ຫລອດໄຟນ້ອຍໆສີຂາວໄດ້ໄຕ້ຂຶ້ນຢູ່ກະດານດຳ ແລະສະກົດ
ອອກມາເປັນຄຳວ່າ L-A-Q-U-A-N.
ປ້າຍດັ່ງກ່າວ ເປັນການໄວ້ອາໄລ ໃຫ້ແກ່ ທ້າວ Laquan
McDonald ອາຍຸ 17 ປິ ທີ່ຖືກຍິງປີກາຍນີ້ໂດຍເຈົ້າໜ້າທີ່ຕຳ
ຫລວດ ໃນນະຄອນ Chicago ເຖິງ 16 ນັດ ພາຍໃນສາມສິບ
ວິນາທີ.
ຫົກຄົນທີ່ພາກັນຖືໂຕໜັງສືນັ້ນ ແມ່ນສ່ວນນຶ່ງຂອງຫລາຍຮ້ອຍ
ຄົນທີ່ພາ ກັນປະທ້ວງ ເມື່ອຄືນແລ້ວນີ້ ຢູ່ໃນນະຄອນ Chicago
ທາງພາກກາງ ຂອງສະຫະລັດ ບ່ອນທີ່ໃນຕອນເຊົ້າຂອງວັນ
ດັ່ງກ່າວ ຮູບພາບວີດີໂອຢູ່ໃນລົດຕຳຫຼວດໄດ້ມີການນຳອອກເຜີຍແຜ່.
ພວກປະທ້ວງສະກົດຊື່ ທ້າວ Laquan McDonald ຜູູ້ທີ່ຖືກຕຳຫລວດຍິງຕາຍ.
ນັກຂ່າວຄົນໜຶ່ງ ໄດ້ຍື່ນຄຳຮ້ອງ ວ່າດ້ວຍເສລີພາບໃນດ້ານຂ່າວສານຂໍ້ມູນ ເພື່ອໃຫ້ເປີດ
ເຜີຍວີດີໂອ ແກ່ສາລາລະນະຊົນ ແລະສານໄດ້ສັ່ງໃຫ້ນຳວີດີໂອອອກເຜີຍແຜ່ໃນວັນ
ອັງຄານວານນີ້.
ວີດີໂອ ໄດ້ສະແດງໃຫ້ເຫັນວ່າ ທ້າວ McDonald ກຳລັງຢ່າງຢູ່ກາງຖະໜົນ. ບໍ່ມີສຽງ.
ເຈົ້າໜ້າທີ່ Jason Van Dyke ຍິງປືນໃສ່ຜູ້ກ່ຽວ ແລະຍັງຍິງຕໍ່ ຫລັງຈາກທ້າວ McDonald ລົ້ມລົງສູ່ພື້ນດິນແລ້ວ.
ພວກເຈົ້າໜ້າທີ່ຕຳຫລວດ ຢືນລ່ຽນແຖວຕັນ ບໍ່ໃຫ້ພວກປະທ້ວງເຂົ້າສູ່ທາງດ່ວນ ຢູ່ນະຄອນ Chicago.
ວີດີໂອ ໄດ້ສະແດງໃຫ້ເຫັນວ່າ ທ້າວ McDonald ກຳລັງຢ່າງຢູ່ກາງຖະໜົນ. ບໍ່ມີສຽງ.
ເຈົ້າໜ້າທີ່ Jason Van Dyke ຍິງປືນໃສ່ຜູ້ກ່ຽວ ແລະຍັງຍິງຕໍ່ ຫລັງຈາກທ້າວ McDonald ລົ້ມລົງສູ່ພື້ນດິນແລ້ວ.
ຫລາຍຮ້ອຍຄົນພາກັນປະທ້ວງ ຫລັງຈາກມີການເຜີຍແຜ່ ວີດີໂອ ສະແດງໃຫ້ເຫັນຕຳຫລວດຍິງຊາຍຄົນໜຶ່ງຕາຍຢູ່ນະຄອນ Chicago.
ທ່ານ Van Dyke ໄດ້ຖືກກ່າວຫາ ໃນວັນອັງຄານວານນີ້ ໃນຂໍ້ຫາຕັ້ງໃຈຄາດຕະກຳດ້ວຍ
ຄວາມຕັ້ງໃຈແລະໂດຍເຈດຕະນາໃນເຫດການເມື່ອ ວັນທີ 20 ຕຸລາ ປີ 2014 ທີ່ຜ່ານມາ.
ການຍິງສັງຫານນີ້ ພາໃຫ້ຫວນຄິດເຖິງ ເຫດການອື່ນໆທີ່ພົວພັນທາງດ້ານຜີວພັນ ກັບ
ບັນດາເຈົ້າໜ້າທີ່ຕຳຫລວດຜິວຂາວ ແລະບັນດາຜູ້ຕ້ອງສົງໄສທີ່ເປັນຄົນຜີວດຳ. ໜຶຶ່ງປີທີ່
ຜ່ານມາໃນເດືອນນີ້ ປະຊາຊົນຢູ່ເມືອງ Ferguson ລັດ Missouri ກໍໄດ້ພາກັນກໍ່ຈະລາ
ຈົນຂຶ້ນຫລັງຈາກຕຳຫລວດຜິວຂາວ ບໍ່ໄດ້ຖືກກ່າວຫາ ໃນການຍິງສັງຫານຊາຍຜິວດຳ
ອາຍຸ 18 ປີ.
Your browser doesn’t support HTML5
Chicago Protests