ພວກ Dreamers ປະຕິຍານວ່າ ຈະຕໍ່ສູ້ ໃຫ້ເຖິງທີ່ສຸດ ເພື່ອໃຫ້ໂຄງການ DACA ດຳເນີນຕໍ່ໄປ

Your browser doesn’t support HTML5

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ສະຫະລັດ ທ່ານ Jeff Sessions ​ໄດ້​ປະກາດ​ການສິ້ນ​ສຸດ
​ລົງ​ຂອງ​ໂຄງການ DACA ຊຶ່ງ​ເປັນ​ໂຄງ​ການ ເລື່ອນ​ເວລາ​ ໃນ​ການ​ເອົາ​ມາດ​ຕະການ ​ຕໍ່
​ພວກເດັກນ້ອຍ​ທີ່ເຂົ້າ​ມາ​ໃນສະ​ຫະລັດ​ແບບ​ຜິດ​ກົດໝາຍໃນ​ວັນ​ອັງ​ຕານ​ວານ​ນີ້. ອະດີດ
​ປະທາ ນາທິບໍດີບາຣັກ ​ໂອ​ບາ​ມາ ​ໄດ້​ເລີ່​ມ​ໂຄງການ​ນີ້​ເພື່ອໃຫ້​ໂອກາດ​ແກ່​ພວກ​ເດັກນ້ອຍ
ຈຸ​ດັ່ງກ່າວສາມາດຫາ​ວຽກ​ເຮັດ​ງານ​ທຳ​ໄດ້​ແລະ​ປົກ​ປ້ອງເຂົາ​ເຈົ້າຈາກ​ການ​ຖືກ​ເນລະ​ເທດ
ທີ່​ມີ​ທັງ​ໝົດປະມານ 800 ພັນ​ຄົນ ​ຊຶ່ງ​ໄດ້​ເຂົ້າ​ມາໃນ​ສະຫະລັດ ຕັ້ງ​ແຕ່​ຕອນ​ເປັນ​ເຍົາ​ໄວ​
ນັ້ນ ​ ໂດຍ​ບໍ່​ໄດ້ ຮັບ​ວີ​ຊາ ຫຼື​ໃບອະນຸຍາດ​ໃຫ້​ຢູ່​ໃນ​ສະຫະລັດ. ລັດຖະບານ​ຂອງ​ປະທານາ
ທິບໍດີທຣຳ ​ໄດ້ຕັດ ສິນ​ໃຈ​ຍົກ​ເລີກ​ໂຄງການນີ້ ​ທັງໆ​ທີ່ໄດ້​ມີ​ການຂໍ​ຮ້ອງ​ຈາກ​ພວກ​ທີ່ໄດ້
​ຮັບ​ຜົນກະທົບ ຈາກ​ຝັ່ງທະ​ເລ​ກ້ຳ​ຕາ​ເວັນ​ອອກ ​ເຖິງຝັ່ງທະ​ເລຕາ​ເວັນ​ຕົກ​ນັ້ນກໍ​ຕາມ.
Ramon Taylor ນັກຂ່າວ​ຂອງ VOA ໄດ້​ໂອ້​ລົມ​ກັບ​ພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ
​ໂຄງການ DACA ນີ້ ຊຶ່ງ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ຕໍ່ສູ້ ​ເພື່ອໃຫ້ໄດ້​ຮັບ​ອະນຸຍາດ​ໃຫ້​
ຢູ່​ໃນ​ສະຫະລັດຕາບ​ໃດ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ສາມາດ​ເຮັດ​ໄດ້ ຊຶ່ງວັນນະ​ສອນ ມີ​ລາຍ​ງານ
​ກ່ຽວ​ກັບ​ເລື່ອງ​ນີ້​ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານກ່ຽວກັບໂຄງການ DACA

ນາງ Flor Reyes ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄ​ງການ DACA ກ່າວ​ວ່າ “ຂ້ອຍ​ບໍ່​ແນ່​
ໃຈ​ວ່າ ຂ້ອຍ​ຈະ​ກັບເມືອບ້ານ​ໃນ​ຕ​ອນ​ແລງ​ມື້​ນີ້​ ​ແລະ​ອະທິບາຍ​ໃຫ້​ແມ່​ຂອງ​ຂ້ອຍຟັງວ່າ
ຄວາມ​ຊ່ອຍ​ເຫຼືອ​ທີ່​ຂ້ອຍ​ໄດ້​ໃຫ້​ແກ່​ເພິ່ນນັ້ນ ​ແມ່ນ​ບໍ່​ມີ​ອີກ​ແລ້ວ…”

