ລີເບຍແລະເຢເມນ ຮັບມືກັບພວກປະທ້ວງ ຮຸນແຮງຂຶ້ນ

  • ສິງ ບູຣົມມະວົງ

ພວກປະທ້ວງຕໍ່ຕ້ານລັດຖະບານປະທານາທິບໍດີ Ali Abdullah Saleh, ທີ່ນະຄອນ Sana'a ແຫ່ງ Yemen, ວັນທີ 19 ກຸມພາ 2011.

ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ລີ​ເບຍ​ແລະ​ເຢ​ເມນ​ ໄດ້​ຍິງ​ຜູ້​ຄົນ​ຕາຍ​ຕື່ມ​ອີກ​ໃນ​ການ​ຮັບ​ມື​ກັບ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ໃນ​ຂະນະ​ດຽວ​ກັນ​ພວກ​ນັກ​ເຄື່ອນ​ໄຫວ​ນິຍົມ​ປະຊາທິປະ​ໄຕ​ໃນ ບາຫ໌​ເຣນ ​ກໍ​ພາກັນໄດ້​ກັບ​ຄືນ​ໄປ​ຍັງ​ບໍລິ​ເວນຈະຕຸ​ລັດໃຫຍ່​ ​ຫລັງ​ຈາກ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຖອນ​ໂຕ​ອອກໄປ​ແລ້ວ.

ພວກ​ທີ່​ເຫັນ​ເຫດການ​ແລະ​ລາຍ​ງານ​ສື່​ມວນ​ຊົນ​ໃນ​ລີ​ເບຍ​ກ່າວ​ວ່າ ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍິງ​ພວກ​ປະ​ທ້ວງ​ຕາຍ​ໄປ ຢ່າງ​ນ້ອຍ​ 15 ຄົນ​ໃນ​ເມືອງ Benghazi ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ລີ​ເບຍ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ຝູງ​ຊົນ​ໄປ​ເຕົ້າໂຮມກັນ​ເພື່ອ​ເຂົ້າ​ຮ່ວມ​ໃນ​ພິທີ​ສົ່ງສະການ​ພວກ​ນັກ​ເຄື່ອນ​ໄຫວ​ອື່ນໆ​ທີ່​ເສຍ​ຊີວິດ​ໄປ​ນັ້ນ. ພວກ​ຊາວ​ເມືອງ​ບາງ​ຄົນ​ກ່າວ​ວ່າ ພວກ​ມື​ປືນ​ທີ່ດັກ​ຍິງ​ໄດ້​ເປີດ​ສາກຍິງໄປໃສ່​ພວກ​ໄວ້​ທຸກ​ ຫລັງ​ຈາກ​ເຂົາ​ເຈົ້າ​ພະຍາຍາມ​ບຸກລຸກ​ເຂົ້າ​ໄປ​ໃນ​ອາຄານ​ທະຫານ​ແຫ່ງ​ນຶ່ງ ຊຶ່ງ​ເຂົາ​ເຈົ້າ​ບັນ​ລະ​ຍາຍ​ການ​ຍິງ​ປືນ​ໃສ່​ພວກໄວ້​ທຸກ​ເຫລົ່າ​ນີ້ ວ່າ​ເປັນ​ການຄາດຕະກໍາ​ໝູ່ປະຊາຊົນ​.

ທາງ​ການ​ລີ​ເບຍ​ຍັງໄດ້​ຕັດ​ການ​ໃຫ້ບໍລິການ​ທາງ internet ພາຍ​ໃນ​ປະເທດເຊ່ນ​ກັນ​ໃນ​ວັນ​ເສົາ​ວານ​ນີ້ ​ຊຶ່ງ​ເປັນ​ການ​ກີດກັນ​ບໍ່​ໃຫ້​ພວກ​ນັກ​ເຄື່ອນ​ໄຫວ​ທາງ​ຄອມ​ພີ​ວ​ເຕີ​ ​ໄດ້ໃຊ້​ເຄື່ອງມື​ທີ່​ສໍ​າຄັນ​ອັນ​ນຶ່ງ​ເພື່ອລະດົມ​ພວກ​ປະ​ທ້ວງ​ນັ້ນ. ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ໄດ້​ລະ​ເບີດ​ຂຶ້ນ​ໃນ​ສັບປະດາ​ຜ່ານ​ມາ ແມ່ນເປັນ​ການ​ທ້າ​ທາຍ​ທີ່​ບໍ​ເຄີຍ​ມີ​ມາ​ກ່ອນ​ ຕໍ່​ການ​ຄອງ​ອໍານາດ​ມາເປັນ​ເວລາ 4 ທົດ​ສະ​ວັດ​ຂອງ​ທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ນັ້ນ.

