ສະມາຊິກ ຄະນະວົງດົນຕີ punk ຣັດເຊຍ Pussy Riot ຖືກປ່ອຍໂຕ (ວີດີໂອ)

ສະມາຊິກສອງຄົນ ຂອງຄະນະວົງດົນຕີ punk ຣັດເຊຍ Pussy Riot ນາງ Nadezhda Tolokonnikova ໜ້າກາກຂຽວ ແລະນາງ Maria Alekhina ໜ້າກາກສີຊົມພູ

ສະມາຊິກ​ຂອງ ຄະນະວົງ​ດົນຕີ punk ຣັດ​ເຊຍ Pussy Riot
​ໄດ້​ຖືກ​ປ່ອຍ​ໂຕ ຫຼັງ​ຈາກ​ຖືກ​ກັກ​ຂັງ​ ໂດຍ​ເຈົ້າ​ໜ້າ​ທີ່​ຕໍາຫຼວດທີ່
​ເມືອງ Sochi ສູ​ນກາງການແຂ່ງຂັນກິລາ​ໂອ​ລິ​ມປິກລະດູ​ໜາວ.

ນາງ Nadezhda Tolokonnikova ​ແລະ ນາງ Maria Alyo-
khina ​ໄດ້ຖືກ​ປ່ອຍໃຫ້ເປັນ​ອິດ​ສະຫລະ ​ໃນ​ວັນ​ອັງຄານ​ວານ​ນີ້
ຫລັງ​ຈາກ​ໄດ້​ຖືກ​ສອບ​ຖາມກ່ຽວ​ກັບ​ການ​ກ່າວ​ຫາວ່າມີການລັກ
ຂະ​ໂມ​ຍຢູ່ທີ່​ໂຮງ​ແຮມແຫ່ງນຶ່ງ. ບັນດາ​ເຈົ້າ​ໜ້າ​ທີ່ ບໍ່​ໄດ້​ຕັ້ງຂໍ້ຫາ
ຕໍ່ຜູ້ຍິງ​ທັງ​ສອງ ຊຶ່ງຕ່າງກໍໄດ້ພາກັນ​ກ່າວ​ຕິຕຽນ ລັດຖະບານຣັດ
​ເຊຍ ຢ່າງ​ເປີດ​ເຜີຍນັ້ນ.

ຢ່າງໜ້ອຍມີອີກຫົກຄົນ ຖືກ​ຈັບ​ພ້ອມ​ດຽວ​ກັບຜູ້ຍິງທັງສອງ ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ໄດ້
​ຖືກ​ປ່ອຍໃຫ້ເປັນອິດ​ສະຫລະແລ້ວ.

​ໃນ​ຕອນເຊົ້າ​ຂອງ​ວັນ​ອັງຄານ​ວານ​ນີ້ ນາງ Tolokonnikova ກ່າວຜ່ານທາງ Twitter ວ່າ
ລາວ​ແລະນາງ Alyokhina ​ໄດ້​ຖືກ​ກັກ​ຂັງໃນເຂດໃຈກາງຂອງເມືອງ Sochi ​ແລະ​ຖືກ​ກ່າວ​
ຫາວ່າມີຄວາມ​ຜິດ​ທີ່​ບໍ່​ໄດ້ລະບຸຊື່. ນາງ Tolokonnikova ກ່າວ​ວ່າ ​ເຂົາ​ເຈົ້າ​ພາກັນຢ່າງ​ໄປ​
ຕາມ​ຖະໜົນ ​ເວລາ​ເຂົາ​ເຈົ້າ​ຖືກ​ຈັບ ​ແລະ​ເຂົາ​ເຈົ້າ​ບໍ່​ໄດ້ພົວພັນ ​ກັບ​ການ​ປະ​ທ້ວງ​ໃດໆ.

ຜູ້​ຍິງ​ທັງ​ສອງຄົນຫາ​ກໍ​ໄດ້​ຖື​ກປ່ອຍ​ຈາກ​ການ​ຕິດ​ຄຸກ​ສອງ​ປີ​ໃນ​ຖານນັກເລງອັນທະພານຍ້ອນ
ໄດ້ສະແດງຮ້ອງເພງປະທ້ວງຕໍ່ຕ້ານສາສະໜາແລະຕໍ່ຕ້ານລັດຖະບານ ຢູ່​ທີ່ພະວິຫານໃຫຍ່​
ຂອງສາສະໜາ orthodox ຣັດ​ເຊຍ. ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ຖືກ​ປ່ອຍ ​ພາຍ​ໃຕ້​ໂຄງການໃຫ້ອະ ໄພ​ໂທດ​ໃນ​ເດືອນ​ທັນວາປີກາຍນີ້ ພວກເຂົາ​ເຈົ້າ​ໄດ້​ເດີນທາງໄປ​ທ່ຽວຢູໂຮບແລະສະຫະລັດ.

Your browser doesn’t support HTML5

Activists Challenge Russian Authorities at Sochi Olympics