ນາງ Flor Reyes ​ໄວ 20 ປີ ​ໄດ້​ຊ່ອຍ​ເຫຼືອ​ແມ່​ຂອງ​ລາວທີ່​ລ້ຽງ​ລູກຜູ້​ດຽວ ​ເພື່ອ​ລ້ຽງ​ພວກ
​ນ້ອງ​ໆ 5 ຄົນ ຊຶ່ງໄດ້​ເກີດ​ຢູ່​ໃນ​ສະຫະລັດ​ທັງ​ໝົດ, ພວກ​ເຂົາ​ເຈົ້າ​ເປັນ​ສັນຊາດ​ອາ​ເມຣິກັນ ​
ແຕ່​ປຶບປັບ ​ອານາ​ຄົດຂອງ​ລາວ​ກັບ​ບໍ່​ເປັນ​ທີ່ແນ່ນອນ.

​ນາງ Flor Reyes ກ່າວ​ຕື່ມວ່າ “ພວກ​ເຮົາ ​ໄດ້​ອອກ​ມາ​ຈາກ​ເງົາ​ມື​ດ ​ເພື່ອ​ຈະ​ປະ​ເຊີນ​ກັບ​ອັນຕະລາຍທີ່​ຮ້າຍແຮງ​ກວ່າ​ ​ເທົ່າ​ນັ້ນ.”

​ເຫດຜົນ​ຂອງ​ນາງ ​ແມ່ນ​ນຶ່ງ​ໃນ​ຜົນ​ກະທົບ​ທີ່​ມີ​ຕໍ່ບຸກຄົນ​ອື່ນໆ​ເກືອ​ບ 800 ພັນ​ຄົນ.
ເຊັ່ນດຽວກັນ​ກັບນາງ Reyes ທັງ​ໝົດ​ແມ່ນ​ໄດ້​ເກີດຢູ່​ໃນ​ປະ​ເທດ​ອື່ນ, ​ແຕ່​ວ່າ​ມາ​ເຕີບ​
ໃຫຍ່​ຢູ່ໃນ​ສະ ຫະລັດ. ​ໃນ​ຫຼາຍໆ​ກໍລະນີ ພວກ​ເຂົາ​ຈະ​ບໍ່​ຮູ້​ສະຖານ​ທີ່​ໃດ​ໆອີກ ທີ່​ຖື​ວ່າ
​ເປັນ​ບ້ານ​ເກີດ. ຈົນ​ມາ​ຮອດວັນອັງຄານ​ວານ​ນີ້ ​ເວລາ​ລັດຖະບານ​ໄດ້​ປະກາດເຖິງ​ການ
ສິ້ນສຸດ​ລົງ​ຂອງ​ໂຄງການ​ດັ່ງກ່າວ ທີ່​ຮູ້​ກັນ​ດີໃນ​ຊື່ DACA ນັ້ນ, ພວກ​ເຂົາ​ເຈົ້າ​ສາມາດ​
ຕໍ່​ອາຍຸບັດ​ເຮັດ​ວຽກ ​ແລະ​ປົກ​ປ້ອງພວກ​ເຂົາ​ເຈົ້າ​ຈາກ​ການ​ເນລະ​ເທດ​ໄດ້.

ທ້າວ Kevin Duarte ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດອີກ​ຄົນ​ນຶ່ງ​ຈາກ​ໂຄງການ DACA
ກ່າວ​ວ່າ“​ມັນ​ຍັງ​ເປັນ​ສິ່ງ​ໃດ​ສິ່ງ​ນຶ່ງ​ຢູ່​ໃນ​ອາກາດ ທີ່​ເຈົ້າ​ສາມາດຮູ້ສຶກ​ສຳ​ພັດ ທີ່​ວ່າ
ຢ່າງ​ນ້ອຍ ຂ້ອຍກໍ​ເຮັດ​ໄດ້ ​ເກືອບ​ວ່າ​ມັນສາມາດຊີມ​ໄດ້, ນີ້ແມ່ນຕຶງ​ຄຽດ​ຫຼາຍ.”

