ພັນທະມິດຂອງທ່ານປູຕິນ ເຕືອນສະຫະພາບຢູໂຣບ ບໍ່ໃຫ້ຍຶດຊັບສິນຂອງຣັດເຊຍ ເພື່ອການຟື້ນຟູຢູເຄຣນ

  • ວີໂອເອ

ໃນຮູບເອກະສານແຈກຢາຍ ທີ່ໄດ້ເຜີຍແຜ່ໂດຍ The State Duma, ໄດ້ສະແດງໃຫ້ເຫັນຮູບຂອງທ່ານ ເວຍເຊສລາຟ ໂວໂລດິນ ໃນນະຄອນຫຼວງມົສກູ ໃນວັນທີ 16 ກຸມພາ 2023. ທ່ານ ໂວໂລດິນ ໄດ້ເຕືອນບັນດາປະເທດໃນສະຫະພາບຢູໂຣບ ຕໍ່ກັບການຍຶດຊັບສິນຂອງຣັດເຊຍ ເພື່ອສະໜອງທຶນໃນການຟື້ນຟູຢູເຄຣນ.

ຣັດ​ເຊຍ ມີແນວໂນ້ມທີ່​ຈະ​ຍຶດ​ຊັບ​ສິນ​ຂອງ​ບັນ​ດາ​ປະ​ເທດໃນ​ສະ​ຫະ​ພາບ​ຢູໂຣບ, ຖ້າ​ຫາກ​ກຸ່ມດັ່ງກ່າວ​ເອົາເງິນຂອງຣັດ​ເຊຍ ທີ່ບໍ່​ສາ​ມາດ​ຖອນ​ໄດ້​ ໄປເປັນເງິນທຶນ ໃນ​ການ​ຟື້ນ​ຟູຢູເຄຣນ, ອີງ​ຕາມ​ທ່ານ ເວຍເຊສລາຟ ໂວໂລດິນ (Vyacheslav Volodin), ປະ​ທານ​ສະ​ພາ​ຕ່ຳ​ຣັດ​ເຊຍ ແລະພັນທະມິດຂອງ​ປະ​ທາ​ນາ​ທິ​ບໍ​ດີ ວລາດີເມຍ ປູຕິນ (Vladimir Putin).

ໃນອາທິດ​ທີ່ຜ່ານມາ, ປະທານຄະນະກໍາມາທິການຂອງສະຫະພາບຢູໂຣບ ທ່ານ​ນາງ ເອີຊູລາ ວອນ ເດີເລເຢັນ (Ursula von der Leyen ກ່າວ​ວ່າ ທ່ານ​ນາງກຳລັງ​ສ້າງ​ຂໍ້​ສະ​ເໜີ​ທີ່​ຈະ​ນຳເອົາ​ຜົນ​ກຳ​ໄລ​ຈາກ​ຊັບ​ສິນ​ຂອງລັດຖະບານຣັດເຊຍ ​ທີ່ບໍ່​ສາ​ມາດ​ຖອນ​ໄດ້​ໄປ​ເປັນເງິນ​ທຶນ​ໃນ​ການ​ຟື້ນຟູຫຼັງສົງຄວາມ ຂອງຢູເຄຣນ​.

"ການຕັດສິນໃຈດັ່ງກ່າວ ຈະຕ້ອງໄດ້ຮັບການຕອບໂຕ້ທີ່ສົມສ່ວນຈາກສະຫະພັນ ຂອງຣັດເຊຍ. ໃນກໍລະນີດັ່ງກ່າວ, ຊັບສິນທີ່ເປັນຂອງປະເທດທີ່ບໍ່ເປັນມິດ ຈະຖືກຍຶດເອົາຫຼາຍກວ່າກອງທຶນທີ່ຖືກຍຶດຂອງພວກເຮົາຢູ່ໃນຢູໂຣບ." ທ່ານໂວໂລດິນ (Volodin) ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນແອັບສົ່ງຂໍ້ຄວາມ Telegram.

ຣັດ​ເຊຍ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຕົນ​ໄດ້​ຍິງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ 36 ລຳ​ຕົກ​ ໃນຊ່ວງຂ້າມ​ຄືນ​ ເໜືອ​ທະ​ເລ​ດຳ ​ແລະ​ແຫຼມໄຄຣເມຍ. ຢູເຄຣນ ເຊິ່ງໄດ້ຍົກ ລະດັບການດຳເນີນການຕໍ່ຕ້ານຣັດເຊຍ ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ການ​ໂຈມ​ຕີ​ໃນຊ່ວງຂ້າມ​ຄືນດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