ທີ່​ເຢ​ເມນ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕໍາຫລວດ​ໄດ້​ເປີດ​ສາກ​ຍິງ​ໃສ່​ພວກນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ທີ່ທໍາ​ການເດີນ​ຂະ​ບວນປະ​ທ້ວງ​ປະ​ຈໍາ​ວັນຂອງ​ເຂົາ​ເຈົ້າ ຈາກ​ມະຫາວິທະຍາ​ໄລ Sana’a ​ໄປ​ຫາ​ໃຈ​ກາງ​ເມືອງ ຊຶ່ງ​ໄດ້​ເຮັດ​ໃຫ້ຜູ້​ປະ​ທ້ວງ​ຢ່າງນ້ອຍ​ຄົນ​ນຶ່ງ​ເສຍ​ຊີວິດ​. ພວກ​ສະໜັບ ສະໜຸນປະ​ທາ​ທນາ​ທິບໍດີ Ali Abdullah Saleh ທີ່ພາກັນ​ຖືກ​ໄມ້ຄ້ອນ​ແລະ​ມີດ​ພ້າ
ກໍ​ໄດ້ທໍາ​ການ​ໂຈມ​ຕີ​ພວກ​ປະ​ທ້ວງ​ເຊ່ນ​ກັນ ທີ່​ພາກັນ​ຕອບ​ໂຕ້​ດ້ວຍ​ການ​ແກວ່ງ​ກ້ອນ​ຫິນ​ໃສ່​ຄືນ. ການ​ປະ​ທະໜ້າ​ກັນ​ໃນ​ທໍ່າ​ນອງ​ນີ້ ​ໄດ້​ເກີດ​ຂຶ້ນ​ໃນ​ນະຄອນຫລວງ Sana’a ເປັນ​ເວລາ 10 ມື້ມາ​ແລ້ວ.

ທີ່ ບາ​ຫຸ​ເຣນ ພວກ​ປະ​ທ້ວງ​ຝ່າຍ​ຄ້ານທີ່​ມີ​ຄວາມ​ດີ​ອົກ​ດີ​ໃຈ​ແລະ​ຕື່ນ​ເຕັ້ນ​ຫລາຍ​ພັນ ​ຄົນ​ພາກັນ​ກັບ​ຄືນ​ໄປ​ຍັງ​ຈຸ​ຕຸ​ລັດ Pearl ​ໃນ​ນະຄອນຫລວງ Manama ​ໃນວັນ​ເສົາ​ວານ​ນີ້ ​ໂດຍ​ພາກັນ​ປຸກ​ຄ້າຍ​ຕູ​ບຜ້າ​ໃບ​ຂຶ້ນ ​ຫລັງ​ຈາກພວກ​ປົກຄອງ​ປະ​ເທດ​ຊົນ​ກຸ່ມ​ນ້ອຍ​ນິກາຍ​ຊຸນ​ນີ ສັ່ງ​ໃຫ້​ຕໍາຫລວດແລະ​ທະຫານຖອນ​ໂຕ​ອອກໄປຈາກ​ຈະຕຸ​ລັດ​ນັ້ນ​. ນອກ​ນີ້ ລາດ​ຊະ​ວົງ al-Khalifa ທີ່​ຄອງ​ອໍານາດ​ໃນບາຫ໌​ເຣນ ​ໃນ​ປັດຈຸບັນ​ຍັງໄດ້ສະ​ເໜີໃຫ້​ເປີດ​ການໂອ້​ລົມ​ສົນທະນາ​ກັນ​ກັບ​ພວກຜູ້​ນໍາ​ຝ່າຍ​ຄ້ານ​ນິກາຍ Shi'ite ຊຶ່ງ​ເປັນ​ຊົນ​ກຸ່ມ​ໃຫຍ່​ໃນ​ປະ​ເທດ ຊຶ່ງໄດ້ຮຽກຮ້ອງ​ໃຫ້​ທໍາ​ການ​ປະຕິ​ຮູບ​ໄປ​ສູ່​ລະບອບ​ປະຊາທິປະໄຕ ​ເພື່ອ​ຕັດ​ອໍານາດ​ຂອງ​ຄະນະ​ນໍາພາ​ໃນ​ລະບອບລາຊາ​ທິປະ​ໄຕ ພາຍ​ໃຕ້​ລັດຖ​ະທໍາ​ມະນູນໃນ​ການ​ແຕ່ງ​ຕັ້ງບຸກຄົນ​ເຂົ້າ​ຮັບຕໍາ​ແໜ່​ງຕ່າງໆໃນ​ລັດຖະບານ​ນັ້ນ.