນີ້ ​ກ່ຽວ​ກັບ​ມາດ​ຕະການອະນຸ​ຍາດ ​ໃຫ້​ໃຊ້​ກໍາລັງທະຫານ​ສະຫະລັດ​ຕໍ່​ຊີ​ເຣຍນັ້ນ.

ບັນດາ​ຜູ້​ນໍາ​ຄະນະ​ກໍາມະການຄວາມ​ສໍາພັນ​ຕ່າງປະ​ເທດ ​ໄດ້​ຕົກລົງ​ກັນ​ໃນ​ວັນ​ອັງ​ຄານ​
ວານ​ນີ້ ກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ແຜນການ ທີ່​ຈະ​ອໍານວຍ​ໃຫ້​ ທ່ານ Obama ມີ​ອໍາ
ນາດ​ອອກ​ຄໍາ​ສັ່ງ ໃຫ້ໂຈມ​ຕີ​ຕໍ່ ​ເປົ້າໝາຍທາງ​ທະຫານຂອງຊີ​ເຣຍ ​ແບບ​ຈໍາກັດໄດ້ ​ເປັນ
​ເວລາ 60 ມື້ ​ແລະ​ໃຫ້​ຕໍ່​ອອກ​ໄປ​ໄດ້​ອີກ 30 ມື້ ພາຍ​ໃຕ້​ສະພາບ​ການ​ບາງ​ຢ່າງ. ​ແຜນ
ການ​ດັ່ງກ່າວ​ຈະ​ບໍ່​ອະ​ນຸຍາດ ​ໃຫ້​ໃຊ້​ທະຫານ​ທາງພາກ​ພື້ນ​ດິນ.

ທ່ານແຄຣີໃຫ້ການຕໍ່ສະພາກ່ຽວກັບເລື້ອງຊີເຣຍ ແລະສະມາຊິກລັດຖະສະພາ ຈໍານວນນຶ່ງ ໃຫ້ການສະໜັບສະໜຸນທ່າທີຂອງລັດຖະບານ:

Your browser doesn’t support HTML5

Key US Lawmakers Signal Support for Strikes on Syria