ເຊີນຊົມ: ຄວາມເຫັນຂອງທ່ານທຣຳ ກ່ຽວກັບໂຄງການ DACA

Your browser doesn’t support HTML5

Trump Set to End Program That Shields Young Undocumented Immigrants

ຄວາມຕຶງ​ຄຽດ ​ໄດ້​ກໍ່​ໃຫ້​ເກີດ​ມີ​ການສະ​ແດ​ງຄວາມ​ບໍ່ພໍ​ໃຈ​ໂດຍ​ມີ​ຜູ້​ຄົນຫຼວງຫຼາຍ​ໄປ
​ເຕົ້າ​ໂຮມກັນ​ຢູ່​ໜ້າ​ຕຶກ Trump Tower ​ໃນ​ການ​ຕອບ​ໂຕ້ຕໍ່​ການ​ຕັດສິນ​ໃຈ​ຂອງ​ລັດຖະ
ບານ​ທີ່​ຈົບ​ສິ້ນ​ໂຄງການ DACA ຍ້ອນ​ດ້ານ​ກົດໝາຍ ຫຼືບໍ່​ກໍເຫດຜົນ​ທາງ​ດ້ານ​ກົດໝາຍ.
ລັດຖທຳ​ມະນູນ ​ແມ່ນ​ໄດ້ກຳນົດບົດບາດໃຫ້ແກ່​ສະມາຊິກ​ລັດຖະສະພາ ​ເປັນ​ຜູ້​ອອກ​
ກົດໝາຍ. ​ຝ່າຍ​ບໍລິຫານ​ນັ້ນ​ແມ່ນ​ມີໜ້າ​ທີ່ເປັນ​ຜູ້ກຳກັບ​ ນຳ​ການ​ບັງຄັບ​ໃຊ້ກົດໝາຍ.

ທ່ານ Dave Ray ຈາກສະຫະພັນ​ປະຕິ​ຮູບ​ລະບົບ​ຄົນ​ເຂົ້າ​ເມືອງ​ຂອງ​ອາ​ເມຣິກັນ ​ຫຼື Federation For American Immigration Reform ​ກ່າວວ່າ “ປະທານ​າທິບໍດີ
​ທຣຳ ບໍ່​ສາມາດ​ທີ່​ຈະທາງ​ອອກ​ທີ່​ຖາວອນ​ແກ່​ພວກ​ຜູ້​ຄົນ​ເຫຼົ່າ​ນີ້​ໄດ້. ບໍ່​ມີ​ປະທານາ
ທິບໍດີ​ທ່ານ​ໃດ ສາມາດ​ເຮັດ​ໄດ້. ມັນ​ແມ່ນ​ເກີນ​ສິດອຳນາດ​ຕາມ​ກົດໝາຍ​ລັດຖະ
ທຳ​ມະນູນ​ຂອງ​ປະທານາທິບໍດີ​ໃດ​ໆ. ທ່ານ​ໂອ​ບາ​ມາ​ຊາບ​ດີ, ປະທານາທິບໍດີ​ທຣຳ
ກໍ​ຊາບດີ. ​ເພ​າະສະ​ນັ້ນ ລັດຖະສະພາ ເປັນ​ຜູ້​ທີ່ຈະ​ຕ້ອງແກ້​ໄຂ.”

ມັນເປັນ​ຈຸດທີ່​ບໍ່ກົງ​ກັບ​ພວກ​ນັກເຄື່ອນ​ໄຫວ ​ແລະ​ພວກ​ຜູ້ນຳ​ທີ່​ສະໜັບສະໜຸນ​ໂຄງ
ການ​ນີ້ -ຈາກ​ທຳນຽບຂາວ​ຈົນ​ໄປ​ເຖິງ​ບ້ານ​ຂອງ​ທ່ານ​ທຣຳ ຜູ້​ຊຶ່ງ​ໄດ້ຄັດ​ຄ້ານ​ວ່າ
ນີ້​ແມ່ນ​ເປັນ​ການ​ເສ​ແສ້​ງ ຫຼອກ​ລວງ.

ຜູ້ນຳສຽງສ່ວນນ້ອຍຂອງສະພາຕ່ຳ ທ່ານ Paul Ryan ກ່າວ ໃນຂະນະທີ່ຢ້ຽມຢາມ ບໍລິສັດ Intel ທີ່ເມືອງ Hillsboro ລັດ Oregon, 23 ສິງຫາ, 2017.

