ປ. ຣັດເຊຍ ຜ່ອນຜັນ ໃຫ້ມີ ການປະທ້ວງໄດ້ ລະຫວ່າງ ການແຂ່ງຂັນ ໂອລິມປິກ

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin (ແຖວໜ້າຊ້າຍ) ແລະຫົວໜ້າການລົດໄຟ ຂອງຣັດເຊຍ ທ່ານ Vladimir Yakunin (ທີສອງຈາກຂວາ) ຢ້ຽມຢາມສະຖານີລົດໄຟ ຢູ່ບ່ອນແຂ່ງຂັນ ກິລາໂອລິມປິກ ໃນເມືອງ Sochi ຊຶ່ງເປັນເມືອງຕາກອາກາດ ແຄມທະເລດຳ ໃນພາກໃຕ້ຣັດເຊຍ (4 ມັງກອນ 2014)

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ໄດ້ຜ່ອນຜັນ
ການຫ້າມບໍ່​ໃຫ້ ມີການ​ປະ​ທ້ວງ​ຢູ່​ໃນ ​ແລະອ້ອມ​ແອ້ມ ບ່ອນ​
ແຂ່ງຂັນ​ກິລາໂອ​ລິ​ມປິກລະດູ​ໜາວ ​ແລະກິລາຄົນພິການ​ ທີ່
​ເມື​ອງ Sochi.

ດໍາລັດ​ສະ​ບັບນຶ່ງທີ່ພິມ​ເຜີຍ​ແຜ່​ຂອງວັງ Kremlin ​ໃນວັນ​ເສົາ
ມື້​ນີ້ ອະນຸຍາດ​ໃຫ້​ມີ​ການ​ປະ​ທ້ວງ ​ແລະການ​ເດີນ​ຂະ​ບວນ​ໄດ້
ໃນ​ເຂດ​ຕ່າງໆຢູ່ຕາມ​ເສັ້ນທາງ​ທີ່​ຍັງຈະ​ຕ້ອງ​ໄດ້​ຮັບ​ການ​ອະນຸ
ມັດ ​ໂດຍບັນດາ​ເຈົ້າ​ໜ້າທີ່ ພະ​ແນ​ກການຕ່າງ​ໆ​ຂອງ​ຣັດເຊຍ.
ການ​ປະ​ທ້ວງ​ເຫຼົ່ານີ້ ບໍ່ມີ​ຄວາມ​ຈໍາ​ເປັນ ​ຕ້ອງພົວພັນ ​ກັບ​ກິລາ
​ໂອ​ລິ​ມປິກ.

ປີ​ກາຍ​ນີ້ ທ່ານ Putin ​ໄດ້​ອອກ​ຄຳສັ່ງ​ ​ຫ້າມບໍ່​ໃຫ້​ ມີ​ການ​ປະ​ທ້ວງ​ ໃດໆ​ກໍ​ຕາມ ​ແຕ່ວັນ​ທີ 7
ເດືອນ​ມັງກອນ ຫາ​ວັນ​ທີ 21 ເດືອນ​ມີນາ ທີ່​ເມືອງ​ຕາກ​ອາກາດ ​ແຄມ​ທະ​ເລ​ດຳ​ແຫ່ງ​ນີ້ທີ່​ບໍ່​ພົວພັນ​ກັບ​ການ​ແຂ່ງຂັນກິລາ​ໂອ​ລິ​ມປິກ. ຄຳ​ສັ່ງ​ຫ້າມດັ່ງກ່າວນີ້ ໄດ້​ຖືກ​ຕິຕຽນ ​ຢ່າງ​ກວ້າງ​ຂວາ​ງ ຈາກບັນດາ​ອົງການສິດທິ​ມະນຸດ.

ດໍາລັດ​ໃນ​ວັນ​ເສົາມື້ນີ້ ບໍ່​ໄດ້​ກ່າວ​ວ່າ ຈະ​ມີ​ການ​ຕັດສິນ​ໃຈ​ແບບ​ໃດກ່ຽວ​ກັບວ່າ​ການ​ປະ​ທ້ວງອັນ​ໃດ ຈະ​ໄດ້​ຮັບອະນຸຍາດ​ໃຫ້​ມີ​ຂຶ້ນ​ໄດ້.

ບັນດາ​ຜູ້​ນໍາຂອງໂລກ ຈໍານວນ​ນຶ່ງ ຮວມ​ທັງປະທານາທິບໍດີ ສະຫະລັດ ທ່ານ Barrack
Obama ​ໄດ້ປະກາດ​ວ່າ ​ພວກ​ທ່ານຈະບໍ່ໄປຮ່ວມພິທີ​ເປີດ​ການແຂ່ງຂັນ. ການ​ປະກາດທີ່​ວ່ານີ້ ​ມີ​ຂື້ນທ່າມກາງຄວາມ​ເປັນຫ່ວງ ​ດ້ານ​ຄວາມ​ປອດ​ໄພ ກ່ອນການ​ແຂ່ງຂັນ​ກິລາໂອ​ລິ​
ມປິກລະດູ​ໜາວ.