ການແລ່່່ນແຂ່ງຂັນປະທານາທິບໍດີສະຫະລັດຂອງທ່ານ ດໍໂນລ ທຣໍາ ກິດຈະການຂອງ
ຣັດເຊຍຢູ່ຕ່າງປະເທດ ແລະການຊຸກເຊື່ອງພາສີຢູ່ນອກປະເທດ ທີ່ພົວພັນຢູ່ທົ່ວໂລກ
ນັ້ນ ໄດ້ເປັນຫົວເລື່ອງຢູ່ໃນງານໃຫ້ກຽດໃນວັນຈັນວານນີ້ ສຳລັບລາງວັນ Pulitzer ທີ່ເປັນລາງວັນສູງສຸດໃຫ້ແກ່ນັກຂ່າວອາເມຣິກັນ.
ທ່ານ David Fahrenhold ຈາກໜັງສືພິມ Washington Post ໄດ້ຊະນະລາງວັນ
ລາຍງານແຫ່ງຊາດ ສຳລັບວຽກການຂອງທ່ານ ທີ່ຮວມທັງການສືບລັບຫລາຍໆເລື່ອງ
ກ່ຽວກັບ ທ່ານທຣໍາ ທີ່ອ້າງເຖິງການຊ່ວຍເຫລືອດ້ານການກຸສົນແລະອັນທີ່ທ່ານ ແລະ
ມູນນິທິຂອງທ່ານໄດ້ບໍລິຈາກໃຫ້ແກ່ມຸນນິທິຕ່າງໆດ້ານການກຸສົນ.
ນອກນັ້ນ ທ່ານ Fahrenthold ຍັງໄດ້ເປີດເຜີຍຄໍາເວົ້າຂອງ ທ່ານທຣໍາ ທີ່ເກັບກຳໂດຍ
ນັກຖ່າຍໂທລະພາບຄົນນຶ່ງໃນປີ 2005 ອັນທີ່ທ່ານເວົ້າເຍາະເຍີ້ຍກ່ຽວກັບການຈູບ
ແລະການຈັບບາຍພວກແມ່ຍິງ.
ທ່ານ Dean Baquet (ກາງ) ຜູ້ບໍລິຫານບັນນາທິການໜັງສືພິມ New York Times ຫລອງການປະກາດ ໄດ້ຮັບລາງວັນ Pulitzer Prizes.
ລາງວັນກ່ຽວກັບການລາຍງານເລື່ອງຕ່າງປະເທດໄດ້ມອບໃຫ້ແກ່ New York Times
ອັນທີ່ຄະນະກຳມະການ Pulitzer ຮ້ອງລາຍງານດັ່ງກ່າວວ່າ “ລາຍງານກ່ຽວກັບຄວາມພະຍາຍາມຂອງທ່ານ Vladimir Putin ທີ່ຄາດລ່ວງ
ໜ້າ ເຖິງອຳນາດຂອງຣັດເຊຍຢູ່ຕ່າງປະເທດ” ຮວມທັງການລອບສັງຫານ ການຮາວີ
ລົບກວນຢູ່ອິນເຕີແນັດ ແລະວາງຫລັກຖານທີ່ຈະສ້າງເລື່ອງໃຫ້ແກ່ບັນດາຄູ່ແຂ່ງຂັນ
ຂອງຕົນ.
ບັນດາຜູ້ໄດ້ຮັບລາງວັນ Pulitzer Prizes ຈາກຊ້າຍ ໄປຫາຂວ່າ Rachel Piper, Jessica Miller, Erin Alberty, Alex Stuckey ແລະ Sheila McCann.
ນອກນັ້ນລາຍງານເຫລົ່ານີ້ຍັງພົວພັນກັບການເລືອກຕັ້ງສະຫະລັດ ພ້ອມດ້ວຍເລື່ອງທີ່
ບອກເຖິງລາຍລະອຽດການທັບມ້າງຂອງຣັດເຊຍ ແກ່ລະບົບຄອມພິວເຕີ ຂອງລັດຖະ
ບານສະຫະລັດ ແລະການແຊກແຊງຂັ້ນສູງຢູ່ໃນຄະນະກຳມະການພັກເດໂມແຄຣັດ
ແຫ່ງຊາດ ທີ່ນຳໄປສູ່ຄວາມອັບອາຍ ທີ່ຮົ່ວໄຫລອອກມາ ສຳລັບຜູ້ຖືກສະເໜີຊື່ຈາກ
ພັກເດໂມແຄຣັດ ທ່ານນາງ Hillary Clinton ທີ່ໄດ້ພະຍາຍາມຢ່າງບໍ່ເປັນຜົນສຳເລັດ
ທີ່ຈະເອົາຊະນະທ່ານທຣໍາ ໃນການປ່ອນບັດໃນເດືອນພະຈິກທີ່ຜ່ານມາ.