ທ່ານ Steven Choi ຜູ້ອຳນວຍ​ການຂອງອົງການ​ແນວ​ໂຮມ​ເພື່ອ​ຄົນ​ເຂົ້າ​ເມືອງ​ເຂດ​ນິວ
ຢອກກ່າວ​ວ່າ “ການ​ວິ​ເຄາະ​ດ້ານກົດໝາຍ​ກ່ຽວ​ກັບຄວາມ​ຖືກຕ້ອງ​ຕາມ​ກົດ​ໝາຍ​ໂຄງ
ການ DACA ​ນັ້ນ ​ແມ່ນ​ບໍ່​ໄດ້​ປ່ຽນ​ແປງ​ແຕ່​ຢ່າງ​ໃດ​ເລີຍ. ມັນ​ແມ່ນ​ການ​ວິ​ເຄາະ​ດ້ານກົດ
ໝາຍແບບ​ດຽວ​ກັນ ​ໃນ​ຕອນ​ເລີ່​ມຕົ້ນ​ຂອງ​ລັດຖະບານ​ທ່ານ​ທຣຳ, ຕອນ​ທີ່​ທ່ານ​ທຣຳ ​
ໄດ້​ກ່າວ​ວ່າ ພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ນີ້ ​ແມ່ນ​ຈະສາມາດ​ວາງ​ໃຈ​ໄດ້​
ຢ່າງ​ສະບາຍ. ບໍ່​ມີ​ຫຍັງ​ໄດ້​ປ່ຽນ​ໄປ​ທາງ​ດ້ານ​ການ​ວິ​ເຄາະ​ກົດໝາຍ, ສິ່ງ​ທີ່​ປ່ຽນ​ແປງໄປ ​
ແມ່ນ​ການ​ເມືອງ​ເທົ່າ​ນັ້ນ.”

​ແລະ​ໃນ​ເມື່ອໂຄງການ​ດັງກ່າວຈະຈົບ​ສິ້ນ​ລົງໃນ​ເດືອນ​ມີນາ ນອກຈາກ​ວ່າ ລັດຖະສະພາ
ທີ່​ແຕກ​ແຍກ​ກັນ​ຢູ່​ນີ້ ​ໄດ້​ເອົາ​ມາດ​ຕະການ​ທາງ​ກົດໝາຍກ່ອນຈະໝົດ​ອາຍຸ ຊຶ່ງ​ມັນ​ບໍ່​ມີ​ຫຍັງ
​ທີ່​ແນ່ນອນ.

ທ້າວ Kevin Duarte ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄ​ງການ DACA ກ່າວ​ວ່າ “ຂ້ອຍບໍ່​ມີ​ຄວາມ​ຫວັງ​ໃນ​ລັດຖະບານ​ຊຸດ​ນີ້ ຫຼື ​ແມ່ນ​ແຕ່​ໃນ​ປະ​ເທດ​ນີ້ ຖ້າ​ຫາກ​ວ່າ ຂ້ອຍ​ຈະ​ເວົ້າ
ແບບ​ຊື່ສັດ, ຄວາມ​ຫວັງ​ຂອງ​ຂ້ອຍ ​ແມ່ນ​ຢູ່​ພວກ​ຜູ້​ຄົນທັງຫຼາຍທີ່​ທ່ານ​ເຫັນ​ຢູ່​ນີ້. ນີ້​ແມ່ນ​
ບ່ອນ​ທີ່ຂະບວນ​ການ​ເຄື່ອນ​ໄຫວດັ່ງກ່າວ​ ​ພວມ​ເດີນ​ໄປ​ເພື່ອ​ໃຫ້​ໄດ້​ມາ​ຊຶ່ງ​ອຳນາດ ​
ແລະຜູ້​ຄົນ​ພວກ​ນີ້ ​ຈະເປັນຜູ້ນຳພາພວກ​ນັກ​ລົບ​ຮຸ່ນ​ຕໍ່​ໄປ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກນັກສຶກາ ທີ່ບໍ່ສາມາດລະບຸໄດ້ ໃນການໂຮມຊຸມນຸມປະທ້ວງ ຕໍການສິ້ນສຸດລົງຂອງໂຄງການ DACA ຂ້າງນອກ ຕືດລັດຖະບານກາງ Edward Roybal ໃນະຄອນ Los Angeles, 1 ກັນຍາ, 2017.