ຫລາຍສິບພັນຄົນ ນັບແຕ່ລັດ New York ໄປຫາລັດ California ພາກັນລົງສູ່ຖະໜົນ ຫົນທາງ ຕາມເມືອງໃຫຍ່ໆໃນສະຫະລັດ ເປັນມື້ທີສາມ ໃນວັນພະຫັດວານນີ້ ເພື່ອປະ ທ້ວງ ສະແດງຄວາມບໍ່ພໍໃຈຂອງເຂົາເຈົ້າ ຕໍ່ການເລືອກເອົາທ່ານ Donald Trump ເປັນປະທານາທິບໍດີ ຄົນທີ 45 ຂອງສະຫະລັດ.
ການປະທ້ວງໄດ້ເກີດຂຶ້ນ ນັບແຕ່ຢູ່ນະຄອນ Portland ລັດ Oregon ໄປຫາ ນະຄອນ Chicago ນະຄອນ New York ແລະຫົວເມືອງອື່ນໆອີກ ທີ່ຕັ້ງຢູ່ລະຫວ່າງກາງ ຊຶ່ງໃນແຕ່ລະບ່ອນໄດ້ດືງດູດເອົາຫລາຍຮ້ອຍຄົນ ໜ້ອຍກວ່າພັນຄົນ ທີ່ພາກັນເຕົ້າໂຮມປະທ້ວງຢູ່ບ່ອນຕ່າງໆ ທີ່ໄດ້ເກີດຂຶ້ນ ຫລັງຈາກໄດ້ເປັນທີ່ແຈ້ງຂາວວ່າ ທ່ານ Trump ໄດ້ຊະນະການເລືອກຕັ້ງໃນວັນອັງຄານທີ່ຜ່ານມາ ນີ້.
ຜູູ້ຊາຍຄົນນຶ່ງປັດກວດແກ້ວແຕກ ຫລັງຈາກການປະທ້ວງ ເລືອກຕັ້ງເອົາທ່ານ Donald Trump ສັງກັດພັກຣີພັບບລິກັນ ເປັນປະທານາທິບໍດີ ສະຫະລັດ.
ຜູ້ຊາຍຄົນນຶ່ງເບິ່ງແກ້ວແຕກ ຫລັງຈາກໄດ້ເກີດຄວາມວຸ້ນວາຍຢູ່ໃນບໍລິເວນດັ່ງ ກ່າວ ເພື່ອປະທ້ວງຕໍ່ຕ້ານການເລືອກເອົາຜູ້ສະໝັກຂອງພັກຣີພັບບລິກັນ ທ່ານ Donald Trump ເປັນປະທານາທິບໍດີຂອງສະຫະລັດຢູ່ໃນນະຄອນ Portland ລັດ Oregon ໃນວັນທີ 10 ເດືອນພະຈິກ.
ຜູ້ຊາຍຄົນນຶ່ງເບິ່ງບ່ອນແກ້ວແຕກ ຫລັງຈາກການປະທ້ວງຜ່ານພົ້ນໄປ.
ໃນຕອນຄໍ່າຂອງວັນພະຫັດ ທ່ານ Trump ໄດ້ໃຊ້ Twitter ຕໍ່ພວກປະທ້ວງ. ທ່ານ Trump ກ່າວຢູ່ຜ່ານທາງ Twitter ວ່າ “ຫາກໍມີການເລືອກຕັ້ງປະທານາ ທິບໍດີທີ່ເປີດກວ້າງ ແລະສຳເລັດຜົນ. ບັດນີ້ພວກປະທ້ວງອາຊີບ ທີ່ຍຸແຍ່ໂດຍສື່ມວນຊົນ ພາກັນປະທ້ວງ. ເປັນເລື້ອງທີ່ບໍ່ທ່ຽວທຳທີ່ສຸດ.”
Anti-Trump Protests Rage on Across US
ໃນຕອນຄໍ່າຂອງວັນພະຫັດວານນີ້ ທີ່ນະຄອນ Portland ຫລາຍພັນຄົນໄດ້ພາ ກັນເດີນຂະບວນຢູ່ທົ່ວເມືອງ ອີງຕາມເຈົ້າໜ້າທີ່ຕຳຫລວດ ໃນຂະນະທີ່ການປະກາຍເປັນຄວາມຮຸນແຮງ ໂດຍທີ່ຜູ້ຄົນພາກັນທັບ ປ່ອງຢ້ຽມຮ້ານຄ້າຕ່າງໆແຕກ ແລະຈູດໝາກກະໂພກ. ຕຳຫລວດໄດ້ປະກາດວ່າ ການປະທ້ວງເປັນການກໍ່ຈະ ລາຈົນ ແລະກ່າວວ່າ ໄດ້ມີຄົນຖືໄມ້ຄ້ອນຕີໝາກບານຢູ່ໃນຝູງຊົນ ແລະໄດ້ບອກຜູ້ຄົນຜ່ານທາງໂທລະໂຄ່ງ ໃຫ້ເລີກລາກັນໄປ.
ພວກປະທ້ວງກີດຂວາງຖະໜົນຮາຍເວ Hollywood ເລກທີ 101 ໃນຄອນ Los Angeles ລັດ California,.
ເຈົ້າໜ້າທີ່ພະແນກຂົນສົ່ງຂອງລັດ Oregon ໄດ້ປິດພາກສ່ວນທາງຫຼວງຮາຍເວເລກ 5 ແລະຮາຍເວເລກ 84 ຢູ່ໃນເຂດອ້ອມແອ້ມເພື່ອຄວາມລະມັດລະວັງ.
ຢູ່ທີ່ນະຄອນ Denver ພວກປະທ້ວງພາກັນປິດທາງຮາຍເວເລກ 25 ທີ່ຢູ່ໃກ້ກັບໂຕເມືອງ Denver ເປັນເວລາລະຍະສັ້ນໆໃນຄອນຄໍ່າຂອງວັນພະຫັດວານນີ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump Protests