ປ. ພູຕິນ ຂໍຮ້ອງ ປະຊາຊົນ ບໍ່ໃຫ້ຮ້ອນໃຈ ນຳເສດຖະກິດ ຣັດເຊຍ

ປ. Vladimir Putin ກ່າວປາໄສຕໍ່ປະຊາຊົນ ທີ່ Moscow, ວັນທີ 18 ທັນວາ 2014.

ປະທານາທິບໍດີ Vladimir Putin ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ໃນ
​ແງ່​ດີອອກ​ມາ​ໃນ​ການກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວໃນ​ທ້າຍ​ປີ​
ຂອງ​ທ່ານ ​ໃນວັນ​ພະຫັດ​ມື້​ນີ້ ​ໂດຍ​ກ່າວ​ຕໍ່​ຊາວຣັດ​ເຊຍ​ວ່າ ​
ເສດຖະກິດ​ຂອງ​ປະ​ເທດ​ຈະ​ຟື້ນ​ໂຕ​ຄືນ ​ແລະ​ເງິນ ruble ກໍ​
ຈະ​ທຸ່ນ​ທ່ຽງ.

ທ່ານ​ພູ​ຕິນກ່າວ​ວ່າ ວິ​ກິດ​ການ​ໃນ​ປັດຈຸບັນ​ນີ້ ສາມາດ​ດຳ​ເນີນ
ຕໍ່​ໄປໄດ້ຕື່ມ​ອີກ 2 ປີ​ຢ່າງ​ດົນ ​ແຕ່​ການ​ເສດຖະກິດ​ສາມາດ​ຟື້ນ
​ໂຕ​ຄືນ​ໄວ​ກວ່າຖ້າ​ການ​ປ່ຽນ​ແປງ​ພວກ​ປັດ​ໄຈ​ຂ້າງ​ນອກ​ດີ​ຂຶ້ນ.
ທ່ານ​ພູ​ຕິນ ກ່າວ​ວ່າ ​ເງິນ​ສຳຮອງ​ຂອງ​ປະ​ເທດ​ໃນ​ປັດຈຸບັນ ມີ
​ພຽງພໍ ​ເພື່ອ​ຮັກສາ​ການ​ເສດຖະກິດ​ໃຫ້​ຢູ່​ໃນ​ສະພາ​ບທີ່​ທຸ່ນ​ທ່ຽງ
ຕໍ່​ໄປ.

ຄ່າ​ຂອງ​ເງິນ ruble ​ໄດ້​ແຂງ​ໂຕ​ຂຶ້ນ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ກ່ອນ​ຄຳ​ປາ​ໄສ​ຂອງ​ທ່ານ​ພູ​ຕິນ.

ຄ່າ​ຂອງ​ເງິນ ruble ​ໄດ້​ຕົກ​ລາຄາ​ລົງ​ຕໍ່າ​ ສຸດ ​ໃນ​ວັນ​ອັງຄານ​ມື້ກ່ອນ​ນີ້ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ທະນາຄານ​ກາງຣັດ​ເຊຍ ໃຫ້​ຄຳ​ໝັ້ນ​ໃຈ​ຄັ້ງ​ໃໝ່​ຕໍ່​ພວກທະນາຄານ ​ແລະ​ພວກ​ບໍລິສັດ​
ການ​ເງິນ​ຕ່າງໆວ່າ ຕົນ​ຈະ​ເພີ້​ມ​ເງິນ​ລົງທຶນ​ຕື່ມ​ອີກ ຖ້າ​ຈຳ​ເປັນ​ນັ້ນ. ​ໃນ​ຈຸດ​ນຶ່ງ ​ເງິນຕາ​ຂອງຣັດ​ເຊຍ​ໃນລົດ​ລາຄາ​ລົງ​ເຖິງ 80 ruble ຕໍ່​ນຶ່ງ​ດອນ​ລາ​ສະຫະລັດ. ຄ່າ​ຂອງ​ເງິນ Ruble ​ໄດ້​ລົດ​ລົງ​ເກືອບ 60 ​ເປີ​ເຊັນ ​ເມື່ອ​ແລກປ່ຽນ​ກັບ​ພວກ​ເງິນຕາທີ່​ສຳຄັນຂອງ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ປີ​ນີ້.

ທ່ານ​ພູ​ຕິນ ​ໄດ້​ເວົ້າ​ເຖິງ​ວິ​ກິດ​ການ​ໃນ​ຢູ​ເຄຣນ​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ກ່າວ​ວ່າ ທ່ານ​ຢາກ
​ໃຫ້​ຢູ​ເຄຣນ​ເປັນ​ເອກ​ກະ​ລັກ​ນຶ່ງທາງ​ດ້ານ​ການ​ເມືອງ. ທ່ານ​ໄດ້​ສະ​ແດງ​ຄວາມ​ຫວັງ​ໄວ້​ວ່າ
ວິ​ກິດ​ການ​ດັ່ງກ່າວ​ສາມາດ​ແກ້​ໄຂ​ໄດ້ໂດຍ​ຜ່ານ​ການເຈລະຈາ​ສັນ​ຕິ​ພາບ​ ​ໂດຍ​ສະ​ເໜີ​ແນະ​ໃຫ້​ລັດຖະບານ Kyiv ​ແລະ​ພວກ​ກະບົດ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກຣັດ​ເຊຍ​ໃນ​ພາກຕາ​
ເວັນ​ອອກ​ຂອງ​ຢູ​ເຄຣນ​ ແລກປ່ຽນ​ຊະ​ເລີຍ​ເສິກ​ກັນ​ ກ່ອນ​ວັນຄຣີສມາສ ນັ້ນ.

ຣັດ​ເຊຍ​ໄດ້​ປະ​ເຊີນ​ກັບ​ການ​ລົງ​ໂທດ​ຢ່າງ​ໜັກ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ​ເນື່ອງ​ຈາກ​ທ່ານ​ພູ​ຕິນ
ຍຶດ​ເອົາ​ແຄວ້ນ Crimea ມາ​ຢູ່​ພາຍ​ໃຕ້​ການ​ປົກຄອງຂອງ​ຕົນຈາກ​ຢູ​ເຄຣນ ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນັ້ນ.

Your browser doesn’t support HTML5

russiaputin18december14