ສະຫະລັດ ຮຽກຮ້ອງໃຫ້ຈີນ ເປີດກວ້າງເພີ່ມຕື່ມ ແລະ ປົກປ້ອງສິດທິມະນຸດ (ເບິ່ງວີດີໂອ)

ຮອງປະທານາທິບໍດີສະຫະລັດທ່ານ Joe Biden ກ່າວຄຳປາໄສຕໍ່ກອງປະຊຸມສະມາຄົມໜັງສືພິມລັດໂອຮາຍ ໂອ ທີ່ນະຄອນໂຄລຳບັສ (9 ກຸມພາ 2012)

ຮອງ​ປະທານາທິບໍດີສະຫະ​ລັດ ທ່ານ ​ໂຈ ບາ​ຍ​ເດີນ​ ກ່າວ​ວ່າການ​ເປີດ​ກ້ວາງ​ຕື່ມ​ອີກ
ແລະການ​ປົກປ້ອງ​ກັນ​ສິດທິ​ມະນຸດ​ສາກົນ ​ແມ່ນຊ່ອງ​ທາງ​ທີ່​ດີ​ທີ່​ສຸດ​ໃນ​ການ​ຊຸກຍູ້​ສົ່ງ
ເສີມ​ຄວາມ​ໝັ່ງຄັ່ງ​ສົມ​ບູນ ​ແລະ​ສະຖຽນ​ລະ​ພາບ​ໃນປະ​ເທດ​ຈີນ.

ທໍານຽບຂາວ​ກ່າວ​ວ່າ ທ່ານ​ບາຍ​ເດີນ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝັ້ນໝາຍຂອງ​ລັດ​
ຖະ​ບານທ່ານ​ໂອ​ບາ​ມາ ກ່ຽບກັບການ​ເຄົາລົບ​ນັບຖື​ສິດທິ​ມະນຸດ ​ຢູ່​ໃນ​ການ​ໂອ້​ລົມ
ເຈລະຈາ​ໃນວັນ​ມື້ວັນ​ພຸດ​ຜ່ານ​ມາ ກັບ​ພວກ​ສະໜັບສະໜຸນການ​ປະຕິ​ຮູ​ບ​ໃນ
ປະ​ເທດຈີນ.

ການ​ພົບ​ປະ​ຂອງ​ທ່ານ​ບາຍເດີນ ​ໄດ້ມີ​ຂື້ນໃນ​ຂະນະ​ທີ່​ທ່ານ​ຕຽ​ມໃຫ້ການ ຮັບ​ຕ້ອນ
ຮອງ​ປະທານປະ​ເທດ​ຈີນ ທ່ານ Xi Jingping ​ໃນອາທິ​ດໜ້າ​ນີ້. ໃນ​ບັນດາ​ພວກ​ທີ່
ເຂົ້າຮ່ວມ​ພົບ​ປະກັບ​ທ່ານ​ບາຍ​ດັນ ​ກໍມີ​ຜູ້ອຳນວຍການ​ກຸ່ມປົກ​ປ້ອງ​ສິດທິ​ມະນຸດ
Human Rights Watch ທ່ານ Kenneth Roth ​ທີ່​ໄດ້​ຮຽກຮ້ອງ​ໃຫ້ປະທາ​ນາ​ທິ
ບໍດີໂອ​ບາ​ມາ ຂໍ​ໃຫ້​ຈີນ​ປັບ​ປຸງປະຫວັດການ​ເຄົາລົບ​ນັບຖືສິດ​ທິມະນຸດຂອງ​ຕົນ​
ໃຫ້​ດີ​ຂຶ້ນ.

ບັນ​ດາ​ນັກ​ເຄື່ອນ​ໄຫວ​ດ້ານ​ສິດ​ທິມະນຸດ​ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ທຳ​ການປາບ​ປາມ​
ຢ່າງ​ໜັກ​ຕໍ່​ພວກ​ຄັດຄ້ານທີ່​ບໍ່​ເຫັນ​ດີ​ນໍ​າ. ມີ​ລາຍ​ງານ​ວ່າ ມີຊາວ​ທິເບ​ດອີກ​ຄົນ​ນຶ່ງ​ໄດ້​
ເຜົາ​ໂຕ​ຕາຍ ຢູ່ໃນ​ແຂວງສີສວນ ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້ ​ເພື່ອປະ​ທ້ວງ​ນະ​ໂຍບາຍ
ຂອງປັກ​ກິ່ງ.

ເບິ່ງວິດີໂອ ສິດທິມະນຸດອາດເປັນຈຸດເພັ່ງເລັງ ໃນລະຫວ່າງການຢ້ຽມຢາມ
ສະຫະລັດຂອງຮອງປະທານປະເທດຈີນ

http://www.voanews.com/templates/widgetDisplay.html?id=139065449&player=article