ທະຫານຢູເຄຣນ ຖອນອອກຈາກ ເມືອງ Debaltseve ທີ່ຖືກປິດລ້ອມ

ທະຫານຢູເຄຣນ ຂີ່ລົດຖັງ ອອກຈາກເຂດອ້ອມແອ້ມ ເມືອງ Debaltseve ວັນທີ 18 ກຸມພາ 2015.

ປະທານາທິບໍດີຢູເຄຣນກ່າວວ່າ ສ່ວນ​ໃຫຍ່​ຂອງກຳລັງລັດຖະ
ບານ ຂອງທ່ານ​ ໄດ້ຖອນອອກຈາກ​ເມືອງ Debaltseve ທີ່​
ຍາດແຍ່ງ​ກັນ​ກັບ​ພວກກະບົດ​ນິຍົມຣັດ​ເຊຍ ຊຶ່ງ​ໄດ້​ປິດ​ລ້ອມ
ເມືອງ​ນັ້ນ​ໄ​ວ້ ແລະເປັນ​ບ່ອນ ​ທີ່​ມີການສູ້ລົບ​ກັນຢູ່​ຕໍ່​ມາ ​ເຖິງ​
ແມ່ນ​ໄດ້ບັນລຸຂໍ້​ຕົກລົງ​ຢຸດ​ຍິງ​ກັນ​ແລ້ວກໍ​ຕາມ.

ກອງ​ກຳລັງ​ຂອງ​ລັດຖະບານ Kiev ໄດ້ “​ຖອນ​ອອກ​ຈາກ​
ເມືອງ Debaltseve ຕາມ​ທີ່
ໄດ້ວາງ​ແຜນ​ໄວ້ ​ແລະ​
ຢ່າງ​ມີ​ລະ​ບຽບ”
ອີງ​ຕາມ​ຄຳ​ຖະແຫຼງຜ່ານທາງວີດີໂອ ໃນ
ວັນພຸດມື້ນີ້ຂອງປະທານາທິບໍດີ Petro Poroshenko ທີ່​
ວາງ​ແຜນ​ຈະ​ເດີນທາງ​ໄປ​ຍັງ​ແນວ​ໜ້າເພື່ອ​ພົບ​ພໍ້​ກັບ​ພວກ​
ທະຫານ ​ໃນ​ຕອນ​ບ່າຍ​ມື້​ນີ້.

ຢ​ູ​ເຄ​ຣນ ແລະ ພວກ​ກະ​ບົດ ຍັງ​ສູ້​ລົບ​ກັນ ທີ່ ມ. Debaltseve

ທ່ານ Poroshenko ກ່າວວ່າ ມາ​ຮອດ​ປັດຈຸບັນ ໜ່ວຍ​ທະຫານຕ່າງໆ​ຂອງ​ຢູ​ເຄຣນ ແມ່ນ​ໄດ້ຖອນ​ອອກ​ຈາກ​ເມືອງ​ໄປ 80 ສ່ວນ​ຮ້ອຍແລ້ວ ​ແລະຄາດ​ວ່າ ອີກ​ສອງ​ຂະ​ບວນ​ຈະ​ຖອນ
​ອອກ​ໄປ​ໃນ​ບໍ່​ຊ້າ​ນີ້. ທ່ານ​ກ່າວ​ອີກ​ວ່າ ​ ມີທະຫານ​ຢູ​ເຄຣນພຽງ​ແຕ່ 30 ຄົນ​ເທົ່າ​ນັ້ນ ​ໄດ້​ຮັບ​ບາດ​ເຈັບໃນ​ລະຫວ່າງ​ການຖອນ​ອອກ​ມາ ເຖິງ​ແມ່ນໄດ້​ຕົກ​ຢູ່​ໃຕ້​ການ​ຖືກລະ​ດົມ​ຍິງ​ປືນ​
ໃຫຍ່​ໃສ່​ຢ່າງ​ໜັກ​ກໍ​ຕາມ.

​ເມືອງ​ຍຸດ​ທະ​ສາດ​ແຫ່ງ​ນີ້ ຊຶ່ງ​ໄດ້​ຖືກ​ພວກ​ກະບົດ​ນິຍົມຣັດ​ເຊຍ​ປິດ​ລ້ອມໄວ້ນັ້ນ ​ໄດ້​ເປັນ
​ຈຸດ​ສູນ​ກາງຂອງ​ການ​ຕໍ່ສູ້​ກັນ​ ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ຜ່ານ​ມາ​ນີ້ ​ເຖິງ​ແມ່ນ​ໄດ້​ມີການບັນ
ລຸ​ຂໍ້​ຕົກລົງ​ຢຸດ​ຍິງ​ ພາຍ​ໃຕ້​ການ​ໄກ່​ເກ່ຍຂອງ​ນາໆ​ຊາດ ທີ່​ເລີ້ມມີ​ຜົນ​ບັງຄັບ​ໃຊ້​ມາ​ຕັ້ງ​ແຕ່​ວັນ​ອາທິດແລ້ວ​ນີ້​ກໍ​ຕາມ.

ພວກ​ຫົວ​ແບ່ງ​ແຍກ​ໄດ້​ຢືນ​ຢັດວ່າ ​ເມືອງ​ດັ່ງກ່າວ​ໄດ້​ຖືກ​ປິດ​ລ້ອມ ກ່ອນ​ການ​ຢຸດ​ຍິງ​ເລີ້ມ​ມີ​ຜົນ​ບັງຄັບ​ໃຊ້ ​ໂດຍເຮັດເຂດ​ດັ່ງກ່າວ​ ເປັນພາກສ່ວນ​ຂອງ​ຂົງ​ເຂດ ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ
ຄຸມ​ຂອງ​ຝ່າຍ​ກະບົດ ​ແທນ​ທີ່​ຈະ​ເປັນ​ເຂດ​ແນວ​ໜ້າ ບ່ອນ​ທີ່​ພວກ​ຜູ້ຕາງໜ້າ​ໄດ້​ຕົກລົງ​ກັນ​ວ່າ ການ​ສູ້​ລົບ​ກັນຈະ​ຍຸດຕິ​ລົງ​ນັ້ນ.

Your browser doesn’t support HTML5

ukraine